ປກສ ນະຄອນຫຼວງວຽງຈັນ: ທ້າວ ເຕ້ ແລະ ທ້າວ ຕົ້ນ ເຂົ້າເຮັດວຽກເປັນຄົນຂັບລົດ ສົ່ງເຄື່ອງໄຟຟ້າໃຫ້ຄົນຈີນ ຢູ່ບ້ານໜອງດ້ວງທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງ ຈັນ ແລະ ໄດ້ຮ່ວມຫົວກັນວາງແຜນລັກເອົາລົດກະບະ Dae Han ຂອງນາຍຈ້າງ ໄປຂາຍໄດ້ເງິນ 30 ລ້ານກີບ,ແຕ່ບໍ່ລອດ ຖືກເຈົ້າໜ້າທີ່ປກສ ເມືອງ ສີໂຄດຕະບອງ ຕິດຕາມຈັບຕົວໄດ້ ພ້ອມຜູ້ຮັບຊື້ລົດຄັນດັ່ງກ່າວ ໄປດຳເນີນຄະດີຕາມກົດໝາຍ.


ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ເປີດເຜີຍໃຫ້ຮູ້ວ່າ:ໃນວັນທີ 18 ກໍລະກົດ 2020 ໄດ້ຮັບແຈ້ງ ຄວາມຈາກຜູ້ເສຍເຫຍ ວ່າ: ໄດ້ມີຄົນມາລົດກະບະ ຍີ່ຫໍ້ Dae Han ເລກທະບຽນ ກຍ 0372 ກໍາແພງນະຄອນ ຢູ່ບ້ານໜອງດ້ວງທົ່ງ ເມືອງສີໂຄດຕະ ບອງ ນະຄອນຫຼວງວຽງຈັນ.ຈາກນັ້ນ,ເຈົ້າໜ້າທີ່ ວິຊາສະເພາະ ຈຶ່ງໄດ້ລົງກວດກາສະຖານ ທີ່ເກີດເຫດ ຢູ່ບໍລິສັດຂາຍເຄື່ອງສົ່ງໄຟຟ້າ ຂອງຄົນຈີນ ເຊິ່ງລົດກະບະຄັນດັ່ງກ່າວ ໄດ້ຈອດປະໄວ້ພາຍໃນບໍລິສັດ, ຜ່ານການກວດກາເບີ່ງກ້ອງວົງຈອນປິດ ກໍຮູ້ຕົວຜູ້ກໍ່ເຫດລັກ.

ມາຮອດວັນທີ 25 ພະຈິກ ຜ່ານ ມາ, ກໍສາມາດຕິດ ຕາມຈັບທ້າວ ເຕ້ ອາຍຸ 26 ປີ ຢູ່ບ້ານດ່ານຄຳ ເມືອງສີໂຄດຕະບອງ ນວ,ເຊິ່ງເປັນກຳມະກອນຢູ່ບໍລິສັດດັ່ງກ່າວ ໄດ້ພ້ອມຜູ້ຮັບຊື້ລົດກະບະ ຊື່ ນາງ ແອ ອາຍຸ 43 ປີ ອາຊີບຄ້າຂາຍ ຢູ່ບ້ານວຽງຄໍາ ເມືອງສີໂຄດຕະບອງ ພ້ອມທັງເກັບກູ້ລົດຄືນມາໄດ້ ແລະ ສາມາດຕິດຕາມຈັບຜູ້ຖືກຊັດທອດ ທີ່ຮ່ວມກັນລັກລົດໄດ້ ໃນວັນທີ 26 ພະຈິກ 2020 ຊື່ ທ້າວ ຕົ້ນ ອາຍຸ 24 ປີ ພັກເຊົາຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນວ.


ຜ່ານການສອບສວນ ທ້າວ ເຕ້ ແລະ ທ້າວ ຕົ້ນ ຮັບສາລະພາບວ່າ: ພວກກ່ຽວ ໄດ້ຮ່ວມກັນວາງແຜນລັກເອົາລົດຄັນດັ່ງກ່າວ. ເພາະໄລຍະຜ່ານມາ ພວກກ່ຽວໄດ້ເຮັດວຽກເປັນຄົນຂັບລົດ ຢູ່ບໍລິສັດດັ່ງກ່າວ ຈຶ່ງໄດ້ສວຍໂອກາດເອົາກະແຈລົດໄປຊ່ຽນເອົາໄວ້, ມາຮອດວັນທີ 13 ກໍລະກົດ 2020 ກໍໄດ້ລັກເອົາລົດກະບະ Dae Han ເລກທະບຽນ ກຍ 0372 ກໍາແພງນະຄອນ ແລ້ວນຳເອົາໄປຂາຍໃຫ້ນາງແອ ໃນລາຄາ 30 ລ້ານກີບ.

ປັດຈຸບັນຄະດີດັ່ງກ່າວ.ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ພວມສອບສວນຢ່າງລະອຽດ ເພື່ອສະຫຼຸບສຳນວນຄະດີ ສົ່ງໄອຍະການ ສັ່ງຟ້ອງສານ ຕັດສິນຕາມກົດໝາຍ.

Leave a Reply

Your email address will not be published. Required fields are marked *