ໃນຕອນເຊົ້າວັນທີ 30 ພະຈິກ 2020, ຢູ່ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດອະໄພຍະໂທດປ່ອຍຕົວນັກໂທດ ຈໍານວນ 95 ຄົນ, ຍິງ 24 ຄົນ ທີ່ປະພຶດຕົນດີ, ປະຕິບັດລະບຽບວິໄນເຂັ້ມງວດ, ມີຄວາມດຸໝັ່ນຂະຫຍັນພຽນ, ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ ຢູ່ຄ້າຍຄຸມຂັງ-ດັດສ້າງ ປະຈໍາປີ 2020 ໂດຍການເປັນປະທານຂອງ ທ່ານ ປອ ນາງ ບົວວອນ ສຸກລາແສງ ຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງ ພັອ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກອງບັນຊາການ ປກສ ນວ, ມີຕາງໜ້າກົມຄຸມຂັງ-ດັດສ້າງ ກະຊວງ ປກສ, ສະພາປະຊາຊົນ, ສານປະຊາຊົນ ນວ, ອົງການທີ່ກ່ຽວຂ້ອງ ແລະ ຜູ້ທີ່ໄດ້ຮັບອະໄພຍະໂທດ ເຂົ້າຮ່ວມ.

.

.

ໃນພິທີ ພັທ ຄໍາເຜີຍ ພິມພິສານ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 201/ປປທ, ລົງວັນທີ 11 ພະຈິກ 2020 ວ່າດ້ວຍການໃຫ້ອະໄພຍະໂທດປ່ອຍຕົວນັກໂທດ ໄລຍະປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລາໂລກສາຍພັນໃໝ່ covid-19 ໂດຍໄດ້ຄົ້ນຄວ້າ ແລະ ຕົກລົງ ຜູ້ທີ່ມີເງື່ອນໄຂໃຫ້ອະໄພຍະໂທດ ໃນຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ນວ ປະຈໍາປີ 2020 ມີທັງໝົດ 95 ຄົນ, ຍິງ 24 ຄົນ.

.

.

ໃນຕອນທ້າຍ ທ່ານ ປອ ນາງ ບົວວອນ ສຸກລາແສງ ໄດ້ກ່າວວ່າ: ພາຍຫຼັງທີ່ຖືກປ່ອຍຕົວກັບຄືນສູ່ຄອບຄົວ ແລະ ສັງຄົມ ໃຫ້ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພົນລະເມືອງດີຂອງຊາດ, ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາຄອບຄົວຂອງຕົນ ໃຫ້ເປັນຄອບຄົວສະຫງົບສຸກ ແລະ ສ້າງເສດຖະກິດຄອບຄົວ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ມີການປະຢັດມັດທະຍັດ, ບໍ່ຫຼິ້ນກິນຟູມເຟືອຍ ແລະ ປະກອບສ່ວນເຂົ້າໃນການແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ ເປັນຕົ້ນແມ່ນຕ້ານການຜະລິດ, ຄ້າຂາຍ, ຂົນສົ່ງຢາເສບຕິດ, ການຄ້າມະນຸດ, ຂີ້ລັກງັດແງະ, ປຸ້ນຈີ້-ຊິງຊັບ ທີ່ພາໃຫ້ເກີດຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.

.

.

ຂ່າວ: ບ່າວສະຫວັນ