ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ X ຂອງອົງຄະນະພັກແຂວງຄຳມ່ວນໄດ້ອັດລົງໃນວັນທີ 30 ພະຈິກ 2020 ທີ່ສະໂມສອນແຂວງ ພາຍໃຕ້ຄໍາຂວັນ“ ທຸກຂັ້ນນໍາພາ-ຄຸ້ມຄອງໜັກແໜ້ນເຂັ້ມແຂງ ທຸກສິ່ງຫຍໍ້ທໍ້ໄດ້ຮັບການແກ້ໄຂ ແລະ ຕີຖອຍ ທຸກປັດໄຈ ແລະ ທ່າແຮງບົ່ມຊ້ອນໄດ້ຮັບການເສີມຂະຫຍາຍພື້ນຖານເສດຖະກິດກະສິກໍາ-ອຸດສາຫະກໍາ-ການບໍລິການ ພັດທະນາຢ່າງແຂງແຮງ ກົມກຽວ ຍືນຍົງ ປະຊາຊົນພົ້ນທຸກ ຢ່າງທົ່ວເຖິງ ໜັກແໜ້ນ ” ກອງປະຊຸມພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ເລຂາພັກແຂວງ ຮັກສາການເຈົ້າແຂວງໆຄຳມ່ວນ, ເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ມີບັນດາແຂກຖຶກເຊີນ, ຜູ້ແທນສົມບູນເຂົ້າຮ່ວມທັງໝົດ 335 ສະຫາຍ, ຍິງ 38 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວແຂວງ ຈໍານວນ 20.265 ສະຫາຍ.

ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າຕົກລົງ ແລະ ຮັບຮອງເອົາຫຼາຍບັນຫາສໍາຄັນຕ່າງໆ. ຮັບຮອງເອົາຮ່າງລາຍງານການເມືອງຂອງອົງຄະນະພັກແຂວງສະໄໝທີ IX ,ຮັບຮອງເອົາບົດສະຫຼຸບຕີລາຄາການນໍາພາ-ຊີ້ນໍາຂອງອົງຄະນະພັກແຂວງ, ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການສືບຕໍ່ຜັນຂະຫຍາຍວິໄສທັດການພັດທະນາແຂວງຄຳມ່ວນແຕ່ນີ້ເຖິງປີ 2030 ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງ IX (2021-2025). ໃນນັ້ນໄດ້ກຳນົດວິໄສທັດຂອງແຂວງຄືນໃໝ່, ພ້ອມນັ້ນຮັບຮອງເອົາຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງສະໄໝທີ IX, ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານພັກແຂວງສະໄໝທີ X ຈໍານວນ 35 ສະຫາຍ, ຍິງ 3 ສະຫາຍ ເພື່ອເປັນແກນນໍາໃນການນໍາພາ-ຊີ້ນໍາທົ່ວອົງຄະນະພັກແຂວງໃຫ້ມີຜົນສໍາເລັດໃໝ່, ສ້າງບາດກ້າວບຸກທະລຸໃນການພັດທະນາໃຫ້ປະກົດຜົນເປັນຈິງສາມາດນໍາພາແຂວງຄໍາມ່ວນກ້າວຂື້ນຢ່າງໜັກແໜ້ນດັ່ງລຸ່ມນີ້:

