ເວບໄຊ ໄທລັດ ປະເທດໄທ ເຜີຍ ໃນເວລາ 16:00 ໂມງ ວັນທີ 2 ທັນວາ 2020 ທີ່ບໍລິເວນສະຖານີເຮືອມຸກດາຫານ ເຂດນະຄອນພະນົມ น.อ.สุรศักดิ์ สุวรรณาเกษา ผบ.นรข.เขตนครพนม ໄດ້ຖະແຫຼງການຈັບກຸມຊາວລາວ (ຄົນລາວ) ຈຳນວນ 7 ຄົນ

ເນື່ອງຈາກສືບຂ່າວຮັບແຈ້ງຈາກສາຍຂ່າວວ່າຈະມີການລັກລອບເຂົ້າເມືອງຜິດກົດໝາຍ ບໍລິເວນບ້ານນາສີນວນ ຕຳບົນ ນາສີນວນ ຈັງຫວັດ ມຸກດາຫານ ຈຶ່ງສັ່ງການໃຫ້ ເຈົ້າໜ້າທີ່ ເຂົ້າກວດສອບ ແລະ ພົບເປັນຕາມທີ່ແຈ້ງແທ້ ເປັນຄົນລາວ 7 ຄົນ ຊາຍ 3 ຍິງ 4

ໃນເບື້ອງຕົ້ນ ສອບຖາມຜູ້ຕ້ອງຫາສາລະພາບວ່າ ໄດ້ພາກັນເດີນທາງລັກລອບເຂົ້າເທໍມືອງ ເພື່ອເດີນທາງໄປກຸງເທບເຮັດວຽກ ຈຶ່ງຄວບຄຸມຜູ້ຕ້ອງຫາທັງໝົດ ມາດຳເນີນສອບສວນ ແລະ ດຳເນີນຕາມກົດໝາຍຕໍ່ໄປ
ທາງ น.อ.สุรศักดิ์ สุวรรณเกษา ผบ.นรข.เขต นครพนม ກ່າວກວ່າ ໄດ້ຮັບແຈ້ງວ່າມີຊາວລາວ ລັກລອບໜີເຂົ້າເມືອງຜິດກົດໝາຍ ທີ່ບໍລິເວນດັ່ງກ່າວ ຈ່ງນຳກຳລັງໄປຈັບ ເຊິ່ງການຫຼົບໜີເຂົ້າເມືອງໃນຍາມປົກກະຕິກໍມີກົດໝາຍຕາມຂັ້ນຕອນຢູ່ແລ້ວ

ໃນຍາມປັດຈຸບັນປະເທດໄທປະກາດສະຖານະການສຸກເສີນຄວບຄຸມປ້ອງກັນໂຄວິດ 2019 (COVID-19) ຈຶ່ງສົ່ງຜົນກະທົບ ດັ່ງນັ້ນການດຳເນີນການຈັບກຸມຕ້ອງດຳເນີນການຢ່າງເຄັ່ງຄັດຕາມຂັ້ນຕອນຕໍ່ໄປ
ຈາກ: https://www.thairath.co.th/

Leave a Reply

Your email address will not be published. Required fields are marked *