ຕອນເຊົ້າວັນທີ 25 ພະຈິກ 2020 ຢູ່ສະໂມສອນເມືອງພີນ ແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາ ວັນລະນຶກສາກົນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2020 ໂດຍໃຫ້ກຽດເປັນປະທານຂອງທ່ານ ໂອໄດ ໄຊສິດທິເດດ ຮອງເລຂາພັກເມືອງ, ມີບັນດາຄະນະປະຈໍາພັກເມືອງ ກໍາມະການພັກເມືອງ, ສະຫະພັນແມ່ຍິງບ້ານ, ໜ່ວຍ, ຮາກຖານ, ເຂົ້າຮ່ວມທັງໝົດ ຈຳນວນ 252 ຄົນ, ຍິງ 223 ຄົນ,

ໃນກອງປະຊຸມທ່ານ ໂອໄດ ໄຊສິດທິເດດ ຮອງເລຂາພັກເມືອງ ກໍ່ໄດ້ໃຫ້ກຽດປາຖະກະຖາກ່ຽວກັບວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ 25 ພະຈິກ 2020 ຄົບຮອບ 20 ປີ, ຄວາມຮຸນແຮງຕໍ່ແມ່ຍິງແມ່ນເກີດຂື້ນໄດ້ທຸກເມື່ອທຸກເວລາ, ໃນທຸກສະຖານທີ່ໂດຍບໍ່ຈຳແນກຊົນຊັ້ນ, ວັນນະ, ເຊື້ອຊາດ, ສາດສະໜາ, ວັດທະນະທຳ, ສະຖານະໃນສັງຄົມ, ລະດັບການສຶກສາ ແລະ ແຜ່ລາມໄປໃນຂອບເຂດທົ່ວໂລກ, ແມ່ນເກີດມາຈາກຄວາມບໍ່ສົມດຸນດ້ານອຳນາດລະຫວ່າງຍິງ-ຊາຍ ແລະ ການຈໍາແນກຕໍ່ແມ່ຍິງທີ່ປະຫວັດສາດປະໄວ້, ດັ່ງນັ້ນມັນຈິ່ງເປັນອຸປະສັກອັນໃຫຍ່ຫຼວງທີ່ກີດຂວາງການບັນລຸຄວາມສະເໝີພາບຍິງ-ຊາຍ, ປັດໄຈຄວາມສ່ຽງສໍາລັບຄວາມຮຸນແຮງຕໍ່ແມ່ຍິງ ຕິດພັນກັບບັນຫາເຊື້ອຊາດ, ຊົນເຜົ່າ, ສາດສະໜາ, ຊົນຊັ້ນຄົນ, ອາຍຸ, ຄວາມພິການ ແລະ ຄວາມນິຍົມທາງເພດ, ນອກຈາກນີ້, ຍັງມີບັນຫາວັດທະນະທຳ, ຮີດຄອງປະເພນີ ແລະ ຄວາມເຊື່ອຖືງົມງວາຍທີ່ຫຼ້າຫຼັງ, ມາດຖານຂອງສັງຄົມທີ່ແຕກຕ່າງກັນຕໍ່ແພດຍິງ ແລະ ເພດຊາຍ, ຊ່ອງຫວ່າງທາງກົດໝາຍ, ສະພາບສັງຄົມ ແລະ ອື່ນໆອີກ.

ມາໃນຕອນບ່າຍຂອງວັນດຽວກັນກໍ່ໄດ້ຈັດກິດຈະກໍາຍ່າງເພື່ອສຸຂະພາບເພື່ອເປັນການລະນຶກວັນສາກົນຍຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ມີບັນດາທ່ານການນໍາຂັ້ນເມືອງ, ຫົວໜ້າຫ້ອງການ, ຄະນະຫ້ອງການ, ພະນັກງານ, ທະຫານ, ຕໍາຫຼວດ, ບໍລິສັດຫ້າງຮ້ານ, ໂຄງການ, ນັກທຸລະກິດ, ສະຫະພັນແມ່ຍິງບ້ານ, ໜ່ວຍ, ຮາກຖານ ເຂົ້າຮ່ວມທັງໝົດ 1,250 ຄົນ, ການຍ່າງໄລຍະທາງ 4,200 ແມັດ ຕາມເສັ້ນທາງຊອຍໃນເທດສະບານເມືອງພີນ.

Leave a Reply

Your email address will not be published. Required fields are marked *