1. ສະຫາຍ ວັນໄຊ ພອງສະຫວັນ

2. ສະຫາຍ ບຸນມີ ພິມມະສອນ

3. ສະຫາຍ ພົ.ວ ສົມແຄນ ອັບປະສອນ

4. ສະຫາຍ ປ.ອ ແກ້ວອຸດອນ ບຸດສິງຂອນ

5. ສະຫາຍ ວົງເພັດ ຈິດປັນຍາ

6. ສະຫາຍ ຈັນ ບຸບຜາລີວັນ

7. ສະຫາຍ ສີໄຮ ແກ້ວໄກຖິ່ນ

8. ສະຫາຍ ຄຳສອນ ອ້ວນທະວີ

9. ສະຫາຍ ນາງ ບັງອອນ ໄຊຍະສິດ

10. ສະຫາຍ ແກ້ວລັນດອນ ຈັນທະປານີ

11. ສະຫາຍ ສົມພົງ ວັນໄພທອງ

12. ສະຫາຍ ພິດສະໄໝ ກອງຊາເດດ

13. ສະຫາຍ ສົມໃຈ ພານີຈັນ

14. ສະຫາຍ ນາງ ອາລີ ບົວຈູມ

15. ສະຫາຍ ເດດສັກດາ ມະນີຄຳ

16. ສະຫາຍ ບົວພັນ ແສງຈັນ

17. ສະຫາຍ ພັ.ອ ຄຳພອນ ສີກຸມພົນ

18. ສະຫາຍ ບຸນຈັນ ໄຊປັນຍາ

19. ສະຫາຍ ບຸນກວ້າງ ແກ້ວບຸນຍົງ

20. ສະຫາຍ ສົມສະອາດ ອຸ່ນສີດາ

21. ສະຫາຍ ບຸນທັນ ສຸວັນນະລາດ

22. ສະຫາຍ ບຸນໂຮມ ມຸກດາສັກ

23. ສະຫາຍ ແກ້ວວັນໄຊ ສຸກແສນທອງ

24. ສະຫາຍ ນາງ ບົວກາ ແກ້ວມະນີ

25. ສະຫາຍ ແກ້ວວິໄລ ໄຊຍະບຸດ

26. ສະຫາຍ ທິບພະຈັນ ໂພໄຊ

27. ສະຫາຍ ທອງໄຊ ມັງໜໍ່ເມກ

28. ສະຫາຍ ຄຳສິງ ອໍລະວັນ

29. ສະຫາຍ ນວນຕາ ແກ້ວນະວົງ

30. ສະຫາຍ ໝັ້ນຍືນ ຄິນສະໝອນ

31. ສະຫາຍ ຄຳໝັ້ນ ສໍປະເສີດ

32. ສະຫາຍ ສາຍຄຳ ພະໄຊສິດທິເດດ

33. ສະຫາຍ ໄຊສົມບູນ ສຸວັນດາລາ

34. ສະຫາຍ ແກ່ນຈັນ ທອງສະຫວັດ

35. ສະຫາຍ ພັ.ອ ຄຳສາຍ ເພັດນວນສີ

ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກແຂວງສະໄໝທີ X ໄດ້ເລືອກຕັ້ງເອົາຄະນະປະຈຳ, ເລຂາ, ຮອງເລຂາ, ປະທານ, ຮອງປະທານກວດກາ ແລະ ຜູ້ແທນສົມບູນ, ສຳຮອງໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XIຂອງພັກມີດັ່ງນີ້:

ກ. ເລືອກຕັ້ງເອົາຄະນະປະຈຳພັກແຂວງ ປະກອບມີ 11 ສະຫາຍ ດັ່ງນີ້:

1. ສະຫາຍ ວັນໄຊ ພອງສະຫວັນ

2. ສະຫາຍ ບຸນມີ ພິມມະສອນ

3. ສະຫາຍ ພົ.ວ ສົມແຄນ ອັບປະສອນ

4. ສະຫາຍ ຈັນ ບຸບຜາລີວັນ

5. ສະຫາຍ ວົງເພັດ ຈິດປັນຍາ

6. ສະຫາຍ ປ.ອ ແກ້ວອຸດອນ ບຸດສິງຂອນ

7. ສະຫາຍ ຄຳສອນ ອ້ວນທະວີ

8. ສະຫາຍ ແກ້ວລັນດອນ ຈັນທະປານີ

9. ສະຫາຍ ນາງ ບັງອອນ ໄຊຍະສິດ

10. ສະຫາຍ ສົມພົງ ວັນໄພທອງ

11. ສະຫາຍ ສົມໃຈ ພານີຈັນ

ຂ. ເລືອກຕັ້ງເອົາເລຂາ, ຮອງເລຂາພັກແຂວງ 3 ສະຫາຍ ຄືດັ່ງນີ້:

1. ສະຫາຍ ວັນໄຊ ພອງສະຫວັນ ເປັນເລຂາຄະນະພັກ.

2. ສະຫາຍ ບຸນມີ ພິມມະສອນ ເປັນຮອງເລຂາຄະນະພັກ.

3. ສະຫາຍ ວົງເພັດ ຈິດປັນຍາ ເປັນຮອງເລຂາຄະນະພັກ.

