ບົດບາດຄວາມສຳຄັນຂອງສະຖາບັນຄອບຄົວມີຕໍ່ຄຸນສົມບັດສິນທຳປະຕິວັດ ແລະ ປະຫວັດປະທານສີຈີ້ນຜິງ:

ສະຖາບັນຄອບຄົວຂອງ ປະທານ ສີຈີ້ນຜິງ:

ພໍ່ ແລະ ແມ່ຂອງທ່ານສີຈິ້ນຜິງ ແມ່ນນັກປະຕິວັດເກົ່າ ແລະ ສະມາຊິກພັກຜູ້ອາວຸໂສ, ປີ 1962 ທ່ານສີຈຸ້ງຊຸນ ພໍ່ຂອງທ່ານສີຈິ້ນຜິງຖືກໃສ່ຮ້າຍທາງດ້ານວຽກງານ, ແມ່ໄດ້ພາສີຢວນຜິງ ທີ່ເປັນລູກຫຼ້າໄປເຮັດວຽກຢູ່ນິຄົມກະເສດແຫ່ງໜຶ່ງທີ່ແຂວງເຫີໜານ, ເອື້ອຍຂອງທ່ານສີຈິ້ນຜິງຖືກສົ່ງໄປອອກແຮງງານຢູ່ຄ້າຍທະຫານທີ່ຫ່າງໄກສອກຫຼີກ ແລະ ທ່ານສີຈິ້ນຜິງເອງກໍ່ໄດ້ເດີນທາງໄປອອກແຮງງານທີ່ພາກເໜືອແຂວງສ້ານຊີ;

ສະມາຊິກໃນຄອບຄົວດຽວກັນຈຳເປັນຕ້ອງແຕກແຍກກັນຢູ່ຄົນລະບ່ອນ, ຜູ້ເປັນແມ່ແນ່ນອນແມ່ນເປັນຫ່ວງນຳລູກທຸກຄົນຫຼາຍ, ແມ່ໄດ້ຫຍິບຖົງໃສ່ເຂັມຖົງໜຶ່ງ ຢູ່ກາງຖົງແມ່ໄດ້ແສ່ວໂຕໜັງສືສີແດງ 3 ໂຕໄວ້ເປັນຄະຕິເຕືອນໃຈຄື: “ດວງໃຈຂອງແມ່”;

ໃນງານສະເຫຼີມສະຫຼອງບຸນກຸດຈີນປີ 2015 ທ່ານສີຈິ້ນຜິງໄດ້ອ່ານກະວີເລື່ອງ ລູກຜູ້ອອກເດີນທາງໄກ ທີ່ແຕ່ງດ້ວຍເມິ້ງຮ້າວຣານ ນັກກະວີລາດຊະວົງຖາງຂອງຈີນຄື: “ແມ່ຈັບເອົາເຂັມ ແລະ ເສັ້ນດ້າຍ ເພື່ອຫຍິບເຄື່ອງນຸ່ງໃຫ້ລູກຜູ້ທີ່ຈະເດີນທາງໄປໄກ, ແມ່ຫຍິບຢ່າງລະອຽດປານີດ ຂໍແຕ່ວ່າລູກຈົ່ງກັບມາໂດຍໄວ, ບົດກະວີບົດນີ້ໄດ້ສະແດງໃຫ້ເຫັນເຖິງຄວາມຮັກແພງໃນຄອບຄົວຂອງປະຊາຊົນຈີນຢ່າງເລິກເຊິ່ງ”;

ໃນວັນເວລາທີ່ເຮັດວຽກຢູ່ພາກເໜືອແຂວງສ້ານຊີ, ທ່ານສີຈິ້ນຜິງບໍ່ໄດ້ເຮັດໃຫ້ແມ່ຜິດຫວັງ, ທ່ານໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງເຊັ່ນ: ການປູກຝັງ, ການຂົນສົ່ງຖ່ານຫິນ, ການສ້າງເຄື່ອນນໍ້າ ແລະ ຫາບຝຸ່ນໃສ່ດິນ, ທ່ານໄດ້ທົນຕໍ່ຄວາມທຸກຍາກທຸກຢ່າງ;

ເປັນເວລາເຈັດປີທີ່ດຳລົງຊີວິດຢູ່ຊົນນະບົດ, ເຮັດໃຫ້ທ່ານໄດ້ຜູກພັນມິດຕະພາບ ແລະ ຄວາມຮັກແພງກັບພີ່ນ້ອງຊາວບ້ານຢູ່ຊົນນະບົດແຂວງສ້ານຊີ ແລະ ປີ 1975 ທ່ານສີຈິ້ນຜິງໄດ້ຮັບການສະເໜີໄປຮຽນຢູ່ມະຫາວິທະຍາໄລຊິງຫວາ, ໃນມື້ທີ່ຈາກໄປນັ້ນ ປະຊາຊົນຢູ່ບ້ານຊົນນະບົດແຫ່ງນັ້ນພາກັນມາສົ່ງທ່ານ ແລະ ທ່ານສີຈິ້ນຜິງໄດ້ເອົາຖົງໃສ່ເຂັມທີ່ຫຍິບດ້ວຍແມ່ນັ້ນມອບໃຫ້ເພື່ອນບ້ານ ຈ່າງເວີ້ຍຜາງ ເພື່ອເປັນທີ່ລະນຶກ, “ເຖິງວ່າ ຂ້ອຍໄດ້ລາຈາກໄປ, ແຕ່ຈິດໃຈຂອງຂ້ອຍຍັງຢູ່ແຫ່ງນີ້ຄືເກົ່າ”;

ຄຳສັ່ງສອນຂອງແມ່ກ່ຽວກັບການຕອບບຸນແທນຄຸນປະເທດຊາດ “ຄອບຄົບທັງໝົດຄວນຖືສຳຄັນນຳການສິດສອນ ແລະ ການປະພຶດ, ສອນຄວາມຮູ້, ສ້າງຄຸນສົມບັດ, ຊ່ວຍພວກເດັກໆຢ່ວງບາດກ້າວທຳອິດແຫ່ງຊີວິດອອກໄປເປັນຢ່າງດີ” ຄວາມຮັບຜິດຊອບຕໍ່ປະເທດຊາດຂອງ ທ່ານກໍ່ແມ່ນຄ່ອຍໆຈໍ່ຕົວຂຶ້ນຈາກການສິດສອນທາງຄອບຄົວມາແຕ່ນ້ອຍ;

ທ່ານສີຈິ້ຜິງມັກຈະຫວນຄືນອະດີດທີ່ດຳລົງຊີວິດຢູ່ກັບແມ່ຂອງຕົນເອງເລື້ອຍໆ ເຊິ່ງຢູ່ໃນບົດບັນທຶກຂອງທ່ານ, ທ່ານໄດ້ຂຽນວ່າ “ເມື່ອຕົນເອງອາຍຸ 05-06 ປີ ແມ່ເຮັດວຽກຢູ່ໂຮງຮຽນສູນກາງພັກ, ຢູ່ກາງທາງ ທີ່ໄປໂຮງຮຽນມີຮ້ານຂາຍປື້ມແຫ່ງໜຶ່ງ, ເມື່ອເວລາຂ້ອຍຂີ້ຄ້ານບໍ່ຢາກຍ່າງ, ແມ່ກໍ່ຈະເຈ່ຍຂ້ອຍ ແລ້ວເຂົ້າຮ້ານຂາຍປື້ມແຫ່ງນັ້ນເພື່ອຊື້ປືມປະກອບຮູບກ່ຽວກັບຢ້ວຍເຟີຍໃຫ້ຂ້ອຍອ່ານ”;

ເມື່ອໄດ້ຊື້ປື້ມມາແລ້ວ, ແມ່ກໍ່ເລົ່າເລື່ອງແມ່ຂອງຢ້ວຍເຟີຍປັກຕົວໜັງສືດ້ວຍເຂັມໃສ່ທາງຫຼັງຂອງຢ້ວຍເຟີຍ ເພື່ອໃຫ້ຢ້ວຍເຟີຍຮູ້ບຸນຄຸນ ແລະ ຕອບແທນປະເທດຊາດ “ຂ້ອຍວ່າປັກເຂັມໃສ່ທາງຫຼັງບໍເຈັບຫຼາຍບໍ ແລະ ແມ່ຂ້ອຍວ່າເຈັບແທ້, ແຕ່ກໍ່ຈົດຈຳໄວ້ໃນໃຈໄດ້ດີ”, ຄຳວ່າຕອບບຸນແທນຄຸນປະເທດຊາດໄດ້ເຮັດໃຫ້ທ່ານສີຈິ້ນຜິງຈົດຈຳໄວ້ຈົນກາຍເປັນເປົ້າໝາຍໃນຊີວິດຂອງທ່ານ;

ທ່ານນາງຊີຊິນ ທີ່ຖືສຳຄັນນຳການສິດສອນທາງຄອບຄົວນັ້ນໄດ້ສົ່ງຜົນສະທ້ອນຢ່າງເລິກເຊິ່ງໄປໃຫ້ທ່ານ ສີຈິ້ນຜິງໃນຕະຫຼອດໄລຍະການເຕີບໂຕ, ເພິ່ນໄດ້ຂຽນຈົດໝາຍໄປຫາທ່ານສີຈິ້ນຜິງທີ່ດຳລົງຕຳແໜ່ງ ການນຳຢູ່ຕ່າງແຂວງເລື້ອຍ ເພື່ອບອກສອນລະບຽບການຂອງຄອບຄົວ ໂດຍກ່າວວ່າ ການມີຕຳແໜ່ງສູງຍິງຕ້ອງການມີຄວາມເຂັ້ມງວດຕໍ່ຕົນເອງ;

ທ່ານນາງສີຊິນ ຍັງຕັ້ງໄດ້ເຕົ້າໂຮມສະມາຊິກທຸກຄົນໃນຄອບຄົວປະຊຸມກັນ ເພື່ອກຳນົດວ່າທຸກຄົນບໍ່ໃຫ້ເຄື່ອນໄຫວ ຫຼື ເຮັດທຸລະກິດຢູ່ໃນຂອບເຂດວຽກງານທີ່ທ່ານສີຈິ້ນຜິງຮັບຜິດຊອບ, ໂດຍໄດ້ຮັບຜົນສະທ້ອນຈາກພໍ່ແມ່ ທ່ານສີຈິ້ນຜິງກໍ່ໄດ້ສືບທອດແບບແຜນຄອບຄົວທີ່ດີ ມີຄວາມເຂັ້ມງວດຕໍ່ສະມາຊິກໃນຄອບຄົວ, ທ່ານໄປເຮັດວຽກຢູ່ບ່ອນໃດ ມັກຈະບອກຍາດພີ່ນ້ອງ ແລະ ໝູ່ເພື່ອນວ່າ: “ຢ່າເຮັດທຸລະກິດຢູ່ໃນຂອບເຂດວຽກງານຂອງຂ້ອຍ, ບໍ່ໃຫ້ຫາຂໍ້ອ້າງສິດພິເສດໄດໆແກ່ຕົນເອງດ້ວຍຊື່ສຽງຂອງຂ້ອຍ ຫຼື ຂ້ອຍຈະປະຕິບັດຕາມລະບຽບການ”;

ທ່ານສີຈິ້ນຜິງມີຄວາມກະຕັນຍູຕໍ່ແມ່, ເມື່ອໃດມີເວລາຫວ່າງກິນເຂົ້າກັບແມ່ແລ້ວ, ກໍ່ຈະຈູງແຂນແມ່ອອກໄປຍ່າງຫຼິ້ນຫຼັງກິນເຂົ້າ ແລະ ລົມກັບແມ່, ແຕ່ຍ້ອນເປັນການນຳຄານຳວຽກງານຕ່າງໆ ຈິ່ງບໍ່ສາມາດຢາມແມ່ເລື້ອຍໆ ກໍ່ກາຍເປັນເລື່ອງປົກກະຕິແລ້ວ, ບຸນກຸດຈີນໃນປີ 2001 ທ່ານນາງຊີຊິນໄດ້ໂທລະສັບລົມກັບທ່ານສີຈິ້ນຜິງ ທີ່ເປັນເຈົ້າແຂວງແຂວງຝູຈ້ຽນ ເຊິ່ງປີນັ້ນທ່ານບໍ່ສາມາດກັບໄປປັກກິ່ງເພື່ອເຕົ້າໂຮມກັບພໍ່ແມ່;

ໃນການລົມໂທລະສັບ, ແມ່ເວົ້າວ່າ “ແມ່ຮູ້ສຶກດີໃຈທີ່ເຫັນວ່າລູກມີວຽກຫຼາຍ, ສຳຄັນບໍ່ແມ່ນວ່າລູກຈະກັບມາຫຼືບໍ, ຂໍພຽງແຕ່ລູກເຮັດວຽກໃຫ້ດີ ກໍ່ຖືວ່າແມ່ນຄວາມກະຕັນຍູຕໍ່ພໍ່ແມ່ທີ່ດີທີ່ສຸດແລ້ວ, ນີ້ຄືຄວາມຮັບຜິດຊອບຕໍ່ຄອບຄົວ ແລະ ຄວາມຮັບຜິດຊອບຕໍ່ລູກເອງ, ທັງສອງອັນນີ້ເປັນເອກະພາບກັນ”;

