ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 26 ພະຈິກ 2020 ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່, ຍັງມີພຽງແຕ່ 39 ກໍລະນີຄືເກົ່າ, ເຊິ່ງປະຈຸບັນ ຄົນເຈັບຕິດເຊື້ອພະຍາດໂຄວິດ-19 ນ້ຳເບີ 25 ຫານ້ຳເບີ 39 ແມ່ນສືບຕໍ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ ທຸກຄົນແມ່ນມີອາການເບົາບາງ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາ ທາລະນະສຸກ ກ່າວໃນພິທີຖະແຫລງຂ່າວ ໃນວັນທີ 27 ພະຈິກ 2020 ນີ້ວ່າ: ໃນວັນທີ 26 ພະຈິກ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 531 ຄົນ, ໃນນັ້ນມີ 2 ຕົວຢ່າງຈາກບຸກຄົນທົ່ວໄປ ມີອາການ, 239 ຕົວຢ່າງ ຈາກບຸກຄົນທົ່ວໄປບໍ່ມີອາການ, 72 ຕົວຢ່າງແຮງງານລາວມາແຕ່ໄທ, 194 ຕົວຢ່າງແຮງງານຈີນ, 13 ຕົວຢ່າງແຮງງານຫວຽດນາມ ແລະ 11 ຕົວຢ່າງຈາກແຮງງານລາວມາແຕ່ຈີນ ເຊິ່ງຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 26 ພະຈິກ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 77.747 ຕົວຢ່າງ ແລະ ກວດພົບເຊື້ອສະສົມພຽງ 39 ຄົນ.
ມາຮອດ 5 ໂມງແລງ ຂອງວັນທີ 26 ພະຈິກ 2020, ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ໃນທົ່ວປະເທດ ໂດຍມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 2.493 ຄົນ, ໃນນັ້ນ ຈຸດຜ່ານດ່ານ ລາວ-ໄທ 1.511 ຄົນ (ແຮງງານລາວກັບມາແຕ່ໄທ 60 ຄົນ), ຈຸດຜ່ານດ່ານ ລາວ-ຈີນ 52 ຄົນ, ຈຸດຜ່ານດ່ານ ລາວ-ຫວຽດນາມ 917 ຄົນ ແລະ ຈຸດຜ່ານດ່ານ ລາວ- ມຽນມາ 13 ຄົນ. ທຸກຄົນທີ່ເດີນທາງເຂົ້າມາ ແມ່ນໄດ້ແທກອຸນຫະພູມຮ່າງກາຍ ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິ ເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ. ປັດຈຸບັນ, ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ທັງໝົດ 35 ສູນ ໂດຍມີຜູ້ຖືກຈຳກັດບໍລິເວນຢູ່ສູນທັງໝົດ 2.690 ຄົນ, ເຊິ່ງໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວຢ້ຳວ່າ: ເພື່ອປ້ອງກັນ ແລະ ຫລຸດຜ່ອນຄວາມສ່ຽງໃນການເກີດພະຍາດ ແລະ ສະກັດກັ້ນ ການແຜ່ເຊື້ອດັ່ງກ່າວໄປສູ່ຕົນເອງ, ຄອບຄົວ, ຄົນອ້ອມຂ້າງ ແລະ ສັງຄົມ, ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຈຶ່ງມີຄວາມໝາຍຄວາມສຳຄັນທີ່ສຸດ ແລະ ໃຫ້ຖືວ່າເປັນພາລະໜ້າທີ່ ຂອງໝົດທຸກພາກສ່ວນໃນສັງຄົມ ຕ້ອງໄດ້ຮ່ວມໃຈຮ່ວມໃຈກັນປະຕິບັດຢ່າງເຄັ່ງຄັດ ດ້ວຍຄວາມຮັບຜິດຊອບສູງ.
ຂ່າວ-ພາບ: ສິງຄຳ