ຄ. ປ່ອນບັດເລືອກຕັ້ງເອົາປະທານ ແລະ ຮອງປະທານກວດກາພັກແຂວງຄືດັ່ງນີ້:

1. ສະຫາຍ ຄຳສອນ ອ້ວນທະວີ ເປັນປະທານກວດກາພັກ.

2. ສະຫາຍ ສີສຸກ ພິມມະສອນ ເປັນຮອງປະທານກວດກາພັກ.

3. ສະຫາຍ ສະເຫຼີມສັກ ແກ້ວຈັນທະລາ ເປັນຮອງປະທານກວດກາພັກ.

4. ສະຫາຍ ນາງ ໂພໄຊ ຮົ່ມສະຫວັນ ເປັນຮອງປະທານກວດກາພັກ.

ງ. ຜູ້ແທນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ-ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໄດ້ດັ່ງນີ້:• ຜູ້ແທນສົມບູນ 26 ສະຫາຍ, ຍິງ 3 ສະຫາຍ.

1. ສະຫາຍ ວັນໄຊ ພອງສະຫວັນ

2. ສະຫາຍ ບຸນມີ ພິມມະສອນ

3. ສະຫາຍ ພົ.ວ ສົມແຄນ ອັບປະສອນ

4. ສະຫາຍ ຈັນ ບຸບຜາລີວັນ

5. ສະຫາຍ ສີໄຮ ແກ້ວໄກຖິ່ນ

6. ສະຫາຍ ປ.ອ ແກ້ວອຸດອນ ບຸດສິງຂອນ

7. ສະຫາຍ ຄຳສອນ ອ້ວນທະວີ

8. ສະຫາຍ ແກ້ວລັນດອນ ຈັນທະປານີ

9. ສະຫາຍ ນາງ ບັງອອນ ໄຊຍະສິດ

10. ສະຫາຍ ສົມພົງ ວັນໄພທອງ

11. ສະຫາຍ ພິດສະໄໝ ກອງຊາເດດ

12. ສະຫາຍ ສົມໃຈ ພານີຈັນ

13. ສະຫາຍ ນາງ ອາລີ ບົວຈູມ

14. ສະຫາຍ ເດດສັກດາ ມະນີຄຳ

15. ສະຫາຍ ບົວພັນ ແສງຈັນ

16. ສະຫາຍ ພັ.ອ ຄຳພອນ ສີກຸມພົນ

17. ສະຫາຍ ບຸນຈັນ ໄຊປັນຍາ

18. ສະຫາຍ ບຸນກວ້າງ ແກ້ວບຸນຍົງ

19. ສະຫາຍ ປ.ອ ສົມສະອາດ ອຸ່ນສີດາ

20. ສະຫາຍ ບຸນທັນ ສຸວັນນະລາດ

21. ສະຫາຍ ບຸນໂຮມ ມຸກດາສັກ

22. ສະຫາຍ ນາງ ບົວກາ ແກ້ວມະນີ

23. ສະຫາຍ ທິບພະຈັນ ໂພໄຊ

24. ສະຫາຍ ທອງໄຊ ມັງໜໍ່ເມກ

25. ສະຫາຍ ຄຳສິງ ອໍລະວັນ

26. ສະຫາຍ ນວນຕາ ແກ້ວນະວົງ

ຜູ້ແທນສໍາຮອງ 3 ສະຫາຍຄື:

1. ສະຫາຍ ແກ້ວວັນໄຊ ສຸກແສນທອງ

2. ສະຫາຍ ແກ້ວວິໄລ ໄຊຍະບຸດ

3. ສະຫາຍ ຄຳໝັ້ນ ສໍປະເສີດ

ກອງປະຊຸມໃຫຍ່ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ ແລະ ນໍາພາມະຫາຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈີງ.

ພ້ອມກັນນີ້, ກໍຍັງຮຽກຮ້ອງມາຍັງ ພະນັກງານ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ, ຊັ້ນຄົນໃນທົ່ວແຂວງຄຳມ່ວນ ຈົ່ງໄດ້ເຊີດຊູສະຕິປັນຍາ, ເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍມະນາຈິດບາກບັ້ນບຸກບືນເຂົ້າໃສ່ການປະຕິບັດໜ້າທີ່ທໍາມາຫາກິນ ແລະ ສ້າງສາພັດທະນາ ເພື່ອສ້າງແຂວງຄໍາມ່ວນໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

Leave a Reply

Your email address will not be published. Required fields are marked *