ເມື່ອໄດ້ຮູ້ວ່າລູກບໍ່ສາມາດກັບເມືອຢາມບ້ານຍ້ອນຄານຳວຽກ, ທ່ານນາງສີຊິນ ຜູ້ເປັນແມ່ພັດດີໃຈ, ຈາກຄຳເວົ້າດັ່ງກ່າວສາມາດເຫັນໄດ້ວ່າ ແມ່ໄດ້ສະໜັບສະໜູນວຽກຂອງລູກຢ່າງຫຼວງຫຼາຍ, ແລະເຂົ້າໃຈຢ່າງເຕັມສ່ວນຕໍ່ການທີ່ບໍ່ສາມາດເຕົ້າໂຮມກັນໃນຍາມບຸນ;

ສຳລັບຄອບຄົວທີ່ມີປະເພນີປະຕິວັດອັນດີງາມນັ້ນ, “ປະເທດ” ແລະ “ປະຊາຊົນ” ແມ່ນຢູ່ໃນຖານະອັນດັບໜຶ່ງຕະຫຼອດມາ, ສ່ວນຄອບຄົວຂອງຕົນເອງ ແມ່ນຢູ່ທາງຫຼັງ, ທີ່ຈິງແລ້ວ ບໍ່ພຽງແຕ່ປີ 2001 ທໍ່ນັ້ນ , ຕະຫຼອດໄລຍະ 17 ປີແຕ່ປີ 1985-2002 ທ່ານສີຈິ້ນຜິງໄດ້ເຮັດວຽກຢູ່ແຂວງຝູຈ້ຽນແມ່ນໜ້ອຍທີ່ສຸດທີ່ເຕົ້າໂຮມກັບຄອບຄົວເປັນປະຈຳ;

ຄອບຄົວຖືເປັນປະເທດນ້ອຍໆ ແລະ ປະເທດປະກອບດ້ວຍຄອບຄົວນັບເປັນໝື່ນເປັນລ້ານ, ຄອບຄົວ ແລະ ປະເທດຕ່າງຊ່ວຍຊູຍູ້ໜູນກັນ, ການເອົາໃຈໃສ່ຄອບຄົວ, ເອົາໃຈໃສ່ນຳການສິດສອນຂອງຄອບຄົວ, ເອົາໃຈໃສ່ນຳແບບແຜນຂອງຄອບຄົວ, ແມ່ນຫຼັກການຂອງທ່ານສີຈິ້ນຜິງພ້ອມຄອບຄົວ.

ທ່ານ ສີ ຈິນຜິງ ຜູ່ຜ່ານການທົດສອບໃນແປວໄຟແຫ່ງການປະຕິວັດຂອງຊົນຊັ້ນກຳມະຊີບແຕ່ລະຍຸກແຕ່ລະສະໄໝ ກວ່າຈະກ້າວຂ້າມຜ່ານມາເຖິງຈຸດນີ້:

ບຸກຄະລິກສ່ວນຕົວ ເປັນຄົນເວົ້າໜ້ອຍ ທ່າທາງໃຈດີ ແລະ ເຂັ້ມແຂງ, ເພາະທ່ານຊິນເຄີຍໃນຊິວິດໄວເຍົາແສນທໍລະຫົດອົດທົນຈົນກ້າວຂື້ນມາຈຸດສູງສຸດໃນທຸກວັນນີ້ ແລະ ກາຍເປັນຜູ້ທີ່ຊົງອິດທິພົນຕໍ່ຜູ່ຄົນທົ່ວໂລກບໍ່ແພ້ທ່ານວະລາດີເມຍ ປູຕິນ;

ເປັນລູກຊາຍຂອງທ່ານ ສີ ຈົງຊຸນ ອະດິດຮອງນາຍົກລັດຖະມົນຕີ ຜູ້ໃກ້ຊິດຕິດແໜ້ນກັບປະທານເໝົາເຈີ ຕຸງ ອະດິດຜູ້ກໍ່ຕັ້ງພັກຄອມມູນິດຈີນ;

ກຳເນີດໃນຄອບຄົວຊັ້ນຄົນພະນັກງານການນຳ ມີຊິວິດການເປັນຢູ່ສະດວກສະບາຍ ແລະ ໄດ້ຖືກສົ່ງໄປຝຶກຝົນຫຼໍ່ຫຼອມຢູ່ເຂດຫ່າງໄກສອກຫຼີກ ຫຼື ເອີ້ນວ່າຊິວິດຍ້ອມແມວສ້າງແມວໄວ້ໃຫ້ປາບໜູ;

ໃນຊ່ວງການປະຕິວັດວັດທະນະທຳ, ທ່ານ ສີ ຈົງຊຸນ ຜູ່ເປັນພໍ່ຂອງທ່ານໄດ້ຮັບອະນຸຍາດໃຫ້ພິມເຜີຍແຜ່ໜັງສືເຫຼັ້ມໜື່ງໃນປີ 1962 ທີ່ໄດ້ວິພາກວິຈານປະທານເໝົາເຈີຕຸງ, ດັ່ງນັ້ນ ປະທານ ບໍພໍໃຈ ແລະ ເສຍໃຈແຮງໂດຍໄດ້ປົດທ່ານ ສີ ຈົງຊຸນ ໂດຍໄດ້ໄລ່ໃຫ້ໄປເປັນກຳມະກອນໂຮງງານ;

ຫຼັງຈາກນັ້ນຫ້າປີຕໍ່ມາ, ທ່ານ ສີ ຈົງຊຸນ ຖືກກ່າວຫາວ່າເປັນສາຍລັບສອດແນມໃຫ້ແກ່ເຢຍລະມັນຕາເວັນຕົກ, ໃນສະໄໝນັ້ນທ່ານຢ້ຽມຢາມເຢຍລະມັນຕາເວັນອອກເຫດການຕ່າງໆໂຫດຮ້າຍກວ່າເກົ່າພາໃຫ້ຄອບຄົວຂອງທ່ານເດືອດຮ້ອນໄປໝົດ;

ສະໄໝໄວໜຸ່ມ ໃນເວລາພໍ່ຂອງທ່ານຖືກກ່າວໃສ່ຮ້າຍນັ້ນ ທ່ານສີ ຈິນຜິງເອງກໍ່ຖືກກ່າວຫາວ່າ ເປັນສະມາຊິກ”ແກ໊ງດຳ”ເນື້ອງຈາກປະຫວັດອັນບໍ່ດີຂອງຜູ້ເປັນພໍ່ຂອງທ່ານໃນເວລານັ້ນໂຮງຮຽນທີ່ທ່ານ ສີ ຈິນຜິງ ຮຽນຢູ່ກໍ່ຖືກຄວບຄຸມໂດຍກຸ່ມປະຕີວັດວັດທະນະທຳບັນດາເພື່ອນໆມັກຈະເອົາລັດເອົາປຽບຢຽບຍຳກຽດສັກສີຂອງທ່ານ ແລະ ຄອບຄົວມາຕະລອດ;

ທ່ານຖືກກົດດັນໜັກ ແລະ ກຸ້ມໃຈທີ່ສຸດ, ແຕ່ດ້ວຍຈິດໃຈແຂ່ງກ້າວເຂັ້ມແຂງຕໍ່ມາທ່ານຖືກສົ່ງໄປຍັງເຂດຫ່າງໄກຊອກຫຼີກທຸລະກັນດານເອີ້ນວ່າ ເຂດຜີບໍ່ທອງຄົນບໍ່ທຽວ ກໍ່ວ່າໄດ້ນັ້ນຄືເຂດ ຫຼຽງເຈີເຫີ ເຊີ່ງເປັນໜື່ງໃນເຂດຂອງໂຄງການທີ່ລີເລີ້ມໂດຍປະທານເໝົາ ເຈີຕູງ;

ເພື່ອສ້າງຄວາມອົດທົນອົດກັ້ນໃຫ້ເຍົາວະຊົນ ທ່ານ ສີ ຈິນຜີງ ເປັນໜື່ງໃນປັນຍາຊົນໃນຈຳນວນ 29,000ຄົນ ທີ່ຖືກສົ່ງໄປຝຶກຝົນ ຫຼື ເອີ້ນຢ່າງໜື່ງວ່າ ເດັກຍ້ອມແມວ ເພາະເຄີຍຢູ່ສຸກສະບາຍໃນຄອບຄົວມີຖານະຮັ່ງມີມາແລ້ວ ແລະ ໃຫ້ໄປຝຶກເຮັດໄຮ່ເຮັດນາລ້ຽງສັດປູກຝັງຕາມອຸດົມການລັດທິມາກ-ເລນິນ ຫຼື ລັດທິສາກົນກຳມະຊີບ;

ໃນເວລານັ້ນທ່ານ ສີ ຈິນຜິງ ມີຄວາມຕັ້ງໃຈ ແລະ ວາງເປົ້າໝາຍອຸດົມການຊີວິດ ວ່າໃຫ້ສາມາດເປັນສະມາຊິກພັກຄອມມູນິດຈີນ, ທ່ານໄດ້ຂຽນໃບສະໝັກເຖີງ 09 ຄັ້ງ, ແຕ່ຖືກປະຕິເສດມາຕະລອດຈົນຮອດຄັ້ງສຸດທ້າຍທ່ານກໍ່ເຮັດສຳເລັດ ສາມາດຜ່ານຊີວະປະຫວັດເປັນມະຫາຊົນຜູ່ກ້າວໜ້າ ແລະ ບັນຈຸເຂົ້າໃນເປົ້າໝາຍການກໍສ້າງເປັນສະມາຊິກພັກຄອມມູນິດຈີນ;

ຕໍ່ມາໃນປີ 1972, ຄອບຄົວກໍ່ໄດ້ມາພົບພໍ້ໜ້າພໍຕາກັນອີກຄັ້ງໃນຊິວິດ ພໍ່ຂອງທ່ານຄື ທ່ານ ສີ ຈົງຊຸນ ຖືກທໍລະມານອາການສາຫັດຈາກການໄຊ້ແຮງງານໜັກ ຈົນຈື່ ທ່ານ ສີ ຈິນຜິງ ບໍ່ໄດ້ ແລະ ເອີ້ນຊື່ລູກຜິດໆຖືກໆ, ສະໄໝນັ້ນທ່ານມັກຈະສູບຢາກັບພໍ່ ແລະ ໂອ້ລົມກັນເຖີງຄວາມຕົກຕໍ່າຂອງຊິວິດ;

ຫຼັງຈາກປະທານ ເໝົາ ເຈີຕຸງ ອະສັນຍະກຳລົງ, ກຽດ ແລະ ຊື່ສຽງພໍ່ຂອງທ່ານໄດ້ຮັບການຟື້ນຟູ, ທ່ານ ສີ ຈິນຜິງ ຕັ້ງໃຈສຶກສາຮໍ່າຮຽນຈົນສຳເລັດການສຶກສາ ແລະ ເລີ່ມມີສາຍສຳພັນກັບບຸກຄົນສຳຄັນຕ່າງໆໃນກອງທັບປະຊາຊົນຈີນ ເວລານັ້ນກອງທັບມີອິດທິພົນສູງສູດໃນປະເທດຈີນ.

ຊີວະປະຫວັດໄລຍະຟ້າຫຼັງຝົນຂອງ ທ່ານ ສີ ຈິ້ນຜິງ (Xi Jinping): ເຜົ່າຮັ້ນ, ວັນເດືອນປີເກີດ: ເດືອນມິຖຸນາ 1953, ບ້ານເກີດ: ເມືອງຟູຜິງ ແຂວງສ້ານຊີ່

ການເຄື່ອນໄຫວແຕ່ລະໄລຍະ:

1. ມັງກອນປີ 1974 ເປັນສະມາຊິກພັກກອມມູນິດຈີນ,

2. ລະດັບທິດສະດີ ປະລິນຍາໂທທິດສະດີລັດທິມາກແລະ ການສຶກສາແນວຄິດການເມືອງວິທະຍາໄລວັດທະນະທຳສັງຄົມມະຫາວິທະຍາໄລຊິງຮວາ,

3. ລະດັບການສຶກສາ:ປະລິນຍາເອກສາຂານິຕິສາດ,

ຕຳແໜ່ງໃນປັດຈຸບັນ:

ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານຄະນະກຳມະການການທະຫານສູນກາງພັກກອມມູນິດຈີນ, ປະທານປະເທດສາທາລະນະລັດປະຊາຊົນຈີນ, ປະທານຄະນະກຳມະການການທະຫານສູນກາງສາທາລະນະລັດປະຊາຊົນຈີນ,

ຕຳແໜ່ງໄລຍະຜ່ານມາ:

1. ຮອງເລຂາຄະນະພັກ,ເຈົ້າແຂວງແຂວງຟູຈ້ຽນ,

2. ຮອງເລຂາຄະນະພັກ,ວ່າການແທນເຈົ້າແຂວງແຂວງເຈີ້ຈ່ຽງ,

3. ເລຂາຄະນະພັກ,ປະທານສະພາປະຊາຊົນແຂວງເຈີ້ຈ່ຽງ,

4. ເລຂາຄະນະພັກນະຄອນຊຽງໄຮ້, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ,ອະທິການບໍດີໂຮງຮຽນທິດສະດີພັກສູນກາງ,

5. ຮອງປະທານປະເທດສາທາລະນະລັດປະຊາຊົນຈີນ, ຮອງປະທານຄະນະກຳມະການການທະຫານສູນກາງພັກກອມມູນິດຈີນ, ຮອງປະທານຄະນະກຳມະການການທະຫານສູນກາງສາທາລະນະລັດປະຊາຊົນຈີນ ແລະ ອື່ນໆ.

