ໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສະຖາປານາ ສປປ ລາວ ຄົບ ຮອບ 45 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ.

ໃນຕອນເຊົ້າ ວັນທີ 2 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ບັນດາການນຳພັກ-ລັດ ໄດ້ເຕົ້າໂຮມກັນ ເພື່ອສະເຫລີມສະຫລອງ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ (2/12/1975-2/12/2020) ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວທັງຊາດ ຄົບຮອບ 100 ປີ,

ທັງນີ້ ກໍເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ-ຮູ້ບຸນຄຸນ, ຄຸນງາມຄວາມດີ ແລະ ຜົນ ງານອັນໃຫຍ່ຫລວງ ຂອງບັນພະບູລຸດລາວ ທີ່ໄດ້ອຸທິດຕົນ ເພື່ອປະເທດຊາດ ແລະ ການປະຕິວັດ ໃນໄລ ຍະຜ່ານມາ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດັ່ງເທົ່າທຸກວັນນີ້.

.

.

Cr: Loa National Radio

Leave a Reply

Your email address will not be published. Required fields are marked *