ໃນວັນທີ 06.12.2020 ເວລາ 21:54ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຜ່ານເບີ 023 1625 ວ່າມີລົດຈັກຕຳກອງດິນຢູ່ຂ້າງທາງ(ເຂດທາງດວ່ນ) ບ້ານນ້ຳລີນ ເມືອງໂພນໂຮງ ແຂວງວຽງຈັນ

ເມື່ອໜ່ວຍກູ້ຊີບໄປຮອດບ່ອນເກີດເຫດພົບເຫັນຜູ້ເສຍຊີວິດ 01 ຄົນ, ເປັນເພດຊາຍ,ອາຍຸ 34 ຢູ່ບ້ານນາໂພເໝືອ ເມືອງໂພນໂຮງ ແຂວງວຽງຈັນ. ອາການເບື້ອງຕົ້ນແມ່ນ: ກະໂຫຼກຫົວແຕກມຸ່ນ, ແຂນເບື້ອງຂວາຫັກປິດ ແລະ ບາດແຜຖະຫລອກຕາມຮ່າງກາຍ

ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນ ຈື່ງໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດແລ້ວນຳສົ່ງໄປທີ່ວັດບ້ານນາໂພເໝືອເພື່ອໃຫ້ຍາດຕິພີ່ນອ້ງເຮັດພີທີທາງສາສະນາ.