ລົດຂົນສົ່ງສິນຄ້າລະເບີດແບບບໍ່ຮູ້ສາເຫດ ແລະ ໄດ້ເຮັດໃຫ້ໄຟຟົ້ງໄປໄໝ້ລົດບັນທຸກສິນຄ້າອີກຫຼາຍຄັນ ໃນຕອນເຊົ້າວັນທີ 3 ທັນວາ 2020 ນີ້ ເວລາ 8 ໂມງ 00 ທີ່ດ່ານສາກົນລາວບາວ, ຊາຍແດນລາວ-ຫວຽດນາມ ບ້ານແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ, ຍ້ອນຍັງມີສຽງລະເບີດຄ້າຍຄືສຽງໝາກກະໂພກ ແຕກເປັນໄລຍະໆ ແລະ ມີໄຟລຸກຖ້ວມລົດບັນທຸກຈໍານວນຫຼາຍຄັນ.

ຫຼັງຈາກເກີດເຫດໄຟໄໝ້ປະມານ 40 ນາທີ ເຈົ້າໜ້າທີ່ພ້ອມດ້ວຍລົດດັບເພີງໄດ້ມາຮອດສະຖານທີ່ເກີດເຫດແຕ່ບໍ່ສາມາດເຂົ້າໄປໃກ້ສະຖານທີ່ໄຟ ໄໝ້ໄດ້ຍ້ອນຍັງມີຖັງນໍ້າມັນຊຶ່ງອາດຈະເກີດລະເບີດໄດ້ທຸກເວລາ ຍ້ອນຄວາມຮ້ອນ.
ຈາກເຫດການຄັ້ງນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ

ສ່ວນສາເຫດ ແລະຄວາມເສຍຫາຍ ເຈົ້າໜ້າທີ່ກ່ຽວຂ້ອງແມ່ນເລັ່ງກວດສອບ.

ຂໍສະແດງຄວາມເສຍໃຈກັບເຫດການຄັ້ງນີ້ດ້ວຍ

ສ່ວນຄວາມຄືບໜ້າຂອງເຫດການຈະນໍາມາລາຍງານເພີ່ມເຕີມ
ຄຣິບການລະເບີດ 1
ຂ່າວກ່ອນໜ້ານີ້
ລາຍງານຂ່າວຈາກສະຫວັນນະເຂດ: ໃນຕອນເຊົ້າຂອງວັນທີ 3/12/2020 ເວລາປະມານ 8:45 ໄດ້ເກີດເຫດໄຟໄໝ້ສາງເອັກສເລດ່ານແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ

.

ໄຟໄດ້ລຸກລາມໄໝ້ຢ່າງໜັກ ລົດໃຫຍ່ຫຼາຍຄັນຖືກໄຟໄໝ້ຈົນໜົດ

ຈາກເຫດການຄັ້ງນີ້ຍັງບໍ່ຮູ້ສາເຫດຂອງໄຟໄໝ້ຄັ້ງນີ້ເທື່ອ…

ຄຣີບ