ເລື່ອງໜ້າເສົ້າຈາກໂພສໃນເຟສບຸກຂອງ DaDa Soulinda ໄດ້ໂພສວ່າ: ຊີວິດຄົນເຮົານໍ້ ວາດສະໜາ ຕູ້ສີລິລັກ ບ້ານຈອມເພັດ ເຄີຍເປັນເມຍເຈົ້າຄອງ ເປັນນາງງາມ ຊີວິດຫລູຫລາ ສຸກສະບາຍ ຫລັງປະຕິວັດມີການປ່ຽນແປງ ເພີ່ນແຕ່ງງານຢັງບໍ່ທັນໄດ້ລູກ
ຕົກທ້າຍບາດເຖົ້າຢ້ອນເຄີຍຢູ່ສຸກສະບາຍ ການດຳລົງຊີວິດຈຶ່ງຢາກສັບສົມບັດກະໝົດໄປ ຈຶ່ງໄດ້ມາຊື້ບ້ານພໍ່ຂ້ອຍ ຫລັງນີ້ເພືອໃຊ້ຊີວິດບັນປາຍ ຢູ່ຄົນດຽວແບບງ່າຍໆ ແຕ່ລະມື້ລາວກະປູກຕົ້ນໄມ້ລ້ຽງແມວ ມີຄວາມສຸກດີ ລາວມັກມາຫາຂ້ອຍ ຢາມເຈັບຂ້ອຍກະພາໄປຫາໝໍບາງເທືອ ເອົາເງີນ ອາຫານໃຫ້ປະຈຳ ຕົກມາມື້ຄືນໄຟໄໝ້ ບໍ່ເຫລືອຫັຍງ ສິນເສື້ອຄາຄີງ
ຊົ່ວດັບເພີງຊິມາ ກະໝົດແລ້ວ ຊີວິດແລະວາດສະໜາຄົນເຮົາ ນໍໃຜຢາກຊ່ວຍເຫລືອລາວ ຄົນລະເລັກລະນ້ອຍ ຂ້ອຍຈະລວບລວມແລະມອບໃຫ້ລາວໂດຍກົງກັບມື 52225273

.

.

.

ຂໍເປັນກໍາລັງໃຈໃຫ້ແມ່ຕູ້ສູ້ໆເດີ້…!

ຂອບໃຈແທນແມ່ຕູ້ ສີລິລັກ ມີຂໍ້ຄວາມສົ່ງມາຂໍບັນຊີຊ່ວຍເຫລືອລາວຫລາຍ ເງີນທຸກກີບ ຂ້ອຍຈະລວບລວມແລະມອບໃຫ້ລາວເອງ ໂອນແລ້ວເຄັບຈໍລົງ ຄອມເມັ້ນ ໃຫ້ແດ່ ຊ່ວຍກັນໃນມື້ທີ່ເຈີວິກິດແບບນີ້ ຂອບໃຈທຸກຄົນເດີ້ ຊິລະບັນປາຍຊີວິດ ບໍ່ມີຫັຍງແນ່ນອນ
