ໃນຕອນເຊົ້າວັນທີ 27 ພະຈິກ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນຖານະທີ່ ສປປ ລາວ ເປັນປະເທດເຈົ້າພາບ ຮ່ວມກັບລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ, ໄດ້ເປັນກຽດກ່າວຄໍາປາໄສ (ແບບບັນທຶກວິດິໂອໄວ້ລ່ວງໜ້າ) ໃນພິທີເປີດງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 17 ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ຈີນ-ອາຊຽນ ຄັ້ງທີ 17 ທີ່ ນະຄອນໜານໜິງ, ແຂວງກວາງຊີ ສປ ຈີນ ພາຍໃຕ້ຄຳຂວັນ: “ຮ່ວມກັນສ້າງສາພັດທະນາ ໜຶ່ງແລວໜຶ່ງເສັ້ນທາງ ແລະ ຮ່ວມກັນສ້າງເສດຖະກິດດິຈິຕອນ”.

ໃນບົດຄຳເຫັນເປີດພິທີ, ທ່ານນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງງານວາງສະແດງສິນຄ້າອາຊຽນ-ຈີນ ໃນຄັ້ງນີ້ ແລະ ໄດ້ຕີລາຄາວ່າຕະຫລອດ 17 ຄັ້ງ ຜ່ານມາ ງານວາງສະແດງດັ່ງກ່າວ ໄດ້ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ ອາຊຽນ ແລະ ຈີນ ເວົ້າລວມ ແລະ ເວົ້າສະເພາະ ລະຫວ່າງ ສປປ ລາວ ແລະ ສປ ຈີນ.

ພິເສດ, ງານວາງສະແດງສິນຄ້າອາຊຽນ-ຈີນ ປີນີ້ ແມ່ນຈັດຂຶ້ນໃນທ່າມກາງແຫ່ງຂີດໝາຍໃໝ່ ຂອງການພົວພັນຮ່ວມມືຍຸດທະສາດອາຊຽນ-ຈີນ ເຊັ່ນ: ເປັນປີຄົບຮອບ 10 ປີ ຂອງການສ້າງຕັ້ງເຂດການຄ້າເສລີອາຊຽນ-ຈີນ, ປີແຫ່ງການຮ່ວມມືດ້ານເສດຖະກິດດິຈິຕອນອາຊຽນ-ຈີນ, ປີທີ່ ອາຊຽນ ແລະ ສປ ຈີນ ກຳລັງຮ່ວມມືກັນຕ້ານ, ຮັບມື ແລະ ແກ້ໄຂ ຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຈະໄດ້ພ້ອມກັນຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 23 ທີ່ຫາກໍ່ສຳເລັດລົງດ້ວຍຜົນອັນຈົບງາມ ທັງມີການຮັບຮອງເອົາປີ 2021 ເປັນປີແຫ່ງການພັດທະນາແບບຍືນຍົງອາຊຽນ-ຈີນ ແລະ ຜັນຂະ ຫຍາຍສັນຍາ ການເປັນຄູ່ຮ່ວມເສດຖະກິດຮອບດ້ານຢູ່ລະດັບພາກພື້ນ ຫລື ອາເຊັບ (RCEP) ໃຫ້ເປັນຮູບປະທຳ.

ສຳລັບທິດທາງໃນຕໍ່ໜ້າ ຂອງການຮ່ວມມືອາຊຽນ-ຈີນ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ອາຊຽນ ແລະ ຈີນ ສືບຕໍ່ຜັນຂະຫຍາຍບັນດາແຜນງານ/ໂຄງການ ທີ່ລະບຸຢູ່ໃນແຜນປະຕິບັດການຮ່ວມມື ອາຊຽນ-ຈີນ ສະບັບໃໝ່ ໄລຍະ 2021-2025; ເລັ່ງໃສ່ການເຊື່ອມສານເຊິ່ງກັນ ແລະ ກັນ ລະ ຫວ່າງແຜນແມ່ບົດການເຊື່ອມຈອດອາຊຽນ ຮອດປີ 2025 ຫລື MPAC 2025 ແລະ ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ຊຶ່ງສຳລັບຢູ່ ສປປ ລາວ ກໍ່ແມ່ນການກໍ່ສ້າງທາງລົດໄຟຄວາມໄວສູງລາວ-ຈີນ, ຊຶ່ງຄາດວ່າຈະສຳເລັດຕາມແຜນການທີ່ວາງໄວ້ໃນທ້າຍປີ 2021; ການຫັນໄປສູ່ເສດຖະກິດແບບດິຈິຕອນເທື່ອລະກ້າວ ໂດຍສະເພາະການຍົກລະດັບຈຸລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ-ກາງ (MSMEs) ເພື່ອສາມາດດຳເນີນທຸລະກິດທາງອອນໄລໄດ້; ການແກ້ໄຂຄວາມທຸກຍາກ ດ້ວຍການຍົກລະດັບຄວາມອາດສາມາດໃນການຜະລິດ (Productive on Capacity) ແລະ ການຫັນໄປສູ່ການຜະລິດກະສິກຳທີ່ທັນສະໄໝ (Smart Agriculture); ແລະ ການສົ່ງເສີມການໄປມາຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ ລວມທັງການສົ່ງເສີມການທ່ອງທ່ຽວ.

ນັບຕັ້ງແຕ່ ປີ 2004 ເປັນຕົ້ນມາ, ງານວາງສະແດງສິນຄ້າຈີນ-ອາຊຽນ ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນຈີນ-ອາຊຽນ ເປັນກົນໄກໜຶ່ງທີ່ສໍາຄັນທີ່ສຸດ ຂອງພາກທຸລະກິດຈີນ-ອາຊຽນ ເພື່ອເຕົ້າ ໂຮມເອົາບັນດາຫົວໜ່ວຍທຸລະກິດຈາກ ອາຊຽນ ແລະ ຈີນ ໃຫ້ມີໂອກາດໄດ້ພົບປະ ແລະ ແລກປ່ຽນປະສົບການຮ່ວມກັນ ກ່ຽວກັບການດໍາເນີນທຸລະກິດ ແລະ ວາງສະແດງສິນຄ້າຂອງຕົນ ແນໃສ່ເພື່ອສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ ລະຫວ່າງ ອາຊຽນ ແລະ ຈີນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມທັງເປັນການແລກປ່ຽນທາງດ້ານວັດທະນະທໍາ ແລະ ການທ່ອງທ່ຽວ, ການໄປມາຫາສູ່ກັນຂອງປະຊາຊົນອາຊຽນ-ຈີນ ໃຫ້ນັບມື້ນັບເພີ່ມທະວີ ແລະ ມີຫລາກຫລາຍຮູບແບບຍິ່ງຂຶ້ນ.

ສຳລັບງານວາງສະແດງສິນຄ້າອາຊຽນ-ຈີນ ຄັ້ງຕໍ່ໄປ (ຄັ້ງທີ 18) ຄາດວ່າຈະມີຂຶ້ນໃນທ້າຍປີ 2021 ແລະ ສປປ ລາວ ຈະໄດ້ສືບຕໍ່ເປັນປະເທດເຈົ້າພາບຮ່ວມ ຂອງງານວາງສະແດງສິນຄ້າດັ່ງກ່າວ ກັບ ສປ ຈີນ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *