ສຳເລັດການເຈາະຊອດອຸໂມງອ່ານຕີ້ງ ອຸໂມງຍາວທີ່ສຸດຂອງເສັ້ນທາງລົດໄຟຈີນ-ລາວ ຍາວ 17 ກວ່າກິໂລແມັດ
ກຸ່ມບໍລິສັດເສັ້ນທາງລົດໄຟຈີນສາຂາຄຸນມີງແຈ້ງໃຫ້ຊາບວ່າ, ອຸໂມງອ່ານຕີ້ງ ເຊິ່ງເປັນອຸໂມງຍາວທີ່ສຸດຂອງເສັ້ນທາງລົດໄຟຈີນ-ລາວ(ຄຸນມີງ-ວຽງຈັນ)ໄດ້ ສຳເລັດການເຈາະຊອດໃນວັນທີ 28 ພະຈິກນີ້ ເຊິ່ງໄດ້ພື້ນຖານທີ່ດີເພື່ອໃຫ້ແລ່ນລົດໝົດສາຍທາງລົດໄຟຕາມເວລາກຳນົດ.

ຂ່າວແຈ້ງວ່າ, ອຸໂມງອ່ານຕີ້ງທີ່ກຸ່ມບໍລິສັດທາງລົດໄຟຈີນສາຂາທີ 19 ແລະສາຂາທີ 5 ຮ່ວມກັນຮັບເໝົາກໍ່ສ້າງນັ້ນຕັ້ງຢູ່ເຂດຕໍ່ແດນຂອງເມືອງຢວນຈ່ຽງ ແລະ ເມືອງໂມ້ຈ່ຽງ ແຂວງຢູນນານຈີນ, ຍາວປະມານ 17,5 ກິໂລແມັດ, ບໍ່ພຽງແຕ່ແມ່ນອຸໂມງຍາວທີ່ສຸດຂອງເສັ້ນທາງລົດໄຟຄຸນມີງ-ວຽງຈັນ ຈີນ-ລາວເທົ່ານັ້ນ ທັງເປັນອຸໂມງທີ່ມີຄວາມສ່ຽງລະດັບສູງສຸດໃນເວລາກໍ່ສ້າງແຫ່ງໜຶ່ງ.

ທ່ານ ຈ້າວ ຊຽນ ຈີ້ນ ວິສາວະກອນໃຫຍ່ໜ່ວຍຊີ້ນຳການກໍ່ສ້າງເສັ້ນທາງລົດໄຟພາກໃຕ້ຢູນນານຂອງກຸ່ມບໍລິສັດທາງລົດໄຟຈີນບອກໃຫ້ຮູ້ວ່າ, ນັບມາຮອດປັດຈຸບັນ, ຕອນຢວີ້ຊີ່-ບໍຫານຂອງເສັ້ນທາງລົດໄຟຈີນ-ລາວໄດ້ສຳເລັດການລົງທຶນ 11 ຕື້ຢວນແລ້ວໃນປີນີ້, ນັບແຕ່ເລີ່ມລົງມືກໍ່ສ້າງເປັນຕົ້ນມາ ນັບລວມແລ້ວໄດ້ລົງທຶນທັງໝົດ 47 ຕື້ 350 ລ້ານໂດລາ.

Cr: CRI