ຂປລ. ໃນວັນທີ 13 ພະຈິກ 2020 ກົງກັບມື້ແຮມ 13 ຄໍ່າ, ເດືອນ 1 (ລາວ) ພສ 2563, ບັນດາຜູ້ນໍາ ພັກ, ລັດ, ນຳໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ມີອະດີດການນຳພັກ, ລັດ ພ້ອມດ້ວຍຊາວພຸດທະສາສະ ນິກະຊົນລາວບັນດາເຜົ່າ ໄດ້ເຂົ້າຮ່ວມທຳບຸນໃສ່ບາດຖວາຍສັງຄະທານ ແດ່ພະສົງ 113 ອົງ ແລະ ຟັງອະນຸໂມທະນາກະທາ, ຄາລະວະຮັບພອນ, ຢາດນ້ຳອຸທິດສ່ວນບຸນກຸສົນ ເຖິງດວງວິນຍານ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ, ເນື່ອງໃນໂອກາດສະຫລອງວັນຄ້າຍວັນເກີດ ຄົບຮອບ 100 ປີ.

ການໃສ່ບາດຖວາຍສັງຄະທານໃນຄັ້ງນີ້, ຍັງໄດ້ຮັບຟັງທຳມະເທດສະໜາ ຕາມຄຳສອນຂອງ ພະສຳມາສຳພຸດທະເຈົ້າ ຕໍ່ການໃຫ້ທານ, ຖືສິນພາວະນາຕາມຮີດຄອງປະເພນີອັນດີງາມ ທີ່ມີມາແຕ່ບູຮານນະການ ເຊິ່ງການເຮັດບຸນສິນກິນທານ ໃນຄັ້ງນີ້, ແມ່ນເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ອຸທິດບຸນກຸສົນ ເຖິງດວງວິນຍານ ປະທານ ໄກສອນ ພົມວິຫານ

ທັງເປັນການ ສະແດງ ຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງ ຂອງປະທານ ໄກສອນ ພົມວິຫານ ວິລະ ບູລຸດຜູ້ຍິງໃຫຍ່ ທີ່ໄດ້ອຸທິດຕົນ ຍອມເສຍສະລະສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມ, ເພື່ອປະເທດຊາດ ແລະ ການປະຕິວັດ ໃນໄລຍະຜ່ານມາ

ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນມາຮອດປັດຈຸບັນ.

ຂ່າວ: ທະນູທອງ ພາບ: ເກດສະໜາ