ການສະແດງເຝິກຊ້ອມການທະຫານ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ( 2 /12/1975-2/12/2020) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດ

ໃນຕອນເຊົ້າ ຂອງວັນທີ 30 ພະຈິກ 2020 ນີ້ ທີ່ ສະໜາມຫັດແອບ ວິທະຍາຄານກົມມະດຳ ໂດຍການເຂົ້າຮ່ວມ ຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍບັນດາການນຳຂັ້ນສູງພັກ-ລັດ, ແຂກຖືກເຊີນ ຈາກບັນດາທູດ ປະເທດເພື່ອນມິດ ຕະຫຼອດຮອດ ວິລະຊົນ, ນັກຮົບແຂ່ງຂັນແຫ່ງຊາດ, ພະນັກງານປະຕິວັດອາວຸໂສບຳນານ , ນາຍ ແລະ ພົນທະຫານ ພ້ອມດ້ວຍ ບັນດາກຳລັງເຫຼົ່າຮົບຕ່າງໆ ແລະ ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມຮັບຊົມຢ່າງຟົດຟື້ນ.

ການເຝິກຊ້ອມການທະຫານ ສະເຫຼີມສະຫຼອງວັນສໍາຄັນຂອງຊາດດັ່ງກ່າວ ໄດ້ເລີ່ມຈາກການສະແດງ ສິລະປະ-ວັນນະຄະດີ ຈາກ ກອງສິລະປະກອນ ກອງທັບ .

ຈາກນັ້ນ, ກອງຍິງປືນອາຊຽນ ໄດ້ສະແດງ ຍິງປືນ ເປີດປາຍຄໍາຂ້ວນ 2 ທັນວາ ໝັ້ນຍືນ ແລະ ນຳໃຊ້ປືນສັ້ນຊາຍ-ຍິງ ຍິງເປົ້າຈານເຫຼັກ.

ຈາກນັ້ນ ກໍໄດ້ເລີ່ມ ທຳການສະແດງ ເຝິກຊ້ອມການທະຫານ ເຊິ່ງປະກອບມີ: ເຫຼົ່າຮົບສືບຂ່າວສົມທົບທະຫານອາກາດ,ກອງຫຼອນແຂວງ ວຽງຈັນ ເຮັດໜ້າທີ່ກອບກູ້ຕົວປະກັນ,ເຫຼົ່າຮົບຕີພິເສດປິດລັບຫຼອນຕີສັດຕູ ພັກທັບຊົ່ວຄາວ ,

ທະຫານອາກາດ ນໍາໃຊ້ຍົນ ເເຊັສ-9 ແລະ ຍັກ -130 ດັບສູນເປົ້າໝາຍໜ້າດິນ ,ເຫຼົ່າຮົບປ້ອງກັນອາກາດນຳໃຊ້ປືນ ຊູ-23 ,ຍິງລູກສອນອີທຽນ ແລະ ລູກສອນ ເຄ-38 ດັບສູນເປົ້າໝາຍເທິງອາກາດ , ເຫຼົ່າຮົບປືນໃຫຍ່ໜ້າດິນ ນໍາໃຊ້ປືນ ບີເອັມ-21 , ແລະ ປືນໃຫຍ່ 152 ມມ, 122 ມມ ຍິງກະກຽມ ແລະ ຍົກຍ້າຍ , ເຫຼົ່າຮົບຊ່າງແສງ ສົ່ງໝາກຝາບິນ ເປີດທາງໄຂ ,

ທະຫານຍານເກາະ ສົມທົບເຫຼົ່າຮົບ ລົດຕັງ ປະຕິບັດບຸກຕີ ສັດຕູ ຈັ້ງທ່າ, ເຫຼົ່າຮົບ ເສນາຮັກ ກອບກູ້ຄົນເຈັບໃນສະໜາມ ເຫຼົ່າຮົບເຄມີ ລົບລ້າງທາດພິດເຄມີ ໃຫ້ ກຳລັງ ,ພາຫະນະອາວຸດ ແລະ ລາຍການສຸດທ້າຍ ເຫຼົ່າຮົບທະຫານອາກາດນໍາໃຊ້ຍົນທຸກຊະນິດບິນສວນສະໝາມ.

ເຊິ່ງການສະແດງຂອງກຳລັງແຕ່ລະເຫຼົ່າຮົບ ແມ່ນມີຄວາມເປັນເອກະພາບ ງົດງາມ, ສະແດງໃຫ້ເຫັນເຖິງຄວາມ ເຂັ້ມແຂງແລະການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນ ລາວ ທັງ ເປັນການເອກອ້າງທະນົງໃຈຕໍ່ຜົນງານທີ່ຍາດມາໄດ້ ໃນຕະຫຼອດໄລຍະ 45 ປີ ຜ່ານມາ ໃນການປະຕິບັດໜ້າທີ່ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມີຄວາມໝັ້ນຄົງ ແລະ ຮຸ່ງເຮືອງສີວິໄລ ຈົນເຖີງປັດຈຸບັນ.

ພາຍຫຼັງສຳເລັດການເຝິກຊ້ອມ , ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດສຳພັດມື ຄະນະຊີ້ນຳລວມການເຝິກຊ້ອມ ແລະ ຊົມເຊີຍ ຕໍ່ກໍາລັງປະກອບອາວຸດທຸກເຫຼົ່າຮົບ ໃນການປະຕິບັດໜ້າທີ່ຂອງຕົນເຂົ້າໃນວຽກງານຈັດຕັ້ງສະເຫຼີມສະຫຼອງວັນສຳຄັນຂອງຊາດຄັ້ງນີ້ ດ້ວຍຄວາມຮັບຜິດຊອບສູງ ແລະ ເຫັນໄດ້ວ່າການເຝິກຊ້ອມການທະຫານ ແມ່ນມີຄວາມເຂັ້ມແຂງ ສົມບູນ, ແມ້ນຢໍາ ສົມກັບເປັນກຳລັງທີ່ມີ ແບບແຜນ ທັນສະໄໝ ແລະ ປະກອບສ່ວນເຂົ້າໃນການ ເຮັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ ໄດ້ຢ່າງເຂັ້ມແຂງ.

.

.

.

.

ໂດຍ: ກອງທັບ Lao Army News