ໃນວັນທີ04/ 12/ 2020 ເວລາ 23:00ນາທີທາງໜ່ວຍກູ້ຊີບອົງການກາແດງລາວໄດ້ຮັບແຈ້ງເຫດຈາກ ປະຊາຊົນ

ຜ່ານເບີສຸກເສີນ: 1625 ວ່າມີລົດໃຫຍ່ຕຳກັນ3ຄັນຊ້ອນຢູ່ຄ້ອຍໂພນເຄັງ ຈຸດເກີດເຫດແມ່ນຢູ່ ບ.ໂພນເຄັງ,ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ເມື່ອໜ່ວຍກູ້ຊີບອົງການກາແດງລາວອອກກວດສອບໄປເຖິງສະຖານທີ່ເກີດເຫດໄດ້ພົບເຫັນຄົນເຈັບ 1ຄົນ ເປັນເພດຊາຍອາການໃນເບື້ອງຕົ້ນແມ່ນ ແໜ້ນໜ້າເອີກ, ຫັນໃຈຍາກ

ດັ່ງນັ້ນທາງໜ່ວຍກູ້ຊີບກາແດງລາວຈຶ່ງໄດ້ທຳການປະຖົມພະຍາບານຂັ້ນເບື້ອງຕົ້ນ ແລະ ເຄື່ອນຍ້າຍຄົນເຈັບໄປໂຮງໝໍ103