ເລື່ອງລາວທີ່ສຸດຈະສະເທືອນໃຈ ກັບອຸບັດຕິເຫດທີ່ເກີດຂຶ້ນ ໃນວັນທີ 6/12/2020, ຜູ້ເປັນສາມີ ທີໃຊ້ເຟສບຸກ Mrbo Cameraman ທີ່ໄດ້ໂພດພາບ ອໍາລາເມຍ ທີ່ສິ້ນລົມຫາຍໃຈ ຍ້ອນອຸບັດຕິເຫດ.

ເຊິ່ງເມຍຂອງລາວໄດ້ຂີ່ລົດຈັກ ແລ້ວຖືກຄູ່ກໍລະນີທີ່່ເມົາແລ້ວຂັບລົດໄວ ຕໍາເຂົ້າຢ່າງແຮງທີ່ທາງແຍກ ຈົນເຈັບສາຫັດ ແລະ ຖືກນໍາສົ່ງ ມາປິ່ນປົວທີ່ ໂຮງໝໍ 103, ແລະ ຄົນເຈັບໄດ້ເສຍຊີວິດໃນເວລາຕໍ່ມາ.

ຄລິບຕອນເກີດເຫດ

ຜົວ: “ນີ້ອາດຈະເປັນຈູບຄັ້ງສຸດທ້າຍ, ມີພຽງປະຕິຫານເທົ່ານັ້ນທີ່ຈະຊ່ວຍເຈົ້າໄວ້ໄດ້, ຟື້ນມາລົມກັບຂ້ອຍໄດ້ບໍ່
ຂ້ອຍຈະຢູ່ແນວໃດ ຖ້າບໍ່ມີເຈົ້ານຸດ 😔😔😔”

ຜົວ: “ກອດຄັ້ງສຸດທ້າຍ, ໄປດີເດີນາງເມຍນຸດ, ຜົວສຸດທີ່ຈະຍື້ຈະດຶງເມຍໄວ້ແລ້ວ, ເຮັດທຸກວີທີທາງແລ້ວ, ແຕ່ມັນກາຍື້ເວລາໄດ້ພຽງເທົ່ານີ້ 😔😔😔”

ຮຽກຮ້ອງໃຫ້ສັງຄົມລາວ ຕ້ອງຈິງຈັງໃນການ ແກ້ໄຂບັນຫາ “ເມົາແລ້ວຂັບ” .

ສະແດງຄວາມເສຍໃຈມາຍັງຄອບຄົວຜູ້ເຄາະຮ້າຍ

Leave a Reply

Your email address will not be published. Required fields are marked *