ປະຫວັດສາດແຫ່ງການຝຶກຝົນຫຼໍ່ຫຼອມຊີວິດໄວໜຸ່ມຂອງປະທານ ສີຈິ້ນຜິງ ໃນແປວໄຟການປະຕິວັດ ບ້ານຫຼຽງເຈ່ຍເຫີ:

ວັນທີ 13 ກຸມພາ 2015 ກົງກັບມື້ວັນທີ 25 ເດືອນຈຽງຕາມຈັນທະຄະຕິຈີນ, ເວລາ 11 ໂມງປາຍ, ລົດເມ 03 ຄັນ ໄດ້ແລ່ນໄປຈອດຢູ່ປາກປະຕູບ້ານຫຼຽງເຈ່ຍເຫີ ແລະ ມີຄົນຈຳນວນໜຶ່ງໄດ້ລົງລົດ ແລ້ວຍ່າງເຂົ້າບ້ານ:

ສີຈິ້ນຜິງ ກັບມາແລ້ວ, ເມື່ອໄດ້ຍິນສຽງເວົ້າຄືແນວນັ້ນ ຊາວບ້ານໄດ້ພາກັນແລ່ນໄປຫາ:

ທ່ານສີຈິ້ນຜິງໄດ້ກັບເມືອຢາມບ້ານຫຼຽງເຈ່ຍເຫີ ເຊິ່ງເປັນບ້ານຊົນນະບົດທີ່ຕັ້ງຢູ່ເຂດໃຈກາງຂອງພູພຽງດິນເຫຼືອງ ເປັນບ່ອນທີ່ທ່ານອາໄລອາວອນ ແລະຄິດເຖິງເລື້ອຍໆ ແລະ ເມື່ອຄິດເບິ່ງແລ້ວເຫັນວ່າ “ທ່ານໄດ້ລາຈາກບ້ານຫຼຽງເຈ່ຍເຫີໄປຄົບ 40 ປີແລ້ວ”,

ເມື່ອໄດ້ກັບມາຢຽບເຖິງດິນແດນທີ່ຕົນເອງເຄີຍອອກແຮງງານ ແລະ ດຳລົງຊີວິດຢູ່ແຫ່ງນີ້, ໄດ້ເຫັນພໍ່ແມ່ປະຊາຊົນທີ່ເຄີຍຢູ່ຮ່ວມກັນຕະຫຼອດ ແລະ ບໍ່ເຄີຍຫຼົງລືມຈັກເທື່ອນັ້ນ, ທ່ານສີຈິ້ນຜິງຮູ້ສຶກຕື້ນຕັນໃຈທີ່ສຸດ,

ພໍ່ແມ່ປະຊາຊົນກໍ່ເຕົ້າໂຮມກັນເຂົ້າ, ທັງຍ່າງທັງລົມກັບເພິ່ນ, ເມື່ອໄປຮອດປະຕູຫ້ອງການຄະນະບ້ານ, ໄດ້ມີຄົນຢ່າງຫຼວງຫລາຍມາຢືນອ້ອມຂ້າງທ່ານສີຈິ້ນຜິງຢ່າງໜາແໜ້ນ,

ພໍ່ເຖົ້າຫຼຽງອີ້ໝິງ ເລຂາພັກເກົ່າໃນເມື່ອກ່ອນມາຊ້າ, ແຫຍ້ເຂົ້າຝຸງຄົນໄປຮອດຕໍ່ໜ້າທ່ານສີຈິ້ນຜິງ, ທ່ານກໍ່ຈັບມືລົມກັບພໍ່ເຖົ້າຢ່າງສະໜິດສະໜົມ, ພໍ່ເຖົ້າເວົ້າດ້ວຍຄວາມດີໃຈວ່າ: “ນ້ອງນັ່ງລົມກັນກ່ອນ, ອ້າຍເມືອແຕ່ງອາຫານກ່ອນ, ຈັກໜ້ອຍມາກິນເຂົ້າຢູ່ເຮືອນອ້າຍເດີ້”,

ທ່ານສີຈິ້ນຜິງໄດ້ນັ່ງລົມກັບໝູ່ເກົ່າກ່ຽວກັບລາຍຮັບ, ກ່ຽວກັບອາຫານການກິນ, ຖາມຂ່າວຜູ້ເຖົ້າກ່ຽວກັບສຸກຂະພາບ, ການຮຽນຂອງເດັກນ້ອຍ, ຊີວິດການເປັນຢູ່ເປັນແນວໃດ? ມີເຂົ້າ, ຊິ້ນອາຫານກິນຢ່າງພຽງພໍ່ຫຼືບໍ?,

ໝູ່ທັງຫຼາຍໄດ້ບອກເພິ່ນວ່າ: “ດຽວນີ້ຊີວິດການເປັນຢູ່ດີຂຶ້ນແລ້ວ, ໄດ້ມີແປ້ງເບຼແລະເຂົ້າຈ້າວກິນຢ່າງພຽງພໍ່, ຊິ້ນແລະອາຫານຕ່າງໆກໍ່ມີໃຫ້ກິນຢ່າງຄົບຖ້ວນ”,

ເມື່ອໄດ້ຟັງການເວົ້າຂອງໝູ່ທັງຫຼາຍ, ທ່ານສີຈິ້ນຜິງກໍ່ດີໃຈ ແລະທັງຍິ້ມຂຶ້ນທັງເວົ້າວ່າ: “ຊັ້ນກະດີແຫຼະ, ພໍ່ແມ່ພີ່ນ້ອງປະຊົນມີຊີວິດດີຂຶ້ນ, ຂ້ອຍກໍ່ໄວ້ວາງໃຈໄດ້ແລ້ວ”,

ປີ 1975 ທ່ານສີຈິ້ນຜິງໄດ້ລາຈາກບ້ານຫຼຽງເຈ່ຍເຫີໄປ ແລະ ເທື່ອນີ້ແມ່ນທ່ານກັບໄປຢາມເປັນຄັ້ງທີສອງແລ້ວ;

ວັນທີ 27 ກັນຍາ 1993, ທ່ານສີຈິ້ນຜິງໄດ້ກັບໄປຢາມບ້ານຫຼຽງເຈ່ຍເຫີ:

ໃນໄລຍະນັ້ນທ່ານແມ່ນດຳລົງຕຳແໜ່ງເປັນກຳມະການປະຈຳຄະນະພັກແຂວງຝູຈ້ຽນ ທັງເປັນເລຂາຄະນະພັກເມືອງຝູໂຈ່ວ,

ເວລາໄປຮອດບ້ານຫຼຽງເຈ່ຍເຫີ, ທ່ານໄດ້ໄປຢາມພໍ່ແມ່ຊາວບ້ານຕາມແຕ່ລະຄອບຄົວ ແລະ ບອກວ່າ: “ຕ້ອງແກ້ໄຂບັນຫາກິນອີ່ມນຸ່ງອຸ່ນ, ຍັງຕ້ອງແກ້ໄຂບັນຫາດ້ານຄວາມຮູ້ຄວາມສາມາດ”,

ທ່ານໄດ້ມອບໂມງໃຫ້ຄອບຄົວລະໜຶ່ງໜ່ວຍ, ເພື່ອໃຫ້ເດັກນ້ອຍໃຊ້ໃນການຮຽນ, ແລະ ຫວັງວ່າເດັກນ້ອຍທຸກຄົນຈະໄດ້ຮັບການສຶກສາທີ່ດີ,

ການກັບໄປຢາມບ້ານຫລຽງເຈ່ຍເຫີກ່ອນບຸນກຸດຈີນປີ 2015 ເທື່ອນີ້, ທ່ານໄດ້ໃຊ້ເງິນຕົນເອງເພື່ອຊື້ເຂົ້າ, ແປ້ງເບຼ, ນ້ຳມັນແຕ່ງກິນ, ປະເພດຊິ້ນຕ່າງໆ ແລະ ຮູບແຕ້ມສະຫຼອງປີໃໝ່ໃຫ້ໝົດທຸກຄອບຄົວໃນບ້ານ,

ຍ່າງເລາະຢູ່ຕາມບ້ານ, ໂອ້ລົມກັນດ້ວຍຄວາມຮັກແພງ, ທຸກສາຍພູແມ່ນ້ຳທຸກຄົນ ແລະ ທຸກເລື່ອງລາວຂອງບ້ານຫຼຽງເຈ່ຍເຫີລ້ວນແຕ່ເຮັດໃຫ້ທ່ານສີຈິ້ນຜິງອາໄລອາວອນ,

ເມື່ອໄດ້ເຫັນວ່າ ດິນນາທີ່ພໍ່ແມ່ຊາວບ້ານສ້າງຂຶ້ນພາຍໃຕ້ການນຳພາຂອງທ່ານສີຈິ້ນຜິງ ທີ່ເປັນເລຂາຄະນະພັກກອງໃຫຍ່ບ້ານໃນເວລານັ້ນ ຍັງຄົງປູກຝັງ, ສ້າງຜົນເກັບກ່ຽວໃຫ້ແກ່ຊາວບ້ານຫຼຽງເຈ່ຍເຫີໃນສູ່ມື້ນີ້,

ທ່ານສີຈິ້ນຜິງເວົ້າດ້ວຍຄວາມຕື່ນເຕັ້ນວ່າ: “ໃນເວລານັ້ນ, ພວກເຮົາກໍ່ເຄີຍຄິດວ່າຈະກະທົບເຖິງສຸກຂະພາບຫຼືບໍ່, ມີບາງຄົນໂດດລົງນ້ຳເຢັນທີ່ຍັງມີນ້ຳກ້ອນຢູ່ໃນຫັ້ນ ເພື່ອສ້າງນາໃຫ້ດີ”,

ຫຼັງຈາກນັ້ນເປັນເວລາດົນນານ, ເມື່ອອາກາດໜາວລົງກໍ່ເຮັດໃຫ້ທ່ານສີຈິ້ນຜິງເຈັບຂາ, ນັ້ນກໍ່ແມ່ນຍ້ອນການເຮັດນາໃນໄວໜຸ່ມ,

ໃນສາຍຕາຂອງພໍ່ແມ່ຊາວບ້ານ, ທ່ານສີຈິ້ນຜິງທີ່ເປັນເລຂາທິການໃຫຍ່ສູນກາງພັກນັ້ນຍັງແມ່ນໄວໜຸ່ມທີ່ພະຍາຍາມອົດທົນ, ເຮັດແທ້ທຳຈິງແລະດຸໝັ່ນຮ່ຳຮຽນໃນເມື່ອກ່ອນ,

ຄວາມຮັກແພງແບບນີ້ໄດ້ເຂັ້ມຂຸ້ນຂຶ້ນເມື່ອຜ່ານໄປເປັນເວລາ 40 ປີ, ທ່ານສີຈິ້ນຜິງເຄີຍເວົ້າວ່າ “ແຕ່ກ່ອນ ພໍ່ແມ່ຊາວບ້ານໄດ້ສອນໃຫ້ຂ້ອຍດຳລົງຊີວິດແນວໃດ, ອອກແຮງງານແນວໃດ, ເຮັດໃຫ້ຂ້ອຍໄດ້ຮັບຜົນດີບໍ່ໜ້ອຍ, ເວລານັ້ນ ຂ້ອຍອາຍຸພຽງແຕ່ 15-16 ປີທໍ່ນັ້ນ ເຮັດຫຍັງບໍ່ເປັນເທື່ອ. ແຕ່ຫຼັງຈາກນັ້ນ ກໍ່ເຮັດເປັນທຸກຢ່າງ ບໍ່ວ່າຈະເຮັດໝີ່, ຫໍ່ສາລະເປົາ, ເຮັດສົ້ມ ຜັກ,ໄດ້ທຸກຢ່າງເລີຍ. ສົ້ມຜັກນັ້ນດົນແລ້ວບໍ່ໄດ້ກິນ, ຄິດຮອດຫຼາຍ”,

