ບໍ່ແກ້ວ: ໃນວັນທີ 04 ທັນວາ 2020 ຄະນະສະເພາະກິດ ກອງບັນຊາການທະ ຫານແຂວງ ບໍ່ແກ້ວ ໄດ້ຮັບແຫຼງຂ່າວວ່າ: ຈະມີກຸ່ມຄົນບໍ່ດີເຄື່ອນໄຫວລັກລອບຂົນສົ່ງສານເສບຕິດ ຢູ່ທີ່ຂອບເຂດຊາຍແດນລາວ-ມຽມມາ
ດັ່ງນັ້ນ ທາງກອງບັນຊາການການທະຫານແຂວງບໍ່ແກ້ວ ຈຶ່ງອອກຄຳສັ່ງໃຫ້ບັນດາປ້ອມທະຫານຊາຍແດນອອກເຄື່ອນໄຫວລາດຕະເວນຕາມຂອບເຂດຮັບຜິດຊອບ.
ເວລາປະມານ 23ໂມງ 00 ນາທີ, ປ້ອມທະຫານຊາຍແດນ 121 ທີ່ຂື້ນກັບກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ພົບເຫັນເຮືອບັນທຸກສິນຄ້າ ຈອດຢູ່ເຂດບ້ານປຸງເລະ ເມືອງເມິງ ແຂວງບໍ່ແກ້ວ, ດັ່ງນັ້ນ ອ້າຍນ້ອງທະຫານ ຂອງພວກເຮົາຈື່ງໄດ້ສະແດງຕົວເຂົ້າກວດຄົ້ນ ແມ່ນໄດ້ພົບເຫັນສິ່ງທີ່ຜິດກົດໝາຍຄື: ແປ້ງຝຸ່ນສີຂາວ (ຄາເຟອິນ) ຈໍານວນ 290 ເປົາ ເທົ່າກັບ 7.250 ກິໂລກຼາມ, ເຮືອບັນທຸກສິນຄ້າ ຈຳນວນ 01 ລຳ.

ປັດຈຸບັນໄດ້ມອບຂອງກາງ ແລະ ຜູ້ຕ້ອງຫາ ໃຫ້ເຈົ້າໜ້າທີ່ ຕຳຫຼວດແຂວງບໍ່ແກ້ວ ດໍາເນີນການສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງ-ພັກພວກທີ່ຮ່ວມຂະ ບວນການຄ້າຂາຍໃນຄັ້ງນີ້ ມາດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.
ພ້ອມທັງກັກຕົວຜູ້ຕ້ອງຫາໄດ້ຈໍານວນ 3 ຄົນ ຄື: ທ້າວ ນວນ ອາຍຸ 32 ປີ ອາຊີບ ເຮັດນາ, ທ້າວ ໜານມາ ອາຍຸ 35 ປີ, ອາຊີບ ເຮັດນາ, ທ້າວ ອິນ ອາຍຸ 65ປີ ອາຊີບ ຂັບເຮືອ ຜູ້ກ່ຽວທັງ 03 ແມ່ນສັນຊາດມຽນມາ, ຊົນເຜົ່າລື້, ຢູ່ບ້ານຊຽງລາບ ເມືອງຊຽງລາບ ແຂວງທ່າຂີ້ເຫຼັກ.
ທີ່ມາ: ໜັງສືພິມບໍ່ແກ້ວ