ມາຮອດປັດຈຸບັນ, ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1 ສຳເລັດແລ້ວ 81,9% ຂອງໜ້າວຽກທັງໝົດ ພາຍຫລັງເລີ່ມລົງມືກໍ່ສ້າງຢ່າງເປັນທາງການນັບແຕ່ວັນທີ 31 ຕຸລາ 2017 ເປັນຕົ້ນມາ, ຄາດວ່າພາຍໃນກາງປີ 2021 ຄື: ໃນເດືອນພຶດສະພາ ຈະໄດ້ທົດລອງແລ່ນຈັກຜະລິດໄຟຟ້າ, ຫລັງ ຈາກນັ້ນ ຈະຜະລິດໄຟຟ້າຈໍາໜ່າຍຢ່າງເປັນທາງການພາຍ ໃນ ເດືອນມິຖຸນາ ເປັນຕົ້ນໄປ.

.

ທ່ານ ເສິນ ຢູ ສວານ, ຜູ້ອໍານວຍການໂຄງການເຂື່ອນໄຟ ຟ້ານໍ້າກົງ 1 ແລະຄະນະ ໄດ້ລາຍງານໃຫ້ຮູ້ໃນໂອກາດທີ່ ທ່ານ ສີນາວາ ສຸພານຸວົງ, ຮອງລັດຖະມົນຕີ ກະຊວງ ພະ ລັງງານ ແລະ ບໍ່ແຮ່, ພ້ອມດ້ວຍຄະນະ ເຄື່ອນໄຫວຕິດ ຕາມ ແລະ ກວດກາໂຄງ ການດັ່ງກ່າວໃນຕອນເຊົ້າວັນທີ 26 ພະຈິກ 2020 ວ່າ: ໂຄງການໄດ້ສໍາເລັດບັນດາໜ້າວຽກສໍາຄັນ ໂດຍສະເພາະເພື່ອຮອງຮັບໃຫ້ແກ່ແຜນການກັກເກັບນໍ້າຂອງໂຄງ ການ, ທາງໂຄງການໄດ້ສໍາເລັດການກໍ່ ສ້າງຕົວເຂື່ອນ, ວິສະວະກອນທີ່ປຶກສາຂອງໂຄງ ການໄດ້ສໍາເລັດການຕີລາຄາປະເມີນຄຸນນະພາບການກໍ່ສ້າງ ແລະ ການປະເມີນຄວາມປອດໄພຂອງຕົວເຂື່ອນ ແລະ ສິ່ງປະກອບຕ່າງໆ ກ່ອນການກັກເກັບນໍ້າ, ສໍາເລັດການຕິດຕັ້ງອຸປະກອນຕິດຕາມຕົວເຂື່ອນ, ຈັດຕັ້ງທີມງານວິຊາການ ເພື່ອດໍາເນີນການກັກເກັບນໍ້າ, ໄດ້ເຜີຍແຜ່ແຜນການກັກນໍ້າ ແລະ ແຜນຮັບມືໃນກໍລະນີສຸກເສີນໃຫ້ແກ່ອົງການປົກ ຄອງທ້ອງຖິ່ນ ແລະ ປະຊາຊົນທີ່ຢູ່ໃຕ້ເຂື່ອນ ຈໍານວນ 14 ບ້ານ ແລະ ໜ້າວຽກສໍາຄັນອື່ນຯ, ໂດຍໂຄງການໄດ້ເລີ່ມກັກເກັບນໍ້ານັບແຕ່ຕົ້ນເດືອນກັນຍາ ປີ 2020 ເປັນຕົ້ນມາ. ສ່ວນໜ້າວຽກທີ່ກໍາລັງດຳເນີນໃນປັດຈຸບັນ ລວມມີ: ການກໍ່ສ້າງສັນເຂື່ອນ, ຕິດຕັ້ງປະຕູທາງນ້ຳລົ້ນ, ຕິດຕັ້ງຈັກ ເບີ້ 2, ເບຕົງໄລນິງທໍ່ຫາຍໃຈ, ໂຄງສ້າງປະຕູນ້ຳທ້າຍເຮືອນຈັກ, ໂຄງສ້າງສະວິດຢາດ GIS ແລະ ວຽກດຶງສາຍ 115 KV.

