ທິດຊີ້ນຳກ່ຽວກັບມາດຕະການປ້ອງກັນ COVID-19 ແຕ່ນີ້ ຈົນເຖິງ ວັນທີ 31 ທັນວາ 2020 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ທິດຊີ້ນໍາຂອງກອງປະຊຸມລັດຖະບານ ສະໄຫມສາມັນປະຈໍາເດືອນພະຈິກ 2020 ມາຍັງທ່ານຊາບ ແລະ ຈັດຕັ້ງປະຕິບັດດັ່ງນີ້:
1. ໃຫ້ໂຈະການອອກວີຊາ ສໍາລັບຜູ່ເດີນທາງມາຈາກປະເທດຕົ້ນທາງທີ່ມີການລະບາດ ຂອງພະຍາດໂຄວິດ-19 ໃນຊຸມຊົນ ແຕ່ນີ້ຈົນເຖິງວັນທີ 31 ທັນວາ 2020.
2. ໃຫ້ໂຈະການອະນຸມັດຖ້ຽວບິນເໝົາລໍາຈາກປະເທດທີ່ມີການລະບາດຂອງພະຍາດ COVID-19 ໃນຊຸມຊົນ,ຍົກເວັ້ນຖ້ຽວບິນເພື່ອມະນຸດສະທໍາ ທີ່ມີຄວາມຈໍາເປັນ ແຕ່ຕ້ອງໄດ້ມີການຄົ້ນຄວ້າລະອຽດຮັດກຸມ ແລະ ກວດກາຢ່າງເຄັ່ງຄັດ ພ້ອມກັນນີ້, ກໍ່ໃຫ້ກວດກາຜູ້ໂດຍສານຖ້ຽວບິນເໝົາລໍາຈາກປະເທດບໍ່ມີການລະບາດ ຂອງເຊື້ອພະຍາດ COVID-19 ໃນຊຸມຊົນທີ່ໄດ້ຮັບອະນຸຍາດ, ເດັດຂາດບໍ່ໃຫ້ມີຜູ້ໂດຍສານຜ່ານ (Transit) ຈາກປະເທດທີ່ມີການລະບາດຂອງພະຍາດ COVID-19 ໃນຊຸມຊົນ ມານໍາຖ້ຽວບິນເໝົາລໍາດັ່ງກ່າວ.
3. ເຫັນດີໃຫ້ຈັດງານສະເຫຼີມສະຫຼອງວັນສໍາຄັນຂອງພັກ, ຂອງຊາດ ແລະ ວັນສໍາຄັນອື່ນໆ, ໂດຍໃຫ້ມີການກໍານົດ,
4. ເຫັນດີໃຫ້ສືບຕໍ່ຈັດງານບຸນປະເພນີ ຂອງບັນດາເຜົ່າ ແລະ ຈັດກິດຈະກໍາຕ່າງໆ ຂອງສັງຄົມ, ສໍາລັບ ບຸນກິນຈຽງຂອງບາງເຜົ່າ ໃຫ້ຈັດຢູ່ພາຍໃນຄອບຄົວ ແລະ ບ້ານ.
5. ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມກັບພາກສ່ວນກ່ຽວຂ້ອງແຕ່ລະຂັ້ນ ເພີ່ມທະວີການໂຄສະນາເຜີຍແຜ່ ໃຫ້ທຸກຄົນໃນສັງຄົມ ເຂົ້າໃຈວ່າ: ເຖິງແມ່ນວ່າປະເທດເຮົາບໍ່ມີການລະບາດພາຍໃນ ກໍ່ຕາມ ແຕ່ພະຍາດໂຄວິດ-19 ຍັງບໍ່ທັນຫາຍໄປຈາກໂລກ, ຍ້ອນແນວນັ້ນ ທຸກຄົນຕ້ອງຍົກສູງສະຕີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ,ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ COVID-19 ຢ່າງເປັນເຈົ້າການຮ່ວມກັນ.
6. ມອບໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນກ່ຽວຂ້ອງ ເພີ່ມທະວີການຕິດຕາມກວດກາ ການເຂົ້າ-ອອກ ຕາມດ່ານຊາຍແດນ ເພື່ອຮັບປະກັນ ບໍ່ໃຫ້ມີການເຂົ້າ-ອອກແບບຊະຊາຍ ຫຼືມີການລັກລອບເຂົ້າ-ອອກ ບໍ່ຜ່ານດ່ານຊາຍແດນ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການນັ່ງເຊື້ອພະຍາດ COVID-19 ເຂົ້າມາແຜ່ລະບາດຢູ່ພາຍໃນປະເທດ,
7. ໃຫ້ອົງການປົກຄອງແຕ່ລະຂັ້ນ ເພີ່ມທະວີບົດບາດການຄຸ້ມຄອງ, ການຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດ ຕັ້ງປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ COVID-19 ໃນຂອບເຂດທີ່ຕົນຮັບຜິດຊອບ ແລະ ລາຍງານໃຫ້ຂັ້ນເທິງຂອງຕົນຮັບຊາບ ຢ່າງເປັນປົກກະຕິ ແລະ ທັນເວລາ, ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

.
