ໂຄງການດັ່ງກ່າວແມ່ນໂຄງການທີ່ລະດົມທຶນຊ່ວຍເຫຼືອປຸກສ້າງຫໍພັກນັກຮຽນຊາຍ ຈຳນວນ 01 ຫຼັງ ໂຮງຮຽນ ມັດທະຍົມຕອນຕົ້ນບ້ານເລົາ ເມືອງນາແລ ແຂວງຫຼວງນ້ຳທາ ເຊິ່ງເປັນໂຮງຮຽນທີ່ຮອງຮັບນັກຮຽນມາຈາກເຂດຫ່າງໄກສອກຫຼີກ ຫ່າງໄກຈາກໂຮງຮຽນ ໃຊ້ເວລາຍ່າງມາໂຮງຮຽນ ເກືອບ 1 ມື້ຈຶ່ງຮອດ.

ສະນັ້ນ, ນັກຮຽນຈຶ່ງຈຳເປັນຕ້ອງໄດ້ອາໄສຢູ່ຫໍພັກໃນໂຮງຮຽນ ແຕ່ຫໍພັກຂອງນັກຮຽນທີ່ອາໄສຢູ່ໃນປະຈຸບັນ ແມ່ນມີສະພາບເກົ່າເປ່ເພ ຫໍພັກເປັນຕູບພື້ນດິນມຸງດ້ວຍຫຍ້າຄາ ຝາແອ້ມດ້ວຍຝາໄມ້ປ່ອງ, ເວລາມີຟ້າລົມຝົນຕົກເຮັດໃຫ້ເປື້ອນເປິະ ມີນ້ຳຝົນຮົ່ວຊຶມພື້ນດິນເປັນຂີ້ຕົມ ການດຳລົງຊີວິດຢູ່ໃນຫໍພັກ ແມ່ນມີຄວາມຫຍຸ້ງຍາກຫຼາຍ.

ເບື້ອງຕົ້ນມູນຄ່າກໍ່ສ້າງທັງໝົດແມ່ນ 183.882.820 ກີບ, ເຊິ່ງໃນນີ້ ທຶນສົມທົບຂອງເຈົ້າຂອງໂຄງການ ມີຈໍານວນ 33.882.820 ກີບ (ສາມສິບສາມລ້ານແປດແສນແປດສິບສອງພັນແປດຮ້ອຍຊາວກີບຖ້ວນ) ເຊິ່ງເຫັນວ່າຍັງມີຄວາມຈໍາເປັນທີ່ຈະຕ້ອງໄດ້ລະດົມທຶນເພີ່ມຕື່ມອີກ ຈຳນວນ 150.000.000 ກີບ (ໜຶ່ງຮ້ອຍຫ້າສິບລ້ານກີບ) ເປັນຄ່າໃຊ້ຈ່າຍໃນວຽກງານກໍ່່ສ້າງປະກອບດ້ວຍ: ວຽກດິນ, ວຽກເບຕົງ, ວຽກກໍ່ໂບກ, ວຽກຕິດຕັ້ງປະຕູ ແລະ ປ່ອງຢ້ຽມ, ວຽກຫຼັງຄາ, ເພດານ, ວຽກໄມ້, ວຽກທາສີ, ວຽກໄຟຟ້າ, ວຽກເຟີນີເຈີ, ວຽກອານາໄມ ແລະ ຄ່າໃຊ້ຈ່າຍອື່ນໆທີ່ຕິດພັນໃນການກໍ່ສ້າງ ເພື່ອເຮັດໃຫ້ຫໍພັກໃໝ່ຂອງນ້ອງນັກຮຽນມີຄວາມແໜ້ນໜາ ຖາວອນ ແລະ ສະດວກສະບາຍກວ່າເກົ່າ.
ດັ່ງນັ້ນ, ຈຶ່ງໄດ້ຂໍຄວາມຊ່ວຍເຫຼືອມາຍັງທ່ານຜູ້ໃຈບຸນ ຈົງມີເມດຕາກາລຸນາ ສົມທົບທຶນບໍລິຈາກ ຊ່ວຍເຫຼືອກໍ່ສ້າງຫໍພັກໃຫ້ນ້ອງນັກຮຽນ ດ້ວຍເທີ້ນ.

ໂຄງການລະດົມທຶນຜ່ານ ລະບົບ BCEL OneHeart ນີ້ ທຄຕລ ແມ່ນຊ່ວຍອໍານວຍຄວາມສະດວກດ້ານລະບົບຊ່ອງທາງໃນການລະດົມທຶນຈາກສັງຄົມເທົ່ານັ້ນ, ການປະຕິບັດການນໍາໃຊ້ເງິນຕົວຈິງທີ່ໄດ້ຮັບຈາກການຮ່ວມບໍລິຈາກຂອງສັງຄົມ ແມ່ນຢູ່ໃນຄວາມຮັບຜິດຊອບຂອງເຈົ້າຂອງໂຄງການ ກໍ່ຄື ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງນ້ຳທາ.

ເຊິ່ງເຈົ້າຂອງໂຄງການຈະນໍາໃຊ້ເງິນ ຕາມຈຸດປະສົງທີ່ໄດ້ກ່າວມາຂ້າງເທິງ ພ້ອມຮັບຜິດຊອບໃນການລາຍງານມາຍັງ ທຄຕລ ເພື່ອແຈ້ງໃຫ້ແກ່ສັງຄົມຮັບຊາບເປັນແຕ່ລະໄລຍະ ຜ່ານຫ້ອງໜ້າຂ່າວໃນລະບົບ BCEL OneHeart ແລະ ຊ່ອງທາງສື່ອື່ນໆຂອງ ທຄຕລ.

– ຜູ້ບໍລິຈາກສາມາດສຶກສາລາຍລະອຽດ ຫລື ສອບຖາມຂໍ້ມູນເພີ່ມຕື່ມໂດຍກົງ ກັບເຈົ້າຂອງໂຄງການກ່ອນບໍລິຈາກໄດ້ ທີ່ເບີໂທ: 020 2206 3888

ລາຍລະອຽດ ແລະ ຊ່ອງທາງບໍລິຈາກ:
https://www.oneheart.la/projects/luangnamtha_project
ວິທີບໍລິຈາກ:
- 1. Login ເຂົ້າ App BCEL One
- 2. ເລືອກ OneHeart
- 3. ເລືອກໂຄງການ
- 4. ກົດປຸ່ມບໍລິຈາກ (ຢູ່ມູມຂວາເທິງສຸດ)
- 5. ໃສ່ຈຳນວນເງິນທີ່ຕ້ອງການບໍລິຈາກ