ຕອນເຊົ້າວັນທີ 27 ພະຈິກ 2020 ທີ່ຜ່ານມາ ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນພ້ອມດ້ວຍຄະນະການນຳເມືອງ, ຄະນະຕ້ານໄພພິບັດຂັ້ນເມືອງລົງສືບຕໍ່ລົງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ເຂດຈຸດສຸມລະໂກ, ໃນເຂດບ້ານຈຸດສຸມລະໂກມີຈຳນວນ 13 ບ້ານເຊິ່ງມີບ້ານຕະເປືອ 64 ຫຼັງຄາ, ພົນລະເມືອງ 437 ຄົນ, ຍິງ 224 ຄົນ,ກົກໝາກ 44 ຫຼັງຄາ, ພົນລະເມືອງ 272 ຄົນ, ຍິງ 136 ຄົນ , ລະອານ 26 ຫຼັງຄາ, ພົນລະເມືອງ 194 ຄົນ, ຍິງ 95 ຄົນ, ກະລາກ 40 ຫຼັງຄາ, ພົນລະເມືອງ 276 ຄົນ, ຍິງ 133 ຄົນ, ອາວຽນ 58 ຫຼັງຄາ, ພົນລະເມືອງ 357 ຄົນ, ຍິງ 171 ຄົນ, ລະໂກ 66 ຫຼັງຄາ, ພົນລະເມືອງ 481 ຄົນ, ຍິງ 241 ຄົນ, ສະດູນ 36 ຫຼັງຄາ, ພົນລະເມືອງ 263 ຄົນ, ຍິງ 141 ຄົນ, ປະຢຸຍ 32 ຫຼັງຄາ, ພົນລະເມືອງ 210 ຄົນ, ຍິງ 100 ຄົນ, ລະງີ 43 ຫຼັງຄາ, ພົນລະເມືອງ 282 ຄົນ, ຍິງ 133 ຄົນ, ລະເຕື່ອງ 55 ຫຼັງຄາ, ພົນລະເມືອ 294 ຄົນ, ຍິງ 147 ຄົນ, ວັງເລິກ 94 ຫຼັງຄາ, ພົນລະເມືອງ 562 ຄົນ, ຍິງ 258 ຄົນ, ຕໍ່ເຮືອ 45 ຫຼັງຄາ, ພົນລະເມືອງ 232 ຄົນ, 113 ຄົນ ແລະ ບ້ານສະແລນ 115 ຫຼັງຄາ, ພົນລະເມືອງ 614 ຄົນ, ຍິງ 319 ຄົນ, ເຄື່ອງທີ່ນໍາໄປຊ່ວຍເຫຼືອມີເຂົ້າສານສອບ 50 ໂລ ຈຳນວນ 282 ສອບ, ເຂົ້າສານສອບ 20 ໂລ ຈຳນວນ 24 ສອບ ເຄື່ອງນຸ່ງຫົ່ມໃໝ່ 86 ສອບ, ເຄື່ອງນຸ່ງຫົ່ມມືສອງ 86 ສອບ, ໝີ່ໄວໆ 96 ແກັດ ແລະ ເກືອຊົບໃຫຍ່ 43 ຊົບ

.

.

.

.

ນອກຈາກຈະຊ່ວຍເຫຼືອໃນ 13 ບ້ານຂອງເຂດຈຸດສຸມລະໂກແລ້ວຍັງໄດ້ຊ່ວຍເຫຼືອພາກສ່ວນການຈັດຕັ້ງຂອງລັດເຊິ່ງມີຫ້ອງການຈຸດສຸມລະໂກ ສຸກສາລາ ສະແລນ, ສຸກສາລາລະໂກ, ສຸກສາລາລະອານ, ປກສ ກຸ່ມລະໂກ, ປກສ ກຸ່ມລະອານ, ປກສ ກຸ່ມສະແລນ, ທະຫານຊາຍແດນ ( ລະໂກ ), ທະຫານຊາຍແດນ 320 ( ສະແລນ ) ເພິ່ນໄດ້ມອບເຂົ້າສານ ສອບ 50 ໂລ ໃຫ້ຜູ້ລະ 01 ສອບ, ໝີ່ໄວໆລະ 03 ແກັດ ແລະ ປາກະປ໋ອງລະ 01 ແພັກ ແລະ ມອບໃຫ້ໂຮງຮຽນມໍຕົ້ນ ແລະ ປະຖົມ ເຂດຈຸດສຸມລະໂກ ເຊິ່ງມີ 10 ແກັດ, ປາກະປ໋ອງ 05 ແພັກ ແລະ ນໍ້າແພັກ 12 ຕຸກກາງໃຫ້ 20 ແພັກ.

.

.

.

.

.
