ກຳລັງປະກອບອາວຸດທຸກ ເຫຼົ່າຮົບ ມີຄວາມພ້ອມໃນທຸກ ດ້ານ ໃນການຈັດຕັ້ງສະເຫຼີມສະ ຫຼອງວັນຊາດທີ 2 ທັນວາ ຄົບ ຮອບ 45 ປີ. ພາຍຫຼັງທີ່ໄດ້ຫ້າງ ຫາກະກຽມຈັດຕັ້ງເຝິກຊ້ອມ ການທະຫານຫັດແອບຕົວຈິງ ໃນຕົ້ນເດືອນພະຈິກຜ່ານມາ, ມາຮອດວັນທີ 27 ພະຈິກ 2020 ຢູ່ທີ່ສະໜາມຫັດແອບ ວິທະຍາຄານ ກົມມະດໍາ ໄດ້ມີການເຝິກຊ້ອມ ໃຫຍ່ຄັ້ງສຸດທ້າຍ ໂດຍ ມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະຊີ້ນຳ ລວມ ແລະ ບັນດາອະນຸກໍາມະການ ດ້ານຕ່າງໆ ພ້ອມດ້ວຍພະນັກ ງານ-ນັກຮົບ ເຂົ້າຮ່ວມຮັບຊົມ.

ໃນໄລຍະການເຝິກຊ້ອມຂອງກຳລັງປະກອບອາວຸດທຸກເຫຼົ່າຮົບ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນວຽກງານຫ້າງຫາກະກຽມ ແລະ ມາເຖິງປັດຈຸບັນ ບັນດາວຽກງານ ຕ່າງໆໄດ້ມີຄວາມພ້ອມໃນທຸກດ້ານແລ້ວ ເພື່ອຈັດຕັ້ງສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບ ຮອບ 45 ປີ ຄັ້ງນີ້ ໃຫ້ມີຜົນສຳເລັດຢ່າງຍິ່ງໃຫຍ່ ແລະ ຈົບງາມສາມາດຮັບປະກັນໄດ້ຄວາມ ປອດໄພ 100%.
ສຳລັບ ການສະແດງ ທາງການທະຫານ ເພື່ອສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໃນວັນທີ 30 ພະຈິກ 2020 ນີ້ ປະກອບມີ 12 ລາຍການ ຄື: ການສະແດງ ສິລະປະຈາກກອງສິລະປະກອນ ກອງທັບ, ກອງຍິງປືນອາຊຽນໃຊ້ປືນຍິງເປີດປາຍຄໍາຂວັນ 2 ທັນວາ ໝັ້ນຍືນ ແລະ ນຳໃຊ້ປືນ ສັ້ນຊາຍ-ຍິງ ຍິງເປົ້າຈານເຫຼັກ, ເຫຼົ່າຮົບສືບຂ່າວສົມທົບທະຫານອາກາດ, ກອງຫຼອນແຂວງວຽງຈັນ ເຮັດໜ້າທີ່ກອບກູ້ຕົວປະກັນ, ເຫຼົ່າຮົບຕີພິເສດປິດລັບຫຼອນຕີ ສັດຕູພັກທັບຊົ່ວຄາວ ທະຫານອາກາດຍິງເປົ້າໝາຍເທິງໜ້າດິນ ແລະ ໃຊ້ເຮືອບິນ130 ດັບສູນເປົ້າໝາຍ, ເຫຼົ່າຮົບປ້ອງກັນອາກາດນຳໃຊ້ປືນຊູ- 23, ຍິງລູກສອນ ອີທຽນ ແລະ ລູກສອນ ເຄ-38 ດັບສູນເປົ້າໝາຍເທິງອາກາດ, ເຫຼົ່າຮົບປືນໃຫຍ່ໜ້າດິນນໍາໃຊ້ ປືນ ບີເອັມ-21 ແລະ ປືນ ໃຫຍ່ 152 ມມ, 122 ມມ ຍິງກະ ກຽມ ແລະ ຍົກຍ້າຍ, ເຫຼົ່າຮົບຊ່າງແສງສົ່ງໝາກຝາບິນເປີດທາງໄຂ, ທະຫານຍານເກາະສົມ ທົບເຫຼົ່າຮົບລົດຕັງປະຕິບັດບຸກຕີສັດຕູຈັ້ງທ່າ, ເຫຼົ່າຮົບເສນາຮັກກອບກູ້ຄົນເຈັບໃນສະໜາມເຫຼົ່າຮົບເຄມີລົບລ້າງທາດພິດເຄມີໃຫ້ກຳລັງ, ພາຫະນະອາວຸດ ແລະ ລາຍການສຸດທ້າຍ ເຫຼົ່າຮົບທະ ຫານອາກາດນໍາໃຊ້ເຮືອບິນທຸກຊະນິດບິນສວນສະໝາມ.
ການເຝິກຊ້ອມການທະຫານ ຄັ້ງນີ້, ແນໃສ່ເພື່ອຮັບປະກັນການຈັດຕັ້ງສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ມີຜົນ ສຳເລັດຢ່າງຈົບງາມ ແລະ ເຫັນ ໄດ້ເຖິງຄວາມເຂັ້ມແຂງຂອງ ກອງທັບປະຊາຊົນລາວ ໃນໄລຍະໃໝ່.
ໂດຍ: ເພັດ ສົມນໍວັນ