ເຫດລົດຈັກຕໍາກັບລົດຈັກ (ເສຍຊີວິດຄາທີ່ 1 ລາຍ)
ວັນທີ 12/12/2020 ເວລາ 19:30 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກຕຳກັບລົດຈັກ. ຈຸດເກີດເຫດແມ່ນແຖວຫ້ອງການບ້ານຫນອງວຽງຄຳ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 1 ຄົນ ເພດຊາຍ ອາຍຸ 18 ປີ ອາຊີບນັກສຶກສາ ບ້ານນາທົ່ມ ເມືອງໄຊທານີ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນຄໍຫັກແລະຂໍ້ແຂນຫລຸດ(ບໍ່ມີຊີບພະຈອນ).

ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ຈຶ່ງໄດ້ທຳການນວດຫົວໃຈ (CPR) ປະມານ 20 ນາທີແຕ່ຄົນເຈັບບໍ່ມີການຕອບສະຫນອງແລະເສຍຊີວິດໃນເວລາຕໍ່ມາ.
ທາງຫນ່ວຍກູ້ໄພ1623 ຈື່ງໄດ້ນຳສົ່ງສົບໃຫ້ກັບຄອບຄົວແລະຍາດຕິພີ່ນ້ອງເພື່ອເຮັດພິທີທາງສາສະຫນາ. ທາງຫນ່ວຍກູ້ໄພຕ້ອງຂໍສະແດງຄວາມເສຍໃຈນຳຄອບຄົວແລະຍາດພີ່ນ້ອງກັບການສູນເສຍຄັ້ງນີ້ດ້ວຍ.