ທ່ານສີຈິ້ນຜິງຄິດຮອດສົ້ມຜັກຂອງບ້ານຫຼຽງເຈ່ຍເຫີຕະຫຼອດ, ໃນໄລຍະໄຂກອງປະຊຸມສອງສະພາເມື່ອວັນທີ 7 ມີນາ 2014, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການປະຊຸມນຳຄະນະຜູ້ແທນແຂວງກຸ້ຍໂຈວ, ທ່ານບອກວ່າ “ເວລາລົງໄປຊົນນະບົດອອກແຮງງານໃນເດືອນມັງກອນປີ 1969, ພໍ່ແມ່ພີ່ນ້ອງປະຊາຊົນໄດ້ຊ່ວຍເຫຼືອຂ້ອຍຫຼາຍ, ເຂົາເຈົ້າໄດ້ກິນອີຫຍັງກໍ່ແບ່ງໃຫ້ຂ້ອຍໜ້ອຍໜຶ່ງ, ຄັນຜູ້ໃດເອົາສົ້ມຜັກຖ້ວຍໜຶ່ງໃຫ້ຂ້ອຍ, ຂ້ອຍກະຮູ້ສຶກວ່າຊີວິດມື້ນັ້ນດີຂຶ້ນ.ດຽວນີ້ ເມື່ອໄດ້ເຫັນປະຊາຊົນຢູ່ເຂດທຸກຍາກ ຂ້ອຍຮູ້ສຶກອີຕົນເຂົາເຈົ້າຫຼາຍ, ພວກເຮົາແມ່ນສະມາຊິກພັກ, ພວກເຮົາຄວນໃຫ້ຄວາມສຳຄັນຕໍ່ເຂົາເຈົ້າ, ເຮັດວຽກຢ່າງຈິງຈັງເພື່ອເຂົາເຈົ້າ, ຖ້າບໍ່ດັ່ງນັ້ນ ກໍ່ຖືວ່າບໍ່ມີຄຸນສົມບັດ”,

ໃນ 40 ປີທີ່ລາຈາກບ້ານຫຼຽງເຈ່ຍເຫີໄປ ທ່ານສີຈິ້ນຜິງຍັງສົນໃຈ ແລະ ໃຫ້ຄວາມສຳຄັນຕໍ່ພໍ່ແມ່ປະຊາຊົນບ້ານຫຼຽງເຈ່ຍເຫີຢູ່, ໂດຍໃນປີ 1994 ລິໂຮເສິ່ງເຈັບຂາ ໄປປົວຢູ່ໂຮງໝໍສອງເດືອນກວ່າ ເສຍເງິນໄປ 6000 ກວ່າຢວນແລ້ວພັດບໍ່ເຊົາ, ລາວເປັນຄົນທຸກຫຼາຍ ຈິ່ງຄິດເຫັນທ່ານສີຈິ້ນຜິງ ແລະໄດ້ຂຽນຈົດໝາຍໄປໃຫ້ເພິ່ນ, ບໍ່ຮອດເຄິ່ງເດືອນ, ທ່ານສີຈິ້ນຜິງກໍ່ຝາກເງິນ 500 ຢວນໃຫ້ລາວເພື່ອໃຫ້ລາວເດີນທາງໄປປົວພະຍາດຢູ່ເມືອງຝູໂຈວ,

ໃນໄລຍະປົວພະຍາດຢູ່ຝູໂຈວ, ມື້ໃດທີ່ທ່ານສີຈິ້ນຜິງຫວ່າງວຽກ ກໍ່ຈະໄປຢາມລາວຢູ່ໂຮງຫມໍ, ແລະ ບອກພໍ່ວ່າ: “ໂຮເສິ່ງ ປົວພະຍາດໃຫ້ເຈົ້າ ເຖິງຈະໃຊ້ເງິນຫຼາຍທໍ່ໃດ ຂ້ອຍກໍ່ບໍ່ເສຍດາຍດອກ, ເມື່ອປົວພະຍາດໃຫ້ເຊົາ, ລິວໂຮເສິ່ງກໍ່ຊິເມືອບ້ານ, ທ່ານສີຈິ້ນຜິງໄດ້ຊື້ປີ້ຍົນໃຫ້ ແລະ ເອົາເງິນຈຳນວນ 2000 ຢວນໃຫ້ລາວ” ແລະ ລາວເວົ້າດ້ວຍຄວາມ ຮູ້ສຶກຜິດໃນໃຈວ່າ: “ຈິ້ນຜິງ, ຂໍໂທດເດີ້ ທີ່ເຈົ້າໄດ້ໃຊ້ຈ່າຍຫຼາຍໝື່ນຢວນເພື່ອຂ້ອຍ” ແລະ ທ່ານສີຈິ້ນຜິງຕອບວ່າ “ພວກເຮົາເປັນເພື່ອນກັນເດ້”,

ທ່ານສີຈິ້ນຜິງໄດ້ຊ່ວຍບ້ານຫຼຽງເຈ່ຍເຫີສ້າງຕາໜ່າງໄຟຟ້າ, ສ້າງໂຮງຮຽນ ສ້າງຂົວ ແລະ ສິ່ງອື່ນໆ, ຄວາມດີຂອງທ່ານສີຈິ້ນຜິງ ຊາວບ້ານແມ່ນບໍ່ເຄີຍຫຼົງລືມຈັກເທື່ອ. ເຂົາເຈົ້າບອກດ້ວຍຄວາມຕື່ນເຕັ້ນວ່າ: “ຈິດໃຈຂອງທ່ານສີຈິ້ນຜິນຢູ່ນຳບ້ານຫຼຽງເຈ່ຍເຫີຕະຫຼອດ”.

ວັນທີ 14 ສິງຫາ 2004, ທ່ານສີຈິ້ນຜິງ ທີ່ເປັນເລຂາຄະນະພັກແຂວງເຈີ້ຈ່ຽງ, ໄດ້ໃຫ້ສຳພາດຕໍ່ສະຖານີວິທະຍຸໂທລະພາບຢຽນອ່ານ, ໃນເວລາ ຕອບຄຳຖາມກ່ຽວກັບວ່າ: “ໄດ້ຖືຕົນເອງເປັນຄົນຢຽນອ່ານແທ້ບໍ່ ແລະ ທ່ານ ສີຈິ້ນຜິງຕອບທັນທີວ່າ: ຂ້າພະເຈົ້າຖືຕົນເອງເປັນຄົນຢຽນອ່ານແທ້ໆ”:

ເປັນຈຸດໜຶ່ງທີ່ເປັນຫົວລ້ຽວຫົວຕໍ່ໃນຊີວິດຂອງຂ້າພະເຈົ້າ ແລະ ຈຸດພິເສດພື້ນຖານຂອງຂ້າພະເຈົ້າໃນປັດຈຸບັນລ້ວນແຕ່ແມ່ນຈໍ່ຕົວຂຶ້ນໃນໄລຍະຢູ່ຢຽນ ອ່ານ, ສະນັ້ນ ຂ້າພະເຈົ້າຈິ່ງ ຖືຕົນເອງເປັນຄົນຢຽນອ່ານຢ່າງແນ່ນອນ:

ວັນທີ 22 ທັນວາ 1968 ທ່ານປະທານເໝົາເຈີຕົງໄດ້ຮຽກຮ້ອງວ່າ “ໄວໜຸ່ມທີ່ເປັນປັນຍາຊົນ ຕ້ອງໄປດຳລົງຊີວິດຢູ່ຊົນນະບົດ ເພື່ອຮັບການສຶກສາຈາກຊາວນາອີກຄັ້ງ, ນີ້ແມ່ນຄວາມຈຳເປັນທີ່ສຸດ”,

ສະນັ້ນນັກຮຽນໜຸ່ມ 17 ລ້ານຄົນໄດ້ຕອບສະໜອງຄຳຮຽກຮ້ອງດັ່ງກ່າວ, ລາຈາກຕົວເມືອງ ແລະ ລົງໄປຮອດຊົນນະບົດ ເຊິ່ງເປັນການເລີ່ມຕົ້ນປະສົບການຕອນໜຶ່ງທີ່ບໍ່ສາມາດລືມໄດ້ໃນຊີວິດຂອງຕົນ,

ໃນໄລຍະນັ້ນ, ທ່ານສີຈິ້ນຜິງທີ່ເປັນຊາວໜຸ່ມຄົນໜຶ່ງໃນກຸ່ມໄວໜຸ່ມດັ່ງກ່າວ ເຊິ່ງເພິ່ນໄດ້ລາຈາກນະຄອນຫຼວງປັກກິ່ງ ໄປຮອດເມືອງຢຽນອ່ານ ທີ່ເປັນບ່ອນສັກສິດແຫ່ງການປະຕິວັດຂອງຈີນ,ໄວໜຸ່ມທີ່ເປັນປັນຍາຊົນ 15 ຄົນຖືກແບ່ງໄປຮອດບ້ານຫຼຽງເຈ່ຍເຫີ, ທ່ານສີຈິ້ນຜິງ ແມ່ນຜູ້ທີ່ມີອາຍຸໜ້ອຍທີ່ສຸດ, ໃນມື້ທີ່ເຂົາເຈົ້າໄປຮອດບ້ານ,ໃນເວລາໄດ້ຊ່ວຍຂົນເຄື່ອງໃຫ້ພວກໄວໜຸ່ມປັນຍາຊົນ ຊາວບ້ານໜຸ່ມຄົນ ໜຶ່ງໄປຊ່ວຍຫາບຫີບສີນ້ຳຕານທີ່ເບິ່ງໄປຄືຊິນ້ອຍກວ່າ ຫີບໜ່ວຍອື່ນໆ, ແຕ່ລາວພັດຍ່າງຊ້າກວ່າໝູ່,

ເມື່ອນັ່ງພັກຜ່ອນ, ຊາວບ້ານຄົນນີ້ໄດ້ລອງ ຫິ້ວຫີບ ໃຫຍ່ຂອງຄົນອື່ນແລ້ວຈິ່ງເຫັນວ່າ, ຫີບນ້ອຍທີ່ຕົນເອງຫາບນັ້ນ ແມ່ນໜັກກວ່າຫີບໃຫຍ່ໜ່ວຍອື່ນ,

ເມື່ອໄປຮອດບ່ອນ, ຄົນທັງຫຼາຍຈິ່ງຮູ້ວ່າ, ທ່ານສີຈິ້ນຜິງມີຫີບສອງໜ່ວຍ, ນອກຈາກຫີບນ້ອຍສີນ້ຳຕານແລ້ວ, ຍັງມີຫີບໜ່ວຍໜຶ່ງ, ສ່ວນຫີບສອງໜ່ວຍນີ້ລ້ວນແຕ່ເຕັມໄປດ້ວຍປື້ມຕ່າງໆ,

ບ້ານຫຼຽງເຈ່ຍເຫີມີ 60 ກວ່າຄອບຄົວ ແລະມີສະມາຊິກທັງໝົດ 200 ກວ່າຄົນ,ສາຍນ້ຳນ້ອຍສາຍໜຶ່ງໄຫຼຜ່ານບ້ານ,ຊາວບ້ານພັກເຊົາຢູ່ໃນຖ້ຳ ທີ່ຂຸດຢູ່ຕາມພູທີ່ຕັ້ງຢູ່ທັງສອງຟັ່ງແຄມນ້ຳ,ເມື່ອຍ່າງອອກຈາກເຮືອນຖ້ຳແລ້ວຈະເຫັນແຕ່ພູດິນ ເຫຼືອງທີ່ສູງຊັນ,

ພວກຊາວບ້ານສັງເກດເບິ່ງໄວໜຸ່ມປັນຍາຊົນທີ່ມາຈາກນະຄອນຫຼວງປັກກິ່ງເຫຼົ່ານີ້ ແລະ ເຂົາເຈົ້າກໍ່ພວມສັງເກດເບິ່ງຊາວບ້ານເຊັ່ນກັນ,

ການສັງເກດເບິ່ງແບບນີ້ກໍ່ຄືການເບິ່ງເຫັນເຊິ່ງກັນແລະກັນລະຫວ່າງ ຕົວເມືອງກັບຊົນນະບົດ,ແລະ ກໍ່ເປັນການເບິ່ງເຫັນກັນລະຫວ່າງໄວໜຸ່ມທີ່ມີອຸດົມການກັບຊາວນາທີ່ຢູ່ຊົນນະບົດ,

ບຸນກຸດຈີນປີ 1969 ໃກ້ຊິວຽນມາເຖິງ, ພວກໄວໜຸ່ມປັນຍາຊົນໄດ້ກິນອາຫານ ແຊບຊ້ອຍຈາກຄົນຢຽນອ່ານ ທີ່ກະກຽມໄວ້ເພື່ອຕ້ອນຮັບແຂກຜູ້ມີ ກຽດ ນັ້ນຄືອາຫານສີ່ເຍື່ອງຢູ່ໃນຖ້ວຍນ້ອຍ, ມີຊີ້ນອົບ, ຈືນໄກ່, ລູກຊີ້ນ ແລະ ກະດູກຂ້າງ, ວາງໄວ້ຢູ່ເທິງໂຕະ ແລະ ມີທັງເຫຼົ້າພ້ອມ,

