ວັນທີ05/01/2020 ເວລາ 22:59ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກຕຳກອງດິນຊາຍ.

ຈຸດເກີດເຫດແມ່ນເສັ້ນທາງຫນອງບຶກ. ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 2 ຄົນ

ຜູ້ທີ1:ເພດຊາຍ(ສັນຊາດຫວຽດນາມ) ອາຍຸ 40 ປີ ອາຊີບກຳມະກອນ ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ.ອາການເບື້ອງຕົ້ນແມ່ນເລືອຫູອອກ(ສະລຶມສະລື).

ຜູ້ທີ2:ເພດຊາຍ(ສັນຊາດຫວຽດນາມ) ອາຍຸ 30 ປີ ອາຊີບກຳມະກອນ ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ.ອາການເບື້ອງຕົ້ນແມ່ນມີບາດແຜຖະຫລອກຕາມຕົນໂຕ.

ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ຈຶ່ງໄດ້ທຳການປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍມິດຕະພາບ 150ຕຽງ.

.
