ໃນວັນທີ 27 ພະຈິກ 2020 ນີ້ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງໆສາລະວັນ ຕ່າງໜ້າໃຫ້ອົງການປົກຄອງແຂວງ ໄດ້ນຳເອົາເຄື່ອງຈຳນວນໜຶ່ງໄປຊ່ວຍເຫຼືອ, ມອບໃຫ້ 3 ແຂວງ ຂອງ ສສ ຫວຽດນາມ ຄື: ແຂວງກວາງຈິ້, ແຂວງເທື່ອທຽນເຫວ້ ແລະນະຄອນດາໜັງ ເຊິ່ງໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ, ເຄື່ອງທີ່ນຳມາມອບໃນຄັ້ງນີ້ມີເຂົ້າສານ 30 ໂຕນ ແລະເງິນສົດຈຳນວນ 150 ລ້ານກີບ ເພື່ອເປັນການຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນຊາວຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ແລະອີກອັນໜຶ່ງກໍ່ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບຂອງປະຊາຊົນ 2 ຊາດ ລາວ-ຫວຽດນາມ-ຫວຽດນາມ-ລາວ ໃຫ້ມີຄວາມໜັ້ນຄົງທະນົງແກ່ນ

.

ຈາກນັ້ນ, ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງໆສາລະວັນ ຕາງໜ້າໃຫ້ອົງການປົກຄອງແຂວງ ແລະພໍ່ແມ່ປະຊາຊົນຊາວແຂວງສາລະວັນ ກໍ່ໄດ້ມອບເຄື່ອງຈຳນວນດັ່ງກ່າວໃຫ້ແກ່ອຳນາດການປົກຄອງແຂວງໃນ 3 ແຂວງຂອງ ສສ.ຫວຽດນາມ ຄື: ແຂວງກວາງຈິ້, ແຂວງເທື່ອທຽນເຫ້ວ ແລະນະຄອນດາໜັງ, ແຂວງລະ 10 ໂຕນ ແລະເງິນແຂວງລະ 50 ລ້ານກີບ ເພື່ອນຳເອົາໄປຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດໃນໄລຍະຜ່ານມານີ້, ເຊິ່ງພິທີມອບແມ່ນໄດ້ຈັດຂື້ນຢູ່ທີ່ດ່ານສາກົນລະໄລ ເມືອງສະໝ້ວຍ ແຂວງສາລະວັນ.

.

.

ພາບຂ່າວ: ສິດຕາ ເພັດວົງສາ

Leave a Reply

Your email address will not be published. Required fields are marked *