ຄະນະຊີ້ນໍາລະດັບຊາດສະເຫລີມສະຫລອງວັນສໍາຄັນຂອງພັກ-ຂອງຊາດປະຈຳປີ 2020, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຄອບຄົວພົມວິຫານ, ອົງການປົກຄອງແຂວງ-ນະຄອນຫລວງວຽງຈັນ ແລະ ປະຊາຊົນລາວບັນດາເຜົ່າ:

1. ມີຈິດໃຈໃສສັດທາໃນພຸດທະສາສະນາ ພ້ອມກັນຈັດຕັ້ງກອງບຸນກອງອັດຖະຂຶ້ນຈຳນວນ 13 ກອງ ເພື່ອອຸທິດເຖິງດວງວິນຍານຂອງປະທານ ໄກສອນ ພົມວິຫານ ທີ່ແສນຄົບລົບຮັກທີ່ໄດ້ລ່ວງລັບໄປແລ້ວນັ້ນ

2. ພິທີດັ່ງກ່າວຈະໄດ້ຈັດຂຶ້ນຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ຫລັກ 06 ບ້ານ ສີວິໄລ ເມືອງໄຊທານີ ນະຄອນຫລວງວຽງຈັນ

3. ວັນເສົາວັນທີ 12 ທັນວາ 2020, ກົງກັບມື້ແຮມ 12 ຄໍ່າເດືອນ 01 ພສ 2563 ເປັນມື້ຈັດຕັ້ງກອງບຸນ ແລະ ຮັບໂມທະນາທານ, ຕອນແລງເວລາ 17:00 ໂມງມີພິທີສູດປະຣິຕະມຸງຄຸນ ແລະ ຟັງທັມມະເທດສະໜາ 01 ກັນ, ຕອນຄໍ່າຈະມີລາຍການຄົບງັນກອງບຸນ ຕາມຮີດຄອງປະເພນີ (ເສບດົນຕີພື້ນເມືອງ, ຂັບລຳທ້ອງຖິ່ນ) ແລະ ລາຍການສາຍຮູບເງົາມູນເຊື້ອປະຫວັດ ແລະ ການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ

4. ວັນອາທິດວັນທີ 13 ທັນວາ 2020 ກົງກັບມື້ແຮມ 13 ຄໍ່າ ເດືອນ 01 ພສ 2563: ຕອນເຊົ້າເວລາ 07:00 ໂມງ ມີພິທີໃສ່ບາດຖວາຍກອງບຸນ ແລະ ເຄື່ອງສັງຄະທານແດ່ພຣະສົງ 113 ອົງ ແລະ ຟັງອະນຸໂມທະນາກະຖາ, ຄາລະວະຮັບພອນ ຢາດນໍ້າອຸທິດສ່ວນບຸນກຸສົນ

5. ດັ່ງນັ້ນ, ຈຶ່ງໄດ້ຂ່າວບຸນນີ້ມາຍັງການນໍາພັກ-ລັດຖະບານ, ກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງບັນດາແຂວງ-ນະຄອນຫລວງວຽງຈັນ, ຄອບຄົວການນໍາພັກ-ລັດ, ການຈັດຕັ້ງສັງຄົມ, ພະນັກງານ, ລັດຖະກອນ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າທີ່ຢູ່ໃກ້ ແລະ ໄກຊາບ ເພື່ອເປັນກຽດຮຽນເຊີນມາຮ່ວມໂມທະນາບຸນ ຮັກສາສິນ ກິນທານ ນໍາພວກຂ້າພະເຈົ້າໃນຄັ້ງນີ້ດ້ວຍ

6. ຂໍອວຍພອນໄຊອັນປະເສີດມາຍັງທຸກໆທ່ານ ຈົ່ງປະສົບແຕ່ຄວາມສຸກຄວາມຈະເລີນ ມີອາຍຸ ວັນນະ ສຸຂະ ພະລະ ດ້ວຍເທີ້ນ.