ວັນທີ 12 ທັນວາ 2020ນີ້ ທີມງານຜ້າຫົ່ມໃຈ 2020 ນຳໂດຍ ທ່ານ ນາງ ພອນສະໄໝ ແກ້ວວັນດີ ອຳນວຍການບໍລິສັດ ດາວສະໄໝ ຈຳກັດ. ໄດ້ສົມທົບກັບໜ່ວຍງານພັດທະນາຊົນນະບົດ ເມືອງຫ້ວຍຊາຍ ແລະ ກະສິກຳກຸ່ມບ້ານ ບ້ານປຸ່ງ ໄດ້ຮ່ວມແຮງໃຈກັນລົງແຈກເຄື່ອງບັນເທົາໄພໜາວ ແລະເຄື່ອງອຸປະໂພກ ບໍລິໂພກ ໃຫ້ປະຊາຊົນບ້ານຊອດ ແລະ ບ້ານນໍ້າແຊວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນນັ້ນ ບ້ານຊອດມີ ຄອບຄົວທຸກຍາກ 30 ຄອບຄົວມີນັກຮຽນ ແຕ່ຊັ້ນປ1-ປ5 ມີທັງໝົດ 50 ນ້ອງ. ບ້ານນໍ້າແຊວມີຄອບຄົວທຸກຍາກ 21ຄອບຄົວ ນັກຮຽນ ອານຸບານ 26 ຄົນ ນັກຮຽນ ປ1-ປ5 ມິ 86 ຄົນ,ເຄື່ອງທີ່ນຳມາແຈກບໍລິຈາກມີ ອຸປະກອນການຮຽນ,ອຸປະກອນກິລາ,ຜ້າຫົ່ມໃຫ້ພະນັກງານຄູ ແລະ ປະຊາຊົນ,ເຄື່ອງນຸ່ງເດັກນ້ອຍ,ເຂົ້າໜົມ ແລະ ອາຫານການກິນ,ເຄື່ອງໃຊ້ທີຈຳເປັນຈຳນວນໜຶ່ງ ມູນຄາ 19,764,000ກີບ. ການມອບແມ່ນແຈກເຖິງມືປະຊາຊົນ ແລະ ນັກຮຽນ ໂດຍຊ່ອງໜ້າອຳນາດການປົກຄອງບ້ານ,ຄູອາຈານ ແລະ ນ້ອງນັກຮຽນ. ທ່ານ ນາງ ພອນສະໄໝ ແກ້ວວັນດີ ກ່າວວ່າ: ເຄື່ອງທີ່ນຳມາບໍລິຈາກຄັ້ງນີ້ ແມ່ນໄດ້ຈາກການປຸກລະດົມຫຼາຍພາກສວນເຖິງບໍ່ຫຼວງຫຼາຍ ມັນຈະບໍ່ສາມາດຊ່ວຍພວກເຈົ້າໄດ້ ຕະຫຼອດໄປ ແຕ່ປະທັບໃຈທີ່ສຸດໃນການປະກອບສ່ວນ, ມີສ່ວນຮ່ວມອຸປະຖໍາດ້ວຍໃຈຈາກເພື່ອນມະນຸດດ້ວຍກັນ. ເພື່ອເຮັດໃຫ້ ປະຊາຊົນບັນດາເຜົ່າໄດ້ຊົມໃຊ້ ເຮັດໃຫ້ຮ່າງກາຍອົບອຸ່ນເພື່ອສູ້ກັບໄພໜາວຕໍ່ໄປ. ຂໍໃຫ້ທຸກຄົນຈົ່ງເພິ່ງຕົນເອງ ກຸ່ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພ້ອມກັນປູກຝັງ ລ້ຽງສັດ ຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ຄອບຄົວນັບມື້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ຂອບໃຈຜູ້ບໍລິຈາກທີ່ຢູ່ເບື້ອງຫລັງທຸກທ່ານ ເຫັນພີ່ນ້ອງມີຮອຍຍິ້ມໃນຍາມໄດ້ຮັບເຄື່ອງບໍລິຈາກມື້ນີ້ ຜ່ານກ້ອງຖ່າຍຮູບ ເຮົາຈະສົ່ງໃຫ້ພວກເພິ່ນເບິ່ງ ວ່າສິ່ງທີ່ເພິ່ນບໍລິຈາກມາ ຮອດມືນ້ອງໆ ແລະ ຄອບຄົວຜູ້ຂາດເຂີນແທ້ໆ.ວັດຖຸສິ່ງຂອງທີ່ນຳມາບໍລິຈາກມື້ນີ້ ໃຫ້ຖືວ່າເປັນກຳລັງໃຈເລັກໆນ້ອຍ ຈາກທີມງານຜ້າຫົ່ມໃຈ2020ແກ່ນ້ອງໆນັກຮຽນ ແລະ ຄອບຄົວຜູ້ທຸກຍາກ ນັກຮຽນກໍໃຫ້ມີກຳລັງໃຈທີ່ຈະມາໂຮງຮຽນ ຕັ້ງໃຈຮຽນໃຫ້ເປັນຄົນດີຂອງສັງຄົມ, ບໍ່ຫຍຸ້ງກ່ຽວກັບສິ່ງເສບຕິດ ເຊື່ອຟັງຄູບາອາຈານ ແລະ ພໍ່ແມ່ ສ່ວນຄອບຄົວທີ່ທຸກຍາກໃນມື້ນີ້ຕໍ່ໄປໃຫ້ກາຍເປັນຄອບຄົວທີ່ຮັ່ງມີພາສຸກຕະຫຼອດໄປ. ຂ່າວ: ຄຳພັນ ແກ້ວມະນີ .

Leave a Reply

Your email address will not be published. Required fields are marked *