ວັນທີ່ 8 ທັນວາ 2020 ດ່ວນທີ່ສຸດ! ແຂວງບໍ່ແກ້ວອອກແຈ້ງການເພີ່ມເຕີມ ເລກທີ່ 1172/ຫວຂ.ບກ ໃນການເຂົ້າອອກ ເມືອງຕົ້ນເຜິ້ງ. ດັ່ງລາຍລະອຽດຂ້າງລຸ່ມ

.

ແຈ້ງການກ່ອນໜ້ານີ້

ເມືອງຕົ້ນເຜິ້ງ ເລີ່ມປະຕິບັດມາດຕະການປິດເມືອງຊົ່ວຄາວ ພ້ອມຈັດຕັ້ງການປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ.

ວັນທີ 05 ທັນວາ 2020 ຜ່ານມາ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ເລີ່ມຈັດຕັ້ງປະຕິບັດມາດຕະການປິດເມືອງຊົ່ວຄາວ ຕາມຄໍາສັ່ງ ເລກທີ 1389 ຂອງຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດ ໂຄວິດ 19 ຂັ້ນແຂວງ ແລະ ຄໍາສັ່ງເລກທີ 016 ຂອງເຈົ້າເມືອງໆ ຕົ້ນເຜິ້ງ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕອບໂຕ້ໄວຕໍ່ການລະບາດຂອງພະຍາດດັ່ງກ່າວທີ່ເກີດຂຶ້ນຢູ່ປະເທດໃກ້ຄຽງເຂົ້າມາແຂວງ ບໍ່ແກ້ວ.


ເຊິ່ງຄະນະສະເພາະກິດຂອງເມືອງ ໄດ້ມອບໝາຍມອບໃຫ້ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງສົມທົບກັບສະມາຄົມເຮືອ, ອຳນາດການປົກຄອງບ້ານ, ເຈົ້າໜ້າທີ່ກ່ຽວຂ້ອງນໍາພາ ປກສ – ກອງຫຼອນບ້ານ, ເຈົ້າຂອງເຮືອ ເຄື່ອນຢ້າຍເຮືອນ້ອຍ, ເຮືອກາບ, ເຮືອຫາປາຂຶ້ນຝັ່ງ, ເຕົ້າໂຮມເຮືອໃຫຍ່ບັນທຸກສິນຄ້າຈອດລວມໄວ້ເປັນຈຸດດຽວເພື່ອສະດວກໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ໃຫ້ໂຈະການເຄື່ອນໄຫວກິດຈະການເດີນເຮືອຂົນສົ່ງສິນຄ້າທຸກປະເພດ,

ແຕ່ງຕັ້ງທິມງານ ປກສ – ກອງຫຼອນບ້ານ, ເຈົ້າໜ້າທີ່ຕໍາຫຼວດ, ສາທາລະນະສຸກ ລົງປະຈໍາຈຸດເຂົ້າ – ອອກເມືອງ ຈຸດບ້ານນ້ໍາເກິ່ງເກົ່າ, ຈຸດບ້ານມ່ວງຄໍາ, ຈຸດປະຕູໂຂງເຂົ້າເທດສະບານເມືອງ ເພື່ອປ້ອງກັນບໍ່ໃຫ້ມີການເຂົ້າ – ອອກຂອງພົນລະເມືອງ ແລະ ກວດອຸນຫະພູມ ຢ່າງເຂັ້ມງວດ

ສ່ວນບັນດາບ້ານໃນຂອບເຂດເມືອງແມ່ນໃຫ້ຈັດຕັ້ງການປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ບໍ່ໃຫ້ຄົນທີ່ມາຈາກຕ່າງບ້ານ, ຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າມາໃນຊ່ວງເວລານີ້ເດັດຂາດ ຍົກເວັ້ນຄະນະສະເພາະກິດ ແລະ ກໍລະນີເຈັບເປັນໄປຮັກສາສຸຂະພາບ, ໄປຊື້ອາຫານການກິນຢູ່ຕະຫຼາດ, ໄປທໍາການຜະລິດປູກຝັງລ້ຽງສັດ ແລະ ພະນັກງານ, ທະຫານ, ຕໍາຫຼວດ ໄປປະຕິບັດຫນ້າທີ່ ແຕ່ຕ້ອງໄດ້ຮັບອະນຸຍາດ ຈາກການຈັດຕັ້ງ ຂັ້ນບ້ານທີ່ກ່ຽວຂ້ອງ ແລະ ຕ້ອງປະຕິບັດຕາມລະບຽບ ຂອງຄະນະສະເພາະກິດວາງອອກ

ນອກນັ້ນ ຍັງໄດ້ແຈ້ງໃຫ້ໂຮງຮຽນໃນຂອບຂອບທົ່ວເມືອງປິດການຮຽນ – ການສອນຊົ່ວຄາວ, ແຈ້ງໃຫ້ຜູ້ປະກອບການພາຍໃນເມືອງໃຫ້ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານເບຍ, ຮ້ານບໍລິການນວດ, ສະປາທຸກປະເພດ, ສະຖານທີ່ອອກກໍາລັງກາຍ ແລະ ຫຼີ້ນກິລາ, ຕະຫຼາດກາງຄືນ ທີ່ມີຄວາມສ່ຽງໃນການລະບາດ ແລະ ມາດຕະການອື່ນໆ.


ການຈັດຕັ້ງປະຕິບັດມາດຕະການປິດເມືອງຄັ້ງນີ້ຈະດຳເນີນໄປໂດຍບໍ່ມິກຳນົດ ຖ້າມີການປ່ຽນແປງ ທາງຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ຈະແຈ້ງໃຫ້ທົ່ວສັງຄົມຮັບຮູ້ແຕ່ລະໄລຍະ.

ພາບ – ຂ່າວ: ອຸໄທ ພູມມາ ແຂວງບໍ່ແກ້ວ

Leave a Reply

Your email address will not be published. Required fields are marked *