ເນື່ອງໃນໂອກາດ ສະເຫລີມສະຫລອງວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ ( ວັນທີ 2 ທັນວາ 1975 ຫາ 2 ທັນວາ 2020 ) ຄະນະບໍລິຫານພັກແຂວງ ໄຊສົມບູນ ຊຶ່ງນຳໂດຍສະຫາຍ ພອຍຄຳ ຮຸ່ງບຸນຍວງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໄຊສົມບູນ, ຄະນະບໍລິຫານງານພັກເມືອງອະນຸວົງ ນຳໂດຍ ສະຫາຍ ຄຳພູທອນ ວົງພະຈັນ ເລຂາພັກເມືອງ, ເຈົ້າເມືອງອະນຸວົງ ແລະ ນ້ອງນ້ອຍຊາວໜຸ່ມ-ເຍົາວະຊົນ ໄດ້ພ້ອມກັນເຂົ້າວາງກະຕ່າດອກໄມ້ ຢູ່ທີ່ອະນຸສອນສະຖານປະທານໄກສອນພົມວິຫານ ພິທີເລີ່ມຂຶ້ນເວລາປະມານ 6 ໂມງ ຂອງວັນທີ 2 ທັນວາ ນີ້.

.

.

ທັງນີ້ ກໍເພື່ອເປັນການຈົດຈຳ ແລະ ຈາລຶກເຖິງຄຸນງາມ, ຄວາມດີ ຂອງປະທານໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດຢ່າງລົ້ນເຫລືອ ທັງເປັນນັກຮົບປະຕິວັດທີ່ດີເດັ່ນ, ເປັນວິລະບູລຸດ ເປັນຜູ້ນຳທີ່ປະເສີດ ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເປັນຜູ້ທີ່ໄດ້ນຳພາການຕໍ່ສູ້ກູ້ຊາດ ຈົນສາມາດສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງພວກເຮົາໄດ້ຢ່າງສະຫງ່າຜ່າເຜີຍ ເຮັດໃຫ້ຄົນລາວ, ຊາດລາວ ມີອຳນາດອະທິປະໄຕ ແລະ ມີຜືນແຜ່ນດິນອັນຄົບຖ້ວນ ເປັນຂອງຕົນເອງ ຈົນເຖິງທຸກວັນນີ້.

.

ພາບ-ຂ່າວ ໂດຍ: ນ ພຸດ​ທະ​ສອນ ເວດ​ສະ​ວົງ

Leave a Reply

Your email address will not be published. Required fields are marked *