ໃນສະໄໝທີ່ຂາດເຂີນ ອາຫານການກິນ, ອາຫານສີ່ເຍື່ອງແບບນີ້ກໍຖືເປັນງານລ້ຽງທີ່ດີທີ່ສຸດແລ້ວ, ຈົນເຮັດໃຫ້ພວກໄວໜຸ່ມປັນຍາຊົນອຸທານວ່າ: “ພາກເໜືອສ້ານຊີກໍ່ມີອາຫານ ແຊບຄືແນວນີ້ຫວະ”,

ແຕ່ພາຍຫລັງຄວາມມ່ວນຊື່ນທີ່ສັ້ນໆຜ່ານພົ້ນໄປ, ບ້ານຫຼຽງເຈ່ຍເຫີ ໄດ້ສະແດງໃຫ້ເຫັນພາບຄວາມເປັນຈິງອອກມາ,

ຫຼັງຈາກມື້ຂຶ້ນ 15 ຄ່ຳເດືອນຈຽງຕາມຈັນທະຄະຕິຈີນແລ້ວ, ປະຊາຊົນ ທຸກຄອບຄົວໃນບ້ານໄດ້ອັດປະຕູເຮືອນ, ແລະ ອອກໄປທາງນອກໝົດ,

ຍາມນີ້ໃນແຕ່ລະປີ, ຊາວບ້ານກໍ່ໄດ້ພາກັນອອກຈາກບ້ານຄືກັນກັບວ່າໄດ້ນັດໝາຍກັນໄວ້ກ່ອນແລ້ວ ເພື່ອເຂົ້າຮ່ວມຂະບວນການຂໍທານຢູ່ຕ່າງຖີ່ນ,

ຢູ່ເມືອງຢຽນຊວນຊາວນາຂອງບ້ານຕ່າງໆຫຼາຍກວ່າເຄິ່ງໜຶ່ງມັກຈະອອກໄປຂໍທານໃນ ຍາມນີ້, ລວມທັງຫົວໜ້າກອງຜະລິດຈຳນວນໜຶ່ງກໍ່ເຊັ່ນກັນ;

ປີ 2004, ໃນເວລາໃຫ້ສຳພາດຕໍ່ສະຖານີວິທະຍຸໂທລະພາບຢຽນອ່ານ, ທ່ານສີຈິ້ນຜິງຫວນຄືນວ່າ “ເວລານັ້ນ, ຄົນທັງຫຼາຍມັກເວົ້າເຖິງເພິ່ນກ່ຽວກັບ ເລື່ອງໜຶ່ງກໍ່ຄື ເພິ່ນເອົາເຂົ້າຈີ່ໃຫ້ໝາ”:

ໃນເວລາມຽນຖົງພາຍ, ເພິ່ນເຫັນວ່າ ມີເຂົ້າຈີ່ເຄິ່ງກ້ອນທີ່ເອົາມາຈາກປັກກິ່ງນັ້ນບູດແລ້ວ, ເພິ່ນກໍ່ຖິ້ມໃຫ້ໝາກິນ,

ຊາວບ້ານບໍ່ເຄີຍເຫັນເຂົ້າຈີ່ມາກ່ອນ ແລະ ບໍ່ເຄີຍຊິມຈັກເທື່ອ, ເມື່ອໄດ້ຍິນທ່ານສີຈິ້ນຜິງບອກວ່າແມ່ນເຂົ້າຈີ່, ເຂົາເຈົ້າບໍ່ເຂົ້າໃຈວ່າເປັນຫຍັງເອົາສິ່ງດີໆແບບນີ້ໃຫ້ໝາກິນ,

ຈິ່ງພາກັນເວົ້າວ່າພວກໄວໜຸ່ມປັນຍາຊົນຈາກຕົວເມືອງນັ້ນບໍ່ເຫັນຄຸນຄ່າອາຫານ, ແລະບອກໃຫ້ທຸກຄົນທົ່ວເມືອງຮູ້ເລື່ອງນີ້ໝົດ,

ໃນບົດຄວາມເລື່ອງ “ຂ້ອຍແມ່ນລູກຊາຍຂອງທີ່ດິນເຫຼືອງ” ທີ່ທ່ານສີຈິ້ນ ຜິງຂຽນນັ້ນ,ທ່ານໄດ້ສຳ ຫຼວດຕົນເອງຄືນຄືແນວນີ້ວ່າ: “ໃນເວລາດຳລົງຊີວິດຢູ່ຊົນນະບົດ ເພື່ອຮຽນຮູ້ໃນການອອກແຮງງານ, ຂ້ອຍອາຍຸຍັງນ້ອຍ, ບໍ່ມີຄວາມອົດທົນ, ແລະບໍ່ໄດ້ໃສ່ໃຈກັບຄວາມສາມັກຄີປານໃດ, ຄົນອື່ນໄປຊົນ ນະບົດແມ່ນເພື່ອ ຂຶ້ນພູລົງຫ້ວຍ ອອກແຮງງານແທ້ໆ, ແຕ່ຂ້ອຍພັດເຮັດ ຕາມໃຈຕົນເອງຫຼາຍ, ສະນັ້ນ ພໍ່ແມ່ຊາວບ້ານຈິ່ງບໍ່ມັກຂ້ອຍປານໃດ”,

ຄຳວ່າ ສາມັກຄີ ທີ່ທ່ານສີຈິ້ນຜິງກ່າວເຖິງນັ້ນແມ່ນມາຈາກການສັ່ງສອນ ຂອງທ່ານສີຈົ້ງຊຸນ ພໍ່ຂອງເພິ່ນເອງ, ທ່ານສີຈິ້ນຜິງມັກເວົ້າວ່າ “ພໍ່ຂ້ອຍມັກ ເວົ້າກ່ຽວກັບຄວາມສາມັກຄີກັບຂ້ອຍຕະຫຼອດ, ແລະສັ່ງສອນໃຫ້ພວກເຮົາຕັ້ງແຕ່ນ້ອຍວ່າ ຕ້ອງກາຍເປັນຄົນທີ່ມີສາມັກຄີກັບຄົນອື່ນ,ເຈົ້າຢູ່ກັບຄົນອື່ນ ເຮັດຫຍັງກໍ່ຕາມ ຈະເອົາແຕ່ໃຈຕົນເອງ ແມ່ນບໍ່ໄດ້ຢ່າງເດັດຂາດ”,

ດ້ວຍທັດສະນະກ່ຽວກັບຄວາມສາມັກຄີແບບນີ້, ທ່ານສີຈິ້ນຜິງ ເລີ່ມປັບຕົນເອງໃຫ້ເຂົ້າກັບໝູ່ເພື່ອນແລະປະຊາຊົນ ແລະ ເຂົ້າກັບຊົນນະບົດ,

ຍ້ອນມີທັດສະນະຄວາມສາມັກຄີກັບຄົນອື່ນ, ຈິ່ງເຮັດໃຫ້ທ່ານມີພື້ນຖານຢູ່ກັບປະຊາຊົນ, ແລະມີຄວາມສາມັກຄີກັບປະຊາຊົນ, ການທີ່ເຮັດໄດ້ດີໃນດ້ານຄວາມ ສາມັກຄີກັບຄົນອື່ນໄດ້, ໄດ້ກາຍເປັນຈຸດເດັ່ນອັນໜຶ່ງຂອງພິ່ນໃນຮູບແບບການເປັນຜູ້ນຳ,

ເໝືອນກັບໄດ້ປ່ຽນເປັນຄົນໃໝ່, ທ່ານສີຈິ້ນຜິງພະຍາຍາມຫຼຸດຄວາມ ແຕກໂຕນກັນລະຫວ່າງ ການເປັນເດັກປັກກິ່ງກັບເດັກຊົນນະບົດ, ສຳລັບທ່ານສີຈິ້ນຜິງແລ້ວ, ສິ່ງທີ່ຢູ່ຍາກ ແລະລຳຄານໃຈເພິ່ນທີ່ສຸດນັ້ນກໍ່ຄື “ໝັດ”,

ເພິ່ນມັກແພ້ຜິວໜັງ, ເມື່ອຖືກໝັດກັດ ແລະເກົາແລ້ວ, ກໍ່ຈະບວມຂຶ້ນເປັນຕຸ່ມແດງ, ແຮງເກົາກໍ່ແຮງຄັນ, ທໍລະມານທີ່ສຸດ, ສະນັ້ນ ທ່ານສີຈິ້ນຜິງກັບໝູ່ໄດ້ຊອກຫາທຸກວິທີທາງເພື່ອຕ້ານກັບໝັດ,

ຫຼັງຈາກນັ້ນສອງປີ, ເພິ່ນກໍ່ລຶ້ງ ເຖິງວ່າໝັດຈະກັດແນວໃດກໍ່ຕາມ, ກໍ່ສາມາດນອນຫຼັບຝັນດີໄດ້,

ຕາມຊາວບ້ານເຫັນວ່າ “ທ່ານສີຈິ້ນຜິງເປັນຄົນທີ່ມີຄວາມຮູ້ຫຼວງຫຼາຍ, ນິດໃສກໍ່ເຂົ້າກັບຄົນງ່າຍ, ບໍ່ມັກເວົ້າຮຸນແຮງ ແຕ່ກໍ່ບໍ່ຕາຍຕົວ, ເປັນຄົນເຮັດ ແທ້ທຳຈິງ”,

ທ່ານສີຈິ້ນຜິງທີ່ພົ້ນອອກຈາກສີສັນຕົວເມືອງນັ້ນ ໄດ້ກາຍເປັນໝູ່ເພື່ອນ ຂອງໄວໜຸ່ມຢູ່ຊົນນະບົດ, ເພິ່ນໄດ້ເອົາເກີບຂອງຕົນເອງໃຫ້ໝູ່ທີ່ທຸກຍາກ, ແລະຕັດຜົມໃຫ້ໝູ່, ມີໄລຍະໜຶ່ງ ເພິ່ນຍັງເປັນຄູຝຶກການລອຍນ້ຳ ໃຫ້ໄວໜຸ່ມໃນບ້ານໂດຍສອນວິທີລອຍນ້ຳແບບກົບໃຫ້ເຂົາເຈົ້າ,

ຫຼັງຈາກນັ້ນ, ພໍ່ແມ່ປະຊາຊົນພາຍໃນໄດ້ຍອມຮັບຕໍ່ເດັກນ້ອຍປັກກິ່ງຄົນ ນີ້ດ້ວຍຄວາມຈິງໃຈ, ແລະ ທ່ານສີຈິ້ນຜິງກໍ່ໄດ້ກາຍເປັນ “ຊ່ອງທາງ ແລະດວງ ຕາທີ່ໃຫ້ຊາວບ້ານຊອກຮູ້ກັບໂລກພາຍນອກ”.

