ອາທິດຜ່ານມາ, ນາງ ວ່າງມົ້ວ ອາຍຸ 34 ປີຢູ່ບ້ານປາກຊາບ ເມືອງໄຊທານີ ນວ ຖືກຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ພິຈາ ລະນາຕັດສິນ ລົງໂທດຕັດອິດສະຫຼະພາບ 12 ປີ ພ້ອມປັບໃໝ 180 ລ້ານກີບ ໃນສະຖານການຄ້າ ຂາຍຢາເສບຕິດ ປະເພດຢາບ້າ,ມີຂອງກາງ 2.000 ເມັດ.
ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ຖະແຫຼງເນື້ອໃນຄະດີໃຫ້ຮູ້ວ່າ: ນາງ ວ່າງມົ້ວ ໄດ້ເລີ່ມຄ້າຂາຍຢາເສບຕິດ (ຢາບ້າ) ມາ ແຕ່ໄລຍະເດືອນມັງກອນ 2020 ເປັນຕົ້ນມາ, ຢາບ້າທີ່ນໍາມາຂາຍແຕ່ລະຄັ້ງ ແມ່ນຊື້ນໍາ ທ້າວ ເພັດ ອາຍຸ 48 ປີ (ບໍ່ຮູ້ທີ່ຢູ່) ຈໍານວນຫຼາຍຄັ້ງໆລະ 1 ມັດ ເທົ່າ ກັບ 2.000 ເມັດ, ເມື່ອໄດ້ຢາບ້າແລ້ວ ກໍໄດ້ນໍາໄປຂາຍຕໍ່ໃຫ້ພວກມົ້ວສຸມເສບຢາ; ມາວັນທີ 6 ມີນາ 2020, ເວລາປະມານ 13:00 ໂມງ ຈຳເລີຍໄດ້ຂີ່ລົດຈັກໄປຊື້ຢາບ້ານໍາ ທ້າວ ເພັດ ຢູ່ແຖວສະໜາມກິລາ ຫຼັກ16 ຈໍານວນ 2.000 ເມັດ. ພາຍຫຼັງໄດ້ຢາບ້າແລ້ວ ກໍເອົາໄປຂາຍ, ໂດຍນັດສົ່ງຢາບ້າ ຢູ່ເຂດບ້ານດົງໝາກຄາຍ ແຕ່ຖືກເຈົ້າໜ້າທີ່ ປກສ ເມືອງໄຊທານີ ຕິດຕາມຈັບໄດ້ ພ້ອມຂອງກາງ 2.000 ເມັດ ແລະ ລົດຈັກ 1 ຄັນ ໄປດຳເນີນຄະດີ.
ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງລະ ອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະ ວິໄສແລ້ວເຫັນວ່າ ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນ ວ່າ: ການກະທໍາຂອງ ນາງ ວ່າງມົ້ວ (ຈໍາເລີຍ) ເປັນການກະທໍາຜິດທາງ ອາຍາໃນຂໍ້ຫາ ການຄ້າຂາຍຢາເສບຕິດ (ຢາບ້າ) ເຊິ່ງແຕະຕ້ອງຕໍ່ສະຖຽນລະພາບທາງດ້ານເສດຖະກິດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບຕາມປະມວນກົດ ໝາຍອາຍາມາດຕາ 315; ການກະທໍາທັງໝົດທີ່ກ່າວມານີ້ ຈໍາເລີຍ ກໍໄດ້ໃຫ້ການຮັບສາລະພາບ ວ່າ: ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ (ຢາບ້າ) ແທ້ ຕາມຄໍາໃຫ້ການຮັບສາລະພາບຂອງຈໍາເລີຍ ສະບັບລົງວັນທີ 10 ມີນາ 2020, ວັນທີ 1 ເມສາ 2020 ແລະ ວັນທີ 6 ກໍລະກົດ 2020.
ສ່ວນເປົ້າໝາຍທີ່ຈໍາເລີຍ ໃຫ້ການຊັດທອດຄື: ທ້າວ ເພັດ ເຈົ້າໜ້າທີ່ກຳລັງເລັ່ງສືບຫາຕົວມາດຳ ເນີນຄະດີ. ສໍາລັບລົດຈັກຮອນດ້າເວບໄອ ໝາຍເລກທະບຽນ ດມ 8711 ກໍາແພງນະຄອນ ທີ່ເຈົ້າ ໜ້າທີ່ຢຶດໄດ້ນັ້ນ ແມ່ນບໍ່ມີສ່ວນພົວພັນກັບການຄ້າຂາຍຢາເສບຕິດຄັ້ງນີ້ ຈຶ່ງໄດ້ມອບຄືນໃຫ້ເຈົ້າຂອງລົດເດີມ ຕາມບົດບັນທຶກລົງວັນທີ 23 ມີນາ 2020.