ປະກາດຕາມຫາຍາດພີ່ນ້ອງຜູ້ເສຍຊີວິດ ເຫດລົດຈັກຕຳກັບລົດໃຫຍ່ ສະຖານທີ່ເກີດເຫດ ບ້ານ.ທ່ານາ ເມືອງ ໄຊຍະບູລີ ແຂວງໄຊຍະບູລີ.

ກູ້ໄພ ແຈ້ງໃຫ້ຮູ້ວ່າ ວັນທີ່ 09/12/2020 ເວລາປະມານ 19:09 ນາທີ ໜ່ວຍກູ້ໄພສຸກເສີນໄດ້ຮັບແຈ້ງເຫດຈາກປະຊາຊົນວ່າມີລົດຈັກຕຳລົດໃຫຍ່ຈື່ງໄດ້ອອກກວດສອບເຫດພົບ ຜູ້ປະສົບອຸປະຕິເຫດ 01 ຄົນ ເພດຊາຍ ບໍ່ຮູ້ອາຍຸ ບໍ່ຮູ້ຊື່ ບໍ່ຮູ້ທີ່ຢູ່ ອາການເບື້ອງຕົ້ນ ແມ່ນຂາຫັກທັງສອງເບື້ອງ ແຂນຫັກ ຫົວແຕກ ເສຍຊີວິດຄາທີ່.

ສ່ວນລົດໃຫຍ່ຄູ່ກໍລະນີແມ່ນລົບໜີ, ທາງເຈົ້າໜ້າທີ່ກໍາລັງຕາມຊອກຫາ. ຫາກເຫັນຂ່າວນີ້ໃຫ້ມອບຕົວດ່ວນ.
ສ່ວນຮູບຜູ່ເສຍຊີວິດ ແມ່ນກົດເບິ່ງນີ້
ເພີ່ມເຕີມ: ໜ່ວຍກູ້ໄພແຂວງໄຊຍະບູລີຂໍສະແດງຄວາມເສຍໃຈນຳຍາດພີ່ນ້ອງຜູ້ເສຍຊີວິດ ເບີ:074 1625 , 020 77577331