ເມື່ອຫາກໍ່ໄປຮອດບ້ານຫຼຽງເຈ່ຍເຫີ, ທ່ານສີຈິ້ນຜິງພ້ອມກັບໝູ່ ແມ່ນໄດ້ກິນເຂົ້າກັບປະຊາຊົນພາຍໃນບ້ານ “ເຂົາເຈົ້າໄດ້ເລືອກເອົາແນວກິນທີ່ດີ ທີ່ຕົນເອງເສຍດາຍກິນມາແຕ່ງໃຫ້ເພິ່ນ ແລະ ໝູ່ກິນ”, ເວລາເຂົາເຈົ້າກິນເດັກນ້ອຍໃນເຮືອນນັ້ນກໍ່ຢືນເບິ່ງດ້ວຍຄວາມຢາກກິນນຳ:

ຊີວິດຢູ່ຊົນນະບົດເຖິງວ່າແຕກໂຕນກັບຊີວິດຢູ່ປັກກິ່ງຢ່າງຫຼວງຫຼາຍກໍ່ຕາມ, ແຕ່ຢູ່ຊົນນະບົດ ຊີວິດ ຂອງເຂົາເຈົ້າແມ່ນດີກວ່າຊາວບ້ານທ້ອງຖີ່ນ:

ຢູ່ບ້ານຫຼຽງເຈ່ຍເຫີ, ຊາວບ້ານໄດ້ມີທັນຍາຫານ 10 ໂລຕໍ່ຄົນຕໍ່ເດືອນເທົ່ານັ້ນ, ຍັງບໍ່ເຖິງເຄິ່ງໜຶ່ງຂອງພວກໄວໜຸ່ມປັນຍາຊົນທີ່ລົງໄປຊົນນະບົດ, ເພື່ອກິນອີ່ມ, ຊາວບ້ານຈຳເປັນຕ້ອງເອົາເປືອກເຂົ້າ, ຜັກປ່າ ແລະ ໃບເຂົ້າເບຼມາແຕ່ງກິນ,

ຕໍ່ມາພວກໄວໜຸ່ມປັນຍາຊົນຈຳເປັນຕ້ອງແຕ່ງກິນເອົາເອງ, ໂດຍເມື່ອແຕ່ງກິນເອງແລ້ວ, ພວກໄວໜຸ່ມປັນຍາຊົນຈິ່ງຮູ້ວ່າ ການແຕ່ງກິນຄາບໜຶ່ງບໍ່ແມ່ນເລື່ອງງ່າຍ ເຊິ່ງບໍ່ງ່າຍນັ້ນສະແດງເຖິງການຊອກຫາຟືນ ເພາະວ່າຢູ່ເທິງພູ ມີແຕ່ດິນເຮື້ອ, ບໍ່ມີທັງຕົ້ນໄມ້ ແລະ ຟຸ່ມໄມ້, ສະນັ້ນ ເລື່ອງຟືນຈິ່ງບໍ່ຕ້ອງເວົ້າເຖິງເລີຍ,

ປະຊາຊົນທ້ອງຖີ່ນນັ້ນ ໄດ້ເອົາໃຈໃສ່ໃນການເກັບໂຮມຟືນທີ່ສຸດ, ເວລາງົວຂີ້ ກໍ່ເອົາມືໂຕ່ງໄວ້ແລ້ວຖີ້ມໃສ່ຝາເຮືອນທີ່ກໍ່ດ້ວຍດິນ ຕາກແຫ້ງແລ້ວ ກໍ່ເອົາໄປຈູດໄຟໄດ້,

ເວລາຝົນຕົກໜັກ ມີນ້ຳປ່ໄຫຼທັ່ງລົງມາ, ຫຼັງຈາກນັ້ນ ຊາວບ້ານກໍ່ສ່ຽງໄພໄປທາວເອົາກິ່ງໄມ້ທີ່ຖືກນ້ຳທັ່ງລົງມາຈາກພູ ແລະ ຊາວບ້ານຍັງໄຕ່ຂຶ້ນໜ້າຜາ ເພື່ອຕັດເອົາພູມໄມ້ທີ່ມີໜາມ ໄມ້ໜາມແບບນີ້ນານໄຫມ້ຫຼາຍ ເຊິ່ງເຮັດໃຫ້ຫຼາຍຄົນຕົກເຫວຕາຍ ຫຼືເສຍອົງຄະກໍ່ມີຫຼາຍເຊັ່ນກັນ, ພວກໄວໜຸ່ມປັນຍາຊົນທີ່ມາຈາກຕົວເມືອງນັ້ນ ປິນຂຶ້ນໜ້າຜາບໍ່ໄດ້ ແລະບໍ່ສາມາດຕັດໄມ້ໜາມໄດ້, ກໍ່ໄປຕັດຫຍ້າຄາຢູ່ເທິງພູ, ແຕ່ຫຍ້າຄານັ້ນ ເບິ່ງໄປຄືຊິຫຼາຍ ແຕ່ຍັດເຂົ້າເຕົາໄຟແລ້ວ ພັດໄໝ້ງ່າຍ, ຫຍ້າຄາທີ່ໄວໜຸ່ມປັນຍາຊົນ 06 ຄົນຕັດເອົາມານັ້ນ ແຕ່ງກິນຄາບໜຶ່ງກໍ່ບໍພໍ,

ຫຼັງຈາກນັ້ນ, ເມື່ອໄດ້ຮັບການອະນຸມັດຈາກກອງຜະລິດຂອງບ້ານ ເຂົາເຈົ້າຈິ່ງໄດ້ເອົາຕົ້ນສາລີເປັນຟືນແທນ, ຈິ່ງສາມາດແກ້ໄຂບັນຫາເລື່ອງຟືນນີ້ໄດ້ ແລະ ການກິນບໍ່ອີ່ມ ຫິວເຂົ້າແມ່ນເລື່ອງທຳມະດາທີ່ເກີດຂຶ້ນເລື້ອຍໆ,

ບາງເທື່ອກອງຜະລິດ ຂອງບ້ານກໍ່ໄດ້ບົດເຂົ້າເບຼໃຫ້ເປັນແຫ້ງແລ້ວໃຫ້ພວກໄວໜຸ່ມປັນຍາຊົນ, ເພື່ອໃຫ້ເຂົາເຈົ້າມີຊີວິດທີ່ດີຂຶ້ນກວ່າເກົ່າ,

ເວລາໄປອອກແຮງງານເທື່ອໜຶ່ງ, ທ່ານສີຈິ້ນຜິງໄດ້ເອົາຂະໜົມທີ່ເຮັດ ດ້ວຍແປ້ງເຂົ້າເບຼນັ້ນເປັນອາຫານທ່ຽງ, ຮອດເວລາກິນອາຫານທ່ຽງ ເພິ່ນສັງເກດເຫັນວ່າ ຊາວບ້ານແມ່ນກິນແຕ່ອາຫານ ທີ່ເຮັດດ້ວຍເປືອກເຂົ້າທໍ່ນັ້ນ ເພິ່ນກໍ່ໜ້າອາຍທີ່ກິນເຂົ້າໜົມຂອງຕົນເອງ, ກໍ່ເລີຍເອົາໃຫ້ແມ່ ຍິງຢູ່ບ່ອນນັ້ນແບ່ງກັນກິນ, ສ່ວນເພິ່ນເອງແມ່ນບໍ່ໄດ້ກິນຫຍັງເລີຍ;

ທ່ານສີຈິ້ນຜິງທເຄີຍໄດ້ກິນເຂົ້າຈ້າວຄາບໜຶ່ງ ເຊິ່ງເປັນພຽງຄັ້ງດຽວທໍ່ນັ້ນໃນຕະຫຼອດໄລຍະ 07 ປີທີ່ອອກແຮງງານຢູ່ບ້ານຫຼຽງເຈ່ຍເຫີ:

ໃນຍາມນັ້ນ ເຂົ້າຈ້າວຫາຍາກທີ່ສຸດ ຢູ່ພາກເໜືອ ຂອງແຂວງ ສ້ານຊີຈີນ, ຈົນຮອດມືບຸນ ຫຼືປີໃໝ່ ກໍ່ບໍ່ໄດ້ກິນເລີຍ ແລະ ທ່ານສີຈິ້ນຜິງໄດ້ຮັບຄວາມອົບອຸ່ນຈາກ ຊາວບ້ານຂອງຫຼຽງເຈ່ຍເຫີ,

ທ່ານເວົ້າວ່າ “ເວລາຂ້ອຍຫິວເຂົ້າ ຊາວບ້ານໄດ້ແຕ່ງກິນໃຫ້, ເວລາເສື້ອຂ້ອຍເປື້ອນແລ້ວ, ແມ່ນພວກເພິ່ນ ຊັກໃຫ້ສະອາດ, ໂສ້ງຂາດ ພວກເພິ່ນຫຍິບໃຫ້”,

ບ້ານຊົນນະບົດມີບັນຍາກາດລຽບງ່າຍ, ມາດຖານຕີລາຄາຄຸນສົມບັດຂອງຊົນນະບົດ ກໍ່ງ່າຍ ດາຍແລະຈະແຈ້ງຄື: “ມີຄວາມອົດທົນ, ເປັນຄົນຈິງໃຈ, ກໍ່ຈະໄດ້ຮັບຄວາມເຄົາລົບນັບຖືຈາກຄົນທັງຫຼາຍ”,

ຢູ່ບ້ານຫຼຽງເຈ່ຍເຫີ, ວຽກທີ່ທ່ານສີຈິ້ນຜິງເຮັດຫຼາຍທີ່ສຸດກໍ່ຄື ສ້າງເຂື່ອນ, ໃນເວລານັ້ນ ຢູ່ຊົນນະບົດບໍ່ມີເຄື່ອງຈັກຂະໜາດໃຫຍ່, ການສ້າງເຂື່ອນລ້ວນແຕ່ແມ່ນໃຊ້ແຮງງານຄົນແລະສ້າງດ້ວຍດິນ, ແລ້ວທຸບໃຫ້ໜາແໜ້ນ, ຕ້ອງໃຊ້ແຮງຫຼາຍ, ແລະເປັນວຽກ ທີ່ໜັກທີ່ສຸດ,

ເວລານັ້ນ ບໍ່ມີການປ້ອງກັນໃນການອອກແຮງງານ, ບໍ່ມີຊົບມືໃສ່, ທ່ານສີຈິ້ນຜິງ ໄດ້ກຳເອົາໄມ້ ຄ້ອນທັບດິນຢ່າງແຮງ, ເມື່ອເຮັດແນວນີ້ໝົດມື້ແລ້ວ ແລະ ມືໂພງຂຶ້ນ,

ມື້ຕໍ່ມາເຮັດຕໍ່, ບ່ອນໂພງນັ້ນແຕກແລະເລືອດໄຫຼອອກມາ, ບໍ່ວ່າຈະອິດເມື່ອຍຫຼືລຳບາກແນວໃດກໍ່ຕາມ, “ຈິ້ນຜິງເປັນຄົນເອົາການເອົາງານມາຕະຫຼອດ” ນີ້ຄືການຕີລາຄາຂອງຊາວບ້ານ,

ການສ້າງເຂື່ອນ, ສ່ວນຫຼາຍແມ່ນສ້າງໃນລະດູໜາວ ທີ່ເປັນໄລຍະຫວ່າງການເຮັດໄຮ່ ເຮັດນາ, ແຕ່ກໍ່ເປັນໄລຍະທີ່ລຳບາກທີ່ສຸດ ແລະ ຫຼຽງໂຢຊ່າງ ຊາວບ້ານແຫ່ງນັ້ນຍັງຈື່ວ່າ “ໃນໄລຍະ ເດືອນສອງ ເດືອນສາມຕາມຈັນທະຄະຕິຈີນ, ຢູ່ພາກເໜືອແຂວງສ້ານຊີ ຫິມະຫາກໍ່ລະລາຍ, ທ່ານສີຈິ້ນຜິງກໍໄດ້ກໍ້ຂາໂສ້ງຂຶ້ນ ແລະຢືນຢູ່ໃນນ້ຳເຢັນດ້ວຍຕີນເປົ່າ ເພື່ອສ້າງເຂື່ອນ”,

ຈົນເຮັດໃຫ້ຄົນທັງຫຼາຍຍົກໂປ້ໃຫ້ຕໍ່ທ່ານສີຈິ້ນຜິງທີ່ບໍ່ເສຍດາຍກຳລັງແຮງຂອງຕົນເອງນັ້ນວ່າ “ໄວໜຸ່ມທີ່ດີ”, ໃນຂະນະທີ່ຮຽນການອອກແຮງງານນຳຊາວກະສິກອນ, ທ່ານສີຈິນຜິງກໍ່ຍາດເວລາອ່ານ ໜັງສືເພື່ອ ໃຫ້ຈິດໃຈຂອງຕົນເອງມີຄວາມອຸດົມສົມບູນຂຶ້ນຕື່ມ,

ຊາວບ້ານຫຼຽງເຈ່ຍເຫີ ມັກຈະເຫັນທ່ານສີຈິ້ນຜິງອ່ານປື້ມໜາທໍ່ດິນຈີ່ໃນເວລາກິນເຂົ້າ ຫຼືໃນເວລາລ້ຽງແກະ ແລະ ໃນເວລານັ້ນ ບໍ່ມີໄຟຟ້າ, ຫຼັງຟ້າມືດແລ້ວ ທົ່ວບ້ານຫຼຽງເຈ່ຍເຫີກໍ່ງຽບລົງ,

ມີແຕ່ບ່ອນຢູ່ ຂອງທ່ານສີຈິ້ນຜິງຍັງເຫັນມີແສງຮຸ່ງໜ້ອຍໜຶ່ງສ່ອງອອກມາ, ບໍ່ມີໃຜຮູ້ວ່າ, ແສງທຽນທີ່ອ່ອນໆ ນີ້ ໄດ້ນຳເອົາຄວາມຮຸ່ງເຮືອງແນວໃດມາໃຫ້ທ່ານສີຈິ້ນຜິງ,

ເມື່ອໄປຮອດບ້ານຫຼຽງເຈ່ຍເຫີສອງສາມປີແລ້ວ, ທ່ານສີຈິ້ນຜິງກໍເວົ້າພາສາທ້ອງຖີ່ນນັ້ນໄດ້ ຢ່າງລ່ຽນໄຫຼຄ່ອງແຄ້ວດີ. ກ່ຽວກັບວຽກງານຕ່າງໆຄື: ການກຽມດິນ, ການຫາບຝຸ່ນຄອກ, ໄຖນາ, ຂຸດດິນ, ເກັບກ່ຽວ, ຫາບເຂົ້າ ຄົນອື່ນເຮັດແນວໃດ, ທ່ານສີຈິ້ນຜິງກໍ່ຮຽນໄປນຳ, ເມື່ອພົບພໍ້ກັບບັນຫາທີ່ບໍ່ຮູ້, ເພິ່ນກໍ່ຖາມໂລດ, ຈິ່ງຄ່ອຍໆກາຍເປັນມືເກັ່ງໃນດ້ານການເຮັດໄຮ່ເຮັດນາ ແລະຮູ້ດີກ່ຽວກັບ ວຽກງານຢູ່ຊົນນະບົດທຸກຢ່າງ,

