ກອງບັນຊາການທະຫານແຂວງສະຫວັນນະເຂດ ມອບຂອງກາງຄະດີໃຫ້ກອງບັນຊາການ ປກສ ແຂວງ.

ຕາມການລົງເຄື່ອນໄຫວປະຕິບັດໜ້າທີ່ຕົວຈິງຂອງພະແນກທະຫານຊາຍແດນຮ່ວມກັບກອງຮ້ອຍທະຫານຊາຍແດນ 324 ທະຫານແຂວງສະຫວັນນະເຂດ ແລະ ອຳນາດການປົກຄອງບ້ານຜັກຂະ ນະຄອນໄກສອນພົມວິຫານ ແຂວງ ສະຫວັນະເຂດ ໃນເວລາ 8 ໂມງ 15 ນາທີ ຂອງວັນທີ 9 ທັນວາ 2020 ນີ້ ໄດ້ເຂົ້າກວດຄົ້ນເຮືອນຜູ້ຕ້ອງສົງໃສຊື່ນາງ ດອນ ຢູ່ບ້ານຜັກຂະ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ,ຜ່ານການກວດຄົ້ນພົບເຫັນສິ່ງທີ່ຜິດກົດໝາຍປະເພດຊາອັດແທ່ງ 11 ກະສອບ ເທົ່າກັບ 468 ກິໂລກະລາມ ດັ່ງນັ້ນເຈົ້າໜ້າທີ່ຈິ່ງຢຶດໄວ້ເປັນຂອງກາງ,ເຊິ່ງເຈົ້າຂອງຊາແມ່ນໄດ້ລົບໜີ.

ດັ່ງນັ້ນມາໃນວັນທີ 10 ທັນວາ 2020 ນີ້ ຢູ່ທີ່ສູນບັນຊາການທະຫານແຂວງຈິ່ງໄດ້ຈັດພິທີມອບ-ຮັບຂອງກາງປະເພດກັນຊາຈຳນວນ 11 ແທ່ງ ເທົ່າກັບ 468 ກິໂລກະລາມໃຫ້ ປກສ ແຂວງ,ເຂົ້າຮ່ວມພິທີມອບ-ຮັບໃນຄັ້ງນີ້ ມີ ສະຫາຍ ພັນໂທ ພັນວິໄລ ລາດສະຍົນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການທະຫານແຂວງ,ມີ ສະຫາຍ ພັນໂທ ບຸນຖະໜອມ ໄຊປັນຍາ ຄະນະພັກກອງບັນຊາການ ຫົວໜ້າຫ້ອງຕຳຫຼວດກອງບັນຊາການ ປກສ ແຂວງ ມີພະແນກທະຫານຊາຍແດນແຂວງ,ພະແນກຢາເສບຕິດ ປກສ ແຂວງ ແລະ ກອງຮ້ອຍທະຫານຊາຍແດນ 324 ເຂົ້າຮ່ວມ.

.

ໃນໂອກາດດັ່ງກ່າວນີ້ກອງບັນຊາການທະຫານແຂວງສະຫວັນນະເຂດ ແລະ ປກສ ແຂວງ ຈິ່ງໄດ້ເຊັນບົດບັນທຶກມອບ-ຮັບຂອງກາງດັ່ງກ່າວນີ້ຢ່າງເປັນທາງການ ຈາກນັ້ນ ສະຫາຍ ພັນໂທ ບຸນຖະໜອມ ໄຊປັນຍາ ຄະນະພັກ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ ໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ເຈົ້າໜ້າທີ່ທະຫານຊາຍແດນທີ່ສາມາດຢຶດຂອງກາງປະເພດຊາອັດແທ່ງໄດ້ໃນຄັ້ງນີ້ ພ້ອມທັງໃຫ້ຄຳເຊື່ອໝັ້ນວ່າສອງກຳລັງ ປກຊ,ປກສ ພວກເຮົາຈະພ້ອມກັນສຶບຕໍ່ ແກ້ໄຂປະກົດການທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບພາຍໃນແຂວງສະຫວັນະເຂດຂອງພວກເຮົາໃຫ້ໝົດໄປເທື່ອລະກ້າວ.

ຂ່າວ: ພານິດ ພິລາວົງ, ພາບ: ໄຊສົມພອນ
ນັກຂ່າວທະຫານແຂວງສະຫວັນນະເຂດ