ປະກາດ ເລື່ອນເວລາ ງານແລ່ນ ວຽງຈັນ ມາຣາທອນ ແລະ ງານໃນລັກສະນະດຽວກັນ ທີ່ມີຜູ້ເຂົ້າຮ່ວມ ຈໍານວນຫຼາຍ.

ທາງຄະນະຮັບຜິດຊອບ ຈັດງານ ແລ່ນ ວຽງຈັນ ມາຣາທອນ ຄັ້ງທີ II ປະຈຳປີ 2020 ມີຄວາມເສຍໃຈທີ່ຕ້ອງໄດ້ແຈ້ງໃຫ້ນັກແລ່ນ ທຸກຄົນ ຊາບວ່າ ທາງຫ້ອງວ່າການ ສຳນັກງານນາຍົກ ລັດຖະມົນຕີ ໄດ້ອອກແຈ້ງການ ສະບັບ ເລກທີ 1324/ສຫນຍ ລົງວັນທີ 04/12/2020 ວ່າດ້ວຍ ການເລື່ອນການຈັດການແຂ່ງຂັນ ແລ່ນຄັ້ງນີ້ ໂດຍບໍ່ມີກຳນົດ ເນື່ອງຈາກ ຍັງຢູ່ໃນສະພາບ ຄວາມສ່ຽງ ຕໍ່ການລະບາດ ຂອງພະຍາດ Covid-19. (ເອກະສານ ຄັດຕິດມາພ້ອມນີ້)

ພວກເຮົາມີຄວາມເຂົ້າໃຈ ຕໍ່ສະພາບ ທີ່ທາງຄະນະສະເພາະກິດ ເພື່ອຕ້ານ ແລະ ຄວບຄຸມພະຍາດ ໂຄວິດ ໄດ້ລາຍງານຂ່າວກ່ຽວກັບ ກໍລະນີ ທີ່ເກີດຂື້ນ. ທາງຜູ້ຮັບຜິດຊອບຈັດງານ ຈະປະສານນຳທາງ ລັດຖະບານ ເພື່ອໃຫ້ໄດ້ວັນເວລາໃໝ່ ໃນການຈັດການແຂ່ງຂັນໃຫ້ໄວທີ່ສຸດ.

ນັກແລ່ນ ສາມາດ ມາຮັບເອົາເຄື່ອງແລ່ນ (ຍົກເວັ້ນເລກແລ່ນ) ໃນວັນທີ 25-27/12/2020 ທີ່ດ້ານນ້າ ຫ້ອງການ ອີ່ເວັ້ນຟໍກູດ ໄກ້ໄຟແດງທາດຂາວ ເລີ່ມແຕ່ ເວລາ 10:00 -17:00 .

ພວກເຮົາຍັງສືບຕໍ່ ຈັດການ ຝືກຊ້ອມ ເປັນກູ່ມນ້ອຍ ເພື່ອຊ່ວຍໃຫ້ທຸກຄົນ ໄດ້ກຽມພ້ອມ ກັບເວລາທີ່ມີເຫລືອເພີ່ມຕື່ມອີກ ເພື່ອໃຫ້ທ່ານມີຄວາມພ້ອມ ກ່ອນຮອດມື້ທີ່ສາມາດຈັດການແຂ່ງຂັນໄດ້.

ພວກເຮົາ ຂໍອະໄພ ໃນຄວາມບໍ່ສະດວກ ໃນຄັ້ງນີ້ . ສະພາບການແຜ່ລະບາດ ຂອງພະຍາດໂຄວິດ 19 ໃນລາວເຮົາສາມາດ ຄວບຄຸມໄດ້ມາເປັນໄລຍະເວລາຫລາຍເດືອນ ທາງຄະນະຈັດງານ ກໍ່ຢາກໃຫ້ງານດີໆນີ້ເກີດຂື້ນ.

ຢ່າງໄດກໍ່ຕາມ ສະພາບການແຜ່ລະບາດ ຍັງສືບຕໍ່ລະບາດຢູ່ ແລະ ພວກເຮົາທຸກຄົນ ຕ້ອງໄດ້ປະຕິບັດຕາມຄຳເນາະນຳ ຂອງຜູ້ສ່ຽວຊານ ແລະ ຄະນະນຳ.
ຂໍຂອບໃຈ ທີ່ທຸກຄົນເຂົ້າໃຈ

Notice to runners

We are sorry to inform all runners that the Prime Minister’s Office has ordered the postponement of the 2nd Vientiane Marathon. Please see the official notice attached.

We understand this is a public health & safety response to the recent Covid-19 incidents in Laos that have been reported in the news. We will be working with the Government to establish a new date for the 2nd Vientiane Marathon as soon as possible.

We are aware that there are other mass public events scheduled over the next few weeks that are still going ahead. If you will be going to other crowded events, please stay safe.

Runners can collect their race packs from the EFG office on 25th, 26th, and 27th December from 10am-5pm. We will continue to hold small group runs and training sessions to help you all to make the most of the extra time that you now have to prepare for the 2nd Vientiane Marathon. Please stay tuned.

We are very sorry for the inconvenience and disappointment. The Covid situation in Laos had been under control for many months, so we were looking forward to hosting an great event. However this is a valuable reminder that the pandemic is still around and we must all continue to take care and follow the advice of experts and authorities.

Thank you for your understanding.

Leave a Reply

Your email address will not be published. Required fields are marked *