ບ້ານຫຼຽງເຈ່ຍເຫີ ໄດ້ສອນໃຫ້ທ່ານສີຈິ້ນຜິງຮູ້ ກ່ຽວກັບບ້ານຊົນນະບົດ, ສ່ວນເພິ່ນ ເອງກໍ ໄດ້ນຳເອົາຄວາມຮູ້ທີ່ກ້າວໜ້າໄປສອນໃຫ້ຊາວບ້ານບ້ານຫຼຽງເຈ່ຍເຫີເຊັ່ນກັນ,

ຢູ່ບ້ານຫຼຽງເຈ່ຍເຫີ ເຄີຍມີຄົນໜຶ່ງເປັນຄົນຂີ້ຄ້ານມັກງ່າຍ, ຕີນສັ້ນມືຍາວ ແລະ ມີເທື່ອໜຶ່ງ ລາວລັກເອົາຜັກບົ່ວໃນບ້ານ ແຕ່ຖືກຈັບໄດ້, ຖ້າອີງຕາມປະເພນີໃນບ້ານແລ້ວ ແມ່ນຕ້ອງໄຂ ກອງປະຊຸມທົ່ວບ້ານ ເພື່ອໃຫ້ໝົດທຸກຄົນໃນບ້ານປ່ຽນກັນມາຕຳນິລາວ,

ແຕ່ທ່ານສີຈິ້ນຜິງບໍ່ໄດ້ ຕຳນິ, ຫາກແມ່ນເວົ້າຢ່າງມີເຫດມີຜົນ, ໃຫ້ລາວຕ້ອງແກ້ໄຂຂໍ້ຜິດພາດຂອງຕົນເອງ, ລາວຟັງແລ້ວ ກໍ່ຍອມຮັບເປັນຢ່າງດີ.

ວິທີແກ້ໄຂບັນຫາທີ່ມີເຫດມີຜົນຂອງທ່ານສີຈິ້ນຜິງຄືແນວນີ້ ເຮັດໃຫ້ຊາວບ້ານຫຼຽງເຈ່ຍເຫີ ເຄົາລົບນັບຖື ແລະຍ້ອງວ່າ: “ຍັງແມ່ນເດັກຈາກປັກກິ່ງທີ່ມີຄວາມສາມາດກວ່າ”,

ໃນທີ່ສຸດ, ນັກເລງໃນ ສາຍຕາຂອງຄົນທັງຫຼາຍຄົນນີ້ເລີ່ມມີການປ່ຽນແປງ, ຕັ້ງໜ້າເຂົ້າຮ່ວມການອອກ ແຮງງານໃນບ້ານ, ກາຍເປັນຄົນດີ ແລະ ທ່ານສີຈິ້ນຜິງ ກໍ່ເວົ້າຕໍ່ຊາວບ້ານວ່າ: “ລາວພຽງແຕ່ກະ ທຳຜິດນ້ອຍດຽວທໍ່ນັ້ນ, ປ່ຽນໄດ້, ແມ່ນຄົນທີ່ພວກເຮົາຍັງສາມັກຄີນຳລາວໄດ້, ສະນັ້ນ ສຳຄັນແມ່ນຕ້ອງ ສຶກສາໃຫ້ລາວຮູ້, ເຄົາລົບຄົນອື່ນ, ຊ່ວຍເຫຼືອຄົນອື່ນ, ແລະ ສາມັກຄີຄົນອື່ນ”,

ຄົນທັງຫຼາຍກໍ່ຄິດວ່າ “ໄວໜຸ່ມປັນຍາຊົນທີ່ບໍ່ມັກປາກມັກເວົ້າປານໃດຄົນນີ້ ບໍ່ແມ່ນທຳມະດາ”, ຫຼັງຈາກນັ້ນແລ້ວ ເມື່ອພົບພໍ້ກັບບັນຫາຫຍັງ, ເຂົາເຈົ້າກໍ່ມັກໄປປຶກສາກັບທ່ານສີຈິ້ນຜິງ,

ຄຽງຄູ່ກັບການເວລາຜ່ານໄປ, ທ່ານສີຈິ້ນຜິງກໍ່ໄດ້ກາຍເປັນບຸກຄົນໃຈກາງຢູ່ບ້ານຫຼຽງ ເຈ່ຍເຫີໄປແລ້ວ “ຊາວບ້ານມັກໄປຢາມເຮືອນເພິ່ນ, ລົມເລື່ອງຕ່າງໆກັບເພິ່ນ, ຟັງການເລົ່າ ເລື່ອງປະຫວັດສາດ ແລະເລື່ອງໃໝ່ໆຢູ່ພາຍນອກຂອງເພິ່ນ ແລະ ທ່ານສີຈິ້ນຜິງໄດ້ກາຍເປັນ ສ່ວນໜຶ່ງຂອງບ້ານຫຼຽງເຈ່ຍເຫີຢ່າງແທ້ຈິງແລ້ວ”.

ເດືອນມັງກອນປີ 1974 ພູພຽງດິນເຫຼືອງຢູ່ໃນລະດູໜາວ ໃກ້ຊິຮອດບຸນກຸດຈີນແລ້ວ, ພໍ່ແມ່ຊາວບ້ານຫຼຽງເຈ່ຍເຫີ ກຳລັງຂຸ້ນຂ້ຽວກະກຽມຕ້ອນຮັບປີໃໝ່ ແລະ ໃນເວລານັ້ນ ທ່ານສີຈິ້ນຜິງຫາກໍ່ໄດ້ຮັບເລືອກເປັນເລຂາຄະນະພັກກອງຜະລິດ, ທ່ານໄດ້ພິຈາລະນາຕະຫຼອດວ່າຈະເຮັດແນວໃດໃຫ້ບ້ານຫຼຽງເຈ່ຍເຫີພັດທະນາຂຶ້ນ:

ມື້ໜຶ່ງ ທ່ານກຳລັງອ່ານໜັງສືພິມປະຊາຊົນລາຍວັນ ພົບເຫັນການແຈ້ງຂ່າວສອງບົດກ່ຽວກັບແຂວງເສສວນສົ່ງເສີມການໃຊ້ແກສຊີວະພາບ, ເພິ່ນກໍ່ຄິດວ່າ ຖ້າບ້ານເຮົາມີແກສຊີວະພາບໃນການແຕ່ງກິນແລະມີແສງຮຸ່ງ ກໍ່ຈະເປັນການດີ:

ບ້ານຫຼຽງເຈ່ຍເຫີຕັ້ງຢູ່ບ່ອນຫ່າງໄກສອກຫຼີກ, ຖ້າວ່າໃຊ້ຖ່ານຫີນເປັນເຊື້ອໄຟ ກໍ່ຕ້ອງອອກໄປຂົນເອົາຢູ່ບໍ່ຖ່ານຫີນທີ່ໄກຈາກບ້ານປະມານ 50 ກວ່າຫຼັກ,

ແຕ່ໃດມາ ປະຊາຊົນລ້ວນແຕ່ຕັດໄມ້ເພື່ອເຮັດເປັນຟືນ, ເຮັດແນວນີ້ ເຮັດໃຫ້ນ້ຳເຊາະດິນເຈື່ອນ, ກະທົບເຖິງການພັດທນະດ້ານກະສິກຳ, ຖ້າວ່າມີແກສຊີວະພາບ, ພໍ່ພຽງແຕ່ສາມາດແກ້ໄຂບັນຫາພະລັງງານຂອງຊົນນະບົດ ແລະ ປົດປ່ອຍກຳລັງການຜະລິດໄດ້ທໍ່ນັ້ນ,

ຍັງສາມາດເຮັດໃຫ້ສະພາບ ຫ້ອງນ້ຳຢູ່ໃນບ້ານດີຂຶ້ນ, ແລະ ເຮັດໃຫ້ສະພາບແວດລ້ອມຂອງລ້ານມີຄວາມສະອາດດີຂຶ້ນ, ທັງແກ້ໄຂບັນຫາຝຸ່ນກະສິກກຳ, ແລະສາມາດເພີ່ມປະລິມານການຜະລິດທັນຍາຫານໄດ້ອີກ,

ດັ່ງນັ້ນ, ແກສຊີວະພາບ ກໍ່ຄືກະແຈດວງໜຶ່ງທີ່ແກ້ໄຂບັນຫາຊີວິດການເປັນຢູ່ແລະການຜະລິດໃນຊົນນະບົດ, ເຖິງວ່າມີຄວາມມຸ້ງຫວັງທີ່ດີຕໍ່ການນຳໃຊ້ແກສຊີວະພາບກໍ່ຕາມ ແຕ່ທ່ານສີຈິ້ນຜິງກໍ່ໄດ້ພິຈາລະນາບັນຫານີ້ດ້ວຍຄວາມໃຈເຢັນ,

ອາກາດຢູ່ແຂວງເສສວນຕ່າງກັບອາກາດຂອງພາກເໜືອສ້ານຊີຫຼາຍ, ກະແຈດວງນີ້ທີ່ມາຈາກແຂວງເສສວນຈະໄຂລູກກະແຈຂອງແຂວງສ້ານຊີນີ້ໄດ້ແທ້ຫຼືບໍ, ທ່ານສີຈິ້ນຜິງແມ່ນຄົນທີ່ມັກປະຕິບັດຕົວຈິງ, ເພິ່ນຕັດສິນໃຈໄປຊອກຫາຄຳຕອບຢູ່ແຂວງເສສວນດ້ວຍຕົນເອງ,

ທ່ານໄດ້ຍ່າງໄປຕາມທາງ 20 ກວ່າຫຼັກໄປຮອດໃນເມືອງ, ແລ້ວລາຍງານຂໍ້ສະເໜີກ່ຽວກັບການພັດທະນາແກສຊີວະພາບ ແລະຄວາມຄິດທີ່ຢາກໄປຖອດຖອນບົດຮຽນຢູ່ແຂວງເສສວນ, ແລະໄດ້ຮັບການອະນຸມັດຈາກຄະນະພັກເມືອງ;

ຫຼັງບຸນກຸດຈີນປີນັ້ນ, ທ່ານສີຈິ້ນຜິງກໍ່ໄດ້ຢືມຄ່າເດີນທາງຈາກໝູ່, ແລະ ພາໝູ່ສາມຄົນເດີນທາງໄປແຂວງເສສວນ:

ທ່ານຢາງຊາວ ຮອງຫົວໜ້າໜ່ວຍນຳພາການເຜີຍແຜ່ວຽກງານການພັດທະນາແກສຊີວະພາບຢູ່ແຂວງເສສວນເຄີຍເຮັດວຽກຢູ່ເມືອງຢຽນອ່ານເປັນເວລາ 08 ປີກ່ອນສ້າງຕັ້ງປະເທດຈີນໃໝ່,

ດ້ວຍຄວາມຮັກແພງດ້ານການປະຕິວັດອັນພິເສດ, ທ່ານໄດ້ຕ້ອນຮັບທ່ານສີຈິ້ນຜິງພ້ອມໝູ່ຢ່າງອົບອຸ່ນ, ແລະໄດ້ແນະນຳສະພາບການພັດທະນາແກສຊີວະພາບຢູ່ເສສວນຢ່າງລະອຽດ, ແລະສົ່ງເຂົາເຈົ້າໄປທັດສະນະສຶກສາຢູ່ຊານເມືອງເສິງຕູ ແລະໜ່ວຍງານຄົ້ນຄວ້າວິທະຍາສາດ ແກສຊີວະພາບ,

ການທັດສະນະສຶກສາໄດ້ກາຍເປັນຂະບວນການທີ່ສ້າງຄວາມໝັ້ນໃຈອັນເຂັ້ມແຂງ, ເມື່ອກັບຈາກແຂວງເສສວນແລ້ວ, ທ່ານສີຈິ້ນຜິງຕົກລົງພັດທະນາແກສຊີວະພາບຢູ່ບ້ານຫຼຽງເຈ່ຍເຫີ, ແຕ່ວ່າ ບັນຫາຫຍຸ້ງຍາກເກີດຂຶ້ນຢ່າງຕໍ່ເນື່ອງທີ່ຫຼາຍກວ່າການຄາດໄວ້,

