ວັນທີ30/11/2020 ເວລາ 00:49ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດໃຫຍ່ຕຳກັບລົດໃຫຍ່ຈຸດເກີດເຫດແມ່ນໜ້າສະຖາບັນເສດຖະກິດການເງິນດົງຄຳຊ້າງໜ່ວຍກູ້ໄພອອກກວດສອບເຫດພົບຜູ້ບາດເຈັບ 2ຄົນ

.

ເພດຍິງ ອາຍຸ25ປີ ອາຊີບນັກສຶກສາ ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ອາການເບື້ອງຕົ້ນ ມີບາດເປີດຈີກບໍລິເວນໜ້າຜາກ,ເລືອດອອກປາກອອກຫູ,ກະທົບຫົວໄດ້ທຳການCPRປໍ້າຫົວໃຈເສຍຊີວິດໃນເວລາຕໍ່ມາ

.

ເພດຊາຍ ອາຍຸ 20ປີ ອາຊີບປະຊາຊົນ ບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.ອາການເບື້ອງຕົ້ນແມ່ນ ຂາຫັກເບື້ອງຂວາ,ມີບາດຈີກຢູ່ຕີນເບື້ອງຊ້າຍ ແລະ ບາດແຜຕາມຕົນໂຕ

.

ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ຈຶ່ງໄດ້ທຳການປະຖົມພະຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍມິດຕະພາບ 150 ຕຽງ.

.

.

.