.

ໃນໂອກາດນີ້ ທ່ານ ບົວເທບ ມາໄລຄໍາ, ຫົວໜ້າກົມຄຸ້ມ ຄອງພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສໍາພາດວ່າ: ເຂື່ອນໄຟຟ້ານໍ້າກົງ 1 ເປັນເຂື່ອນຫີນຖົມດ້ານໜ້າດ້ວຍເບຕົງ, ສາມາດກັກເກັບນໍ້າໄດ້ປະມານ 650 ລ້ານແມັດກ້ອນ. ຜ່ານການລົງຕິດຕາມກວດກາໃນຄັ້ງນີ້ ເຫັນວ່າການກໍ່ສ້າງເຂື່ອນດັ່ງກ່າວມີຄວາມຫລ້າຊ້າເລັກນ້ອຍຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແຕ່ການກໍ່ສ້າງໂດຍລວມເຫັນວ່າມີຄວາມຄືບໜ້າດີຫລາຍ ແລະຄາດວ່າທາງໂຄງການຈະໄດ້ທົດລອງແລ່ນຈັກຜະລິດໄຟຟ້າໃນເດືອນພຶດສະພາ, ຫລັງຈາກນັ້ນຈະຜະ ລິດໄຟຟ້າຈໍາໜ່າຍຢ່າງເປັນປົກກະຕິພາຍໃນເດືອນມິຖຸນາ 2021 ເປັນຕົ້ນໄປ. ຢ່າງໃດກໍ ຕາມ ເຖີງວ່າໂຄງການຈະສໍາເລັດແລ້ວ ແຕ່ພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ ແລະທ້ອງຖິ່ນ ຈະຮ່ວມກັນສືບຕໍ່ຕິດຕາມໃນໄລຍະການດໍາເນີນງານຂອງເຂື່ອນດັ່ງກ່າວຕໍ່ ໄປຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນ: ການຕິດຕາມການຊຸດຕົວຂອງເຂື່ອນ, ການເໜັງຕີງຂອງຕົວເຂື່ອນ, ການຮົ່ວຊຶມຂອງນໍ້າໃນເຂື່ອນ ແລະ ອື່ນຯ ເພື່ອເຮັດໃຫ້ເຂື່ອນສາມາດຜະລິດພະລັງງານໄຟຟ້າໃຫ້ມີປະສິດ ທິຜົນສູງສຸດ ແລະ ຮັບປະກັນຄວາມປອດໄພຂອງເຂື່ອນ.

.

ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1 ຕັ້ງຢູ່ສາຍນໍ້າກົງ ແລະນອນຢູ່ໃນເຂດເມືອງພູວົງ, ແຂວງອັດຕະປື. ມີລວງສູງຂອງໂຕເຂື່ອນ 90 ແມັດ, ເຮືອນຈັກໄຟຟ້າ ເປັນປະເພດຕັ້ງຢູ່ໃຕ້ດິນ ມີກຳລັງຕິດຕັ້ງທັງໝົດ 160 MW (2×80 MW), ສາມາດຜະລິດພະລັງງານໄຟຟ້າໄດ້ 469 GWh/ປີ, ມູນຄ່າການກໍ່ສ້າງ 335,8 ລ້ານ USD, ມີອາຍຸການສໍາປະ ທານ 25 ປີ, ໃນນີ້ ບໍລິສັດນໍ້າ ແລະພະລັງງານໄຟຟ້າແຫ່ງ ສປ ຈີນ (CWE) ຖືຫຸ້ນ 65%, ລັດວິສາຫະກິດໄຟຟ້າລາວ (EDL) ຖືຫຸ້ນ 20% ແລະ ບໍລິສັດທີ່ປືກສາດ້ານການລົງທຶນເຂື່ອນໄຟຟ້າຈໍາກັດຜູ້ດຽວ (IHC) ຖືຫຸ້ນ 15%. ສໍາລັບພະ ລັງງານໄຟຟ້າທີ່ຜະລິດໄດ້ທັງໝົດຈະຂາຍໃຫ້ແກ່ລັດວິສາ ຫະກິດໄຟຟ້າລາວ.

.

CR: ມົດແດງນ້ອຍ