ກ່ອນອື່ນ ຈະສ້າງອ່າງແກສຢູ່ບ່ອນໃດ? ເດີນບ້ານຂອງຊາວບ້ານສ່ວນຫຼາຍແມ່ນສ້າງດ້ວຍດິນທີ່ຖືກຂຸດອອກໃນເວລາສ້າງເຮືອນຖ້ຳ, ແຕ່ດິນຊະນິດນີ້ຜຸຜ່ອຍຫຼາຍ, ບໍ່ເໝາະໃນການຂຸດເປັນອ່າງ. ເສັ້ນທາງຢູ່ນອກແລະໃນບ້ານມີຄົນຍ່າງໄປຍ່າງມາຕະຫຼອດ ແລະເປັນທາງແຄບຄົດລ້ຽວຫຼາຍ,

ສະນັ້ນ ຈິ່ງບໍ່ເໝາະກັບການຂົນສົ່ງດິນຊາຍແລະຊີມັງ, ຈະຂົນໄດ້ແນວໃດ? ບັນຫາທີ່ຍາກທີ່ສຸດກໍ່ຄື: ຝາອັດອ່າງແກສຊີວະພາບຕ້ອງເຮັດດ້ວຍແຜ່ນຫີນທີ່ມີຄວາມໜາແລະໃຫຍ່ສົມຄວນ, ສ່ວນຫີນແບບນີ້ແມ່ນບໍ່ມີຢູ່ບ້ານຫຼຽງເຈ່ຍເຫີ,

ແຕ່ບັນຫາຍາກຕ່າງໆໄດ້ຮັບການແກ້ໄຂໄປແຕ່ລະຂໍ້, ການເຮັດແທ້ທຳຈິງກໍ່ຄືວິທີແກ້ໄຂທີ່ດີທີ່ສຸດ. ບໍ່ມີກ້ອນຫີນ, ທ່ານສີຈິ້ນຜິງກໍ່ນຳພາຊາວບ້ານຂຸດດິນຢູ່ແຄມນ້ຳເລິກ 01 ແມັດປາຍ ຈິ່ງຊອກເຫັນກ້ອນຫີນ ແລະ “ບໍ່ມີດິນຊາຍ”,

ທ່ານສີຈິ້ນຜິງໄດ້ນຳພາຊາວໜຸ່ມຫຼາຍຄົນເດີນທາງໄປຄອງນ້ຳຊຽນມາທີ່ໄກຈາກບ້ານປະມານ 08 ຫຼັກນັ້ນຂຸດດິນຊາຍໃສ່ຖົງແລ້ວ,ຫາບກັບມາ, ມື້ໜຶ່ງໄປກັບສອງເທື່ອ, ຈົນຜິວຫຼັງແຕກ, ແຕ່ບໍ່ມີໃຜຈົ່ມວ່າຫຍັງ, “ບໍ່ມີປູນຂາວ” ທ່ານສີຈິ້ນຜິງກໍ່ຖາມຊ່າງປຸກເຮືອນທີ່ມີປະສົບການ ແລ້ວໄປຊອກຫິນປູນຂາວຈາກຫຼາຍບ່ອນ, ແລະສ້າງເປັນໂຮງງານນ້ອຍໆເພື່ອເຮັດປຸນຂາວເອົາເອງ,

ດ້ວຍຄວາມເຊື່ອໝັ້ນທີ່ເດັດດ່ຽວໜຽວແໜ້ນທີ່ຕ້ອງຜະລິດແກສຊີວະພາບໃຫ້ໄດ້, ທ່ານສີຈິ້ນຜິງໄດ້ສຸມໃສ່ວຽກງານຕະຫຼອດເໝືອນດັ່ງໝາກຄ່າງທີ່ໝູນຢູ່ບໍ່ເຊົາ ແລະ ສຽງທີ່ແຕກຕ່າງກັນກໍ່ຍັງເກີດຂຶ້ນມາ,

ບາງຄົນເວົ້າຕໍ່ໜ້າທ່ານສີຈິ້ນຜິງທີ່ຂຸ້ນຂ້ຽວນຳການຂຸດອ່າງນັ້ນວ່າ: “ບໍ່ຕ້ອງອວດເກັ່ງດອກ, ເສສວນອາກາດອຸ່ນ, ຢຽນຊວນເຮົານີ້ອາກາດໜາວ, ບ່ອນນີ້ເຮັດແກສຊີວະພາບບໍ່ໄດ້ດອກ, ຢູ່ເບື້ອງພູຊິນຫຼິນເຮົານີ້ບໍ່ເຄີຍເຮັດເປັນແກສຊີວະພາບໄດ້ຈັກເທື່ອເລີຍ”,

ແຕ່ທ່ານສີຈິ້ນຜິງພັດເຊື່ອວ່າ “ຄວາມຈິງກໍ່ຄືການຕອບໂຕ້ທີ່ດີທີ່ສຸດ” ອ່າງແກສຊີວະພາບທີ່ສ້າງສຳເລັດນັ້ນກໍ່ຈະບອກໃຫ້ຄົນທັງຫຼາຍຮູ້ໄດ້, ດ້ວຍຄວາມຍຶດໝັ້ນແລະພະຍາຍາມຢ່າງລຳບາກ, ກາງເດືອນກໍລະກົດປີ 1974, ອ່າງແກສຊີວະພາບທີ່ໃຫຍ່ປະມານ 08 ແມັດກ້ອນໄດ້ສ້າງສຳເລັດແລ້ວ,

ເມື່ອເປີດເຕົາແກສຊີວະພາບ, ພໍຂີດໄຟໃຕ້ໃສ່ເຕົາແກສ, ພາບທີ່ຄອງຄອຍແຕ່ດົນນັ້ນໄດ້ເກີດຂຶ້ນ: “ແປວໄຟສູງຂຶ້ນເກືອບເຄິ່ງແມັດຮຸ່ງສະຫງ່າງສະໄຫວ, ແລະ ແກວ່ງໄປແກວ່ງມາຢ່າງຄຶກຄັກຢູ່ເທິງເຕົາ”, ສຳເລັດຜົນແລ້ວ “ຂ່າວນີ້ໄດ້ເຜີຍແຜ່ໄປທົ່ວບ້ານ, ໄປຮອດສະຫະກອນ, ໄປໃນເມືອງ, ຄົນທັງຫຼາຍຈາກທຸກສາລະທິດພາກັນມາຍາດເບິ່ງໄຟທີ່ອັດສະຈັນ ແລະ ໄຟສະອາດນີ້”,

ເມື່ອໄດ້ເຫັນວ່າການນຳໃຊ້ແກສຊີວະພາບໃນການໃຕ້ໄຟ ແລະແຕ່ງກິນມີຄຸນນະພາບທີ່ດີຢ່າງຫຼວງຫຼາຍ, ປະຊາຊົນກໍ່ມີຄວາມຫ້າວຫັນໃນການຜະລິດແລະນຳໃຊ້ແກສຊີວະພາບ,

ສ່ວນການຜະລິດແກສຊີວະພາບຢ່າງສຳເລັດຜົນກໍ່ເຮັດໃຫ້ອົງການປົກຄອງທ້ອງຖີ່ນນັ້ນໃຫ້ຄວາມສຳຄັນ, ຄະນະພັກເມືອງຢຽນຊວນໄດ້ຕັ້ງເປົ້າໝາຍໃຫ້ທົ່ວເມືອງຈະໄດ້ໃຊ້ແກສຊີວະພາບຮອດປີ 1977, ແລະ ໄດ້ສົ່ງໜ່ວຍງານສະເພາະໄປຖອດຖອນບົດຮຽນຢູ່ເສສວນ.

ຮຽນຫຼາຍເທົ່າໄດຍີ່ງຮູ້ຫຼາຍເທົ່ານັ້ນ, ຮີດຄອງປະເພນີຂອງເສສວນເຮັດໃຫ້ທ່ານສີຈິ້ນຜິງມີຄວາມປະທັບໃຈຫຼາຍ, ໃນໄລຍະເດີນທາງ, ຂໍແຕ່ມີໂອກາດ ທ່ານກໍ່ໄປຊອກຮູ້ກ່ຽວກັບສະພາບການດຳລົງຊີວິດຂອງປະຊາຊົນຢູ່ທ້ອງຖິ່ນນັ້ນ, ເມື່ອພົບພໍ້ສິ່ງໃໝ່ໆ ທ່ານກໍ່ຖາມທັນທີເລີຍເພື່ອໃຫ້ໄດ້ຄຳຕອບ,

ທ່ານເຮີ້ອິ່ນກຸ້ຍ ໄວໜຸ່ມປັນຍາຊົນປັກກິ່ງທີ່ໄປນຳທ່ານສີຈິ້ນຜິງ ອຸທານວ່າ “ຈິ້ນຜິງເປັນຄົນທີ່ມັກຮຽນ ມັກຄິດ ແລະເນັ້ນການຄິດກັບການປະຕິບັດຕົວຈິງໃຫ້ເປັນເອກະພາບກັນ”,

ເມື່ອກັບຮອດເມືອງຢຽນຊວນແລ້ວ, ຄະນະພັກເມືອງໄດ້ຮັບຟັງການລາຍງານຂອງໜ່ວຍງານ ແລະ ຕົກລົງດຳເນີນການກໍ່ສ້າງອ່າງແກສຊີວະພາບໃນທົ່ວເມືອງ ແລະ ໄດ້ຈັດຊຸດຝຶກອົບຮົມຂຶ້ນ, ໃຫ້ທ່ານສີຈິ້ນຜິງເປັນຜູ້ຮັບຜິດຊອບສອນເຕັກນິກທີ່ກ່ຽວຂ້ອງ,

ຫຼັງຈາກນັ້ນ 15 ປີ, ທ່ານສີຈິ້ນຜິງດຳລົງຕຳແໜ່ງເລຂາຄະນະພັກເມືອງນິງເຕີແຂວງຝູຈ້ຽນ ຍັງຫວນຄືນວ່າ: “ໃນເວລາອອກແຮງງານຢູ່ບ້ານຫຼຽງເຈ່ຍເຫີເມືອງຢຽນຊວນແຂວງສ້ານຊີ, ຂ້າພະເຈົ້າພຽງແຕ່ໄດ້ດຳເນີນການເຄື່ອນໄຫວວິທະຍາສາດເຕັກນິກໃນການຜະລິດແກສຊີວະພາບໃນທົ່ວບ້ານເທົ່ານັ້ນ, ແຕ່ພັດໄດ້ຮັບຜົນປະໂຫຍດຈາກການຖ່າຍທອດຄວາມກ້າວໜ໊າດ້ານວິທະຍາສາດເຕັກນິກ”,

ໃນເວລານັ້ນ ທຸກໆຄອບຄົວບໍ່ຈຳເປັນໃຊ້ຟືນໃນການແຕ່ງກິນ, ບໍ່ຈຳເປັນໃຊ້ນ້ຳມັນເພື່ອໃຕ້ໄຟອີກ, ໃບໜ້າຍິ້ມແຍ້ມແຈ່ມໃສຂອງພໍ່ແມ່ພີ່ນ້ອງປະຊາຊົນຈົນຮອດດຽວນີ້ຍັງຕິດຕາຂ້າພະເຈົ້າຕະຫຼອດເວລາ. ພຶດຕິກຳຢັ້ງຢືນໃຫ້ເຫັນວ່າ, ວິທະຍາສາດເຕັກນິກພັດທະນາສາມາດແກໄຂບັນຫາຊີວິດການເປັນຢູ່ແລະການຜະລິດ, ແລະກໍ່ໄດ້ຮັບການສະໜັບສະໜູນຈາກປະຊາຊົນທັງຫຼາຍ,

ປັດຈຸບັນນີ້, ບ້ານຫຼຽງເຈ່ຍເຫີໄດ້ໃຊ້ໄຟຟ້າໝົດແລ້ວ, ແຕ່ອ່າງແກສຊີວະພາບແຫ່ງທຳອິດທີ່ທ່ານສີຈິ້ນຜິງນຳພາປະຊາຊົນຊາວບ້ານສ້າງຂຶ້ນນັ້ນຍັງຮັກສາໄວ້ຢູ່ໃນບ້ານໂດຍເປັນສັນຍາລັກແລະປະຫວັດສາດຕອນໜຶ່ງທີ່ໜ້າຈາລຶກໄວ້,

ຢູ່ຂ້າງອ່າງ, ໄດ້ຕັ້ງສີລາຈາລຶກຫີນທີ່ຄວັດມີໂຕໜັງສືວ່າ: “ອ່າງແກສຊີວະພາບແຫ່ງທຳອິດຂອງແຂວງສ້ານຊີ”, ເສັ້ນທາງທີ່ຂະຫຍາຍກວ້າງອອກເພື່ອສ້າງອ່າງແກສຊີວະພາບໃນເວລານັ້ນ, ຈົນຮອດດຽວນີ້ກໍ່ຍັງສ້າງຄວາມສະດວກສະບາຍໃນການເດີນທາງໃຫ້ຊາວບ້ານຢູ່ (ຂອບໃຈຂໍ້ມູນຈາກ “ພາສາຈີນ-ລາວ ປະຈຳວັນ”).

LEAVE A REPLY

Please enter your comment!
Please enter your name here