ການນໍາແຂວງຈໍາປາສັກ ເຂົ້າຂ່ໍານັບ ແລະ ອວຍພອນ ພະນະ ທ່ານ ຄໍາໄຕ ສີພັນດອນ ອາດີດ ປະທານປະເທດ ແຫ່ງ ສປປ ລາວ ໃນໂອກາດ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ.

ເພື່ອເປັນການສະເຫຼີມສະຫຼອງ ວັນປະຫວັດສາດ ປີ 2020, ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອດ 100 ປີ ໃຫ້ມີຄວາມໝາຍເລີກເຊິ່ງ, ວັນທີ 1 ທັນວາ 2020 ນີ້, ການນໍາແຂວງຈໍາປາສັກ ນໍາໂດຍ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ ພ້ອມດ້ວຍ ຄະນະບໍລິຫານງານພັກແຂວງ ຊຸດໃໝ່ ແລະ ພິເສດ ໂດຍການເຂົ້າຮ່ວມຂອງ ທ່ານ ບົວສອນ ບຸບຜາວັນ ອາດີດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ ນໍາເອົາກະຕ່າດອກໄມ້ ເຂົ້າ ຢ້ຽມຢາມ ຂ່ໍານັບ ແລະອວຍພອນ ພະນະ ທ່ານ ຄໍາໄຕ ສີພັນດອນ ອາດີດ ປະທານພັກ ປະທານປະເທດ ແຫ່ງ ສປປ ລາວ ທີ່ເຮືອນພັກຂອງເພິ່ນ, ເມືອງປາກຊ່ອງ ແຂວງຈໍາປາສັກ,

ໃນໂອກາດ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ, ເພື່ອເປັນການສະແດງ ເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ-ຮູ້ບຸນຄຸນ ຕໍ່ ຜົນງານອັນໃຫຍ່ຫລວງ ຂອງປະທານ ຄຳໄຕ ສີພັນດອນ ແລະ ເພື່ອເປັນຂວັນ ກໍາລັງໃຈ ໃນການ ສືບຕໍ່ ປະຕິບັດ ໜ້າທີ່ວຽກງານ ໃຫ້ແກ່ລູກຫຼານ, ຄະນະພັກ-ອົງການປົກຄອງ ກໍ່ຄື ຄະນະບໍລິຫານງານພັກແຂວງ ຈໍາປາສັກ ສະໄໝທີ VIII ໃນຕໍ່ໜ້າ;

ຕະຫລອດເວລາກວ່າເຄິ່ງສະຕະວັດຜ່ານມາ, ໂດຍຄຽງບ່າ ຄຽງໄຫລ່ ກັບ ປະທານ ໄກສອນ ພົມວິຫານ ແລະຜູ້ນຳຄົນອື່ນໆ , ປະທານ ໄດ້ອຸທິດສະຕິປັນຍາ ແລະກຳລັງວັງຊາຢ່າງບໍ່ຮູ້ອິດ ຮູ້ເມື່ອຍ ເພື່ອຈັດຕັ້ງນຳພາຂະບວນການປະຕິວັດ 3 ບາດຄອນຍຸດທະສາດ ເຊິ່ງໄດ້ເຮັດໃຫ້ການປະຕິວັດລາວເຕີບໃຫຍ່ຂະຫຍາຍຕົວ ແລະຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ໂດຍສຳເລັດການປະຕິວັດປົດປ່ອຍຊາດຢ່າງມີໄຊ ແລ້ວພາປະເທດຊາດກ້າວຂື້ນສູ່ຈຸດໝາຍສັງຄົມນິຍົມ ເທື່ອລະກ້າວຢ່າງໜັກແໜ້ນດັ່ງທຸກວັນນີ້.
ສື່ມວນຊົນແຂວງຈຳສັກ. ຂ່າວ: ທັດຊະນະ ແສງດາລາ.