ຈໍາປາສັກ: ເຫດການຜົວພະຍາຍາມຄາດຕະກໍາເມຍ ແຕ່ບໍ່ສຳເລັດ ທີ່ເກີດຂຶ້ນຢູ່ບ້ານນ້ຳຕ່າງ ເມືອງປາກຊ່ອງ ແຂວງຈຳປາສັກ ຍ້ອນບໍ່ພໍໃຈທີ່ເມຍເວົ້າໃຫ້, ແລ້ວໃຊ້ສາກເຂົ້າເບືອຕີຫົວເມຍ ຊື່ນາງ ພວມ ອາຍຸ 28 ປີ ຮັບບາດເຈັບ ຖືກເຈົ້າໜ້າທີ່ ປກສ ເມືອງ ຈັບຕົວສົ່ງໃຫ້ພະແນກຕຳຫຼວດ ສືບສວນ ສອບສວນ ປກສ ແຂວງ ດຳເນີນຄະດີຕາມກົດໝາຍ ໃນຕົ້ນເດືອນສິງຫາ ທີ່ຜ່ານມາ.
ຜ່ານການສອບສວນ ຂອງເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ຜູ້ກ່ຽວຮັບສາລະພາບວ່າ: ໃນຕົ້ນເດືອນມິຖຸນາ 2008, ໄດ້ສ້າງຄອບຄົວກັບ ນາງ ພວມ ມີລູກຮ່ວມກັນ 3 ຄົນ ຍິງ 2 ຄົນ ຢູ່ບ້ານນ້ຳຕ່າງ ເມືອງປາກຊ່ອງ; ມາຮອດປີ 2015 ຜູ້ກ່ຽວ ກັບເມຍ ໄດ້ພາກັນໄປເຮັດສວນປູກສາລີ,
ເຊິ່ງກ່ອນມື້ເກີດເຫດນັ້ນ,ເວລາປະມານ 18:00 ໂມງ ຜູ້ກ່ຽວນັ່ງກິນເຂົ້າຢູ່ເຮືອນ ແລະ ນາງ ພວມ ຜູ້ເປັນເມຍ ໄດ້ເວົ້າໃຫ້ວ່າ ເວລາອອກຈາກເຮືອນໃຫ້ອັດປະຕູເຮືອນແດ່.

ຈາກນັ້ນ, ນາງ ພວມ ກໍເວົ້າອີກວ່າ ແຕ່ລະມື້ ບໍ່ເຮັດວຽກ ກໍບໍ່ຕ້ອງກິນເຂົ້າ, ເມື່ອໄດ້ຍິນແນວນັ້ນ ຈຶ່ງເກີດມີແນວຄິດຢາກຮ້າຍ ພ້ອມທັງຜິດຖຽງກັນ, ເຊົ້າຂອງວັນທີ 4 ສິງຫາ, ເວລາ 6:00 ໂມງ ນາງ ເຕີດ (ແມ່ຂອງທ້າວ ໂພໄຊ) ໄດ້ຍ່າງມາຫຼິ້ນນຳຢູ່ເຮືອນ ແລ້ວເວົ້າວ່າ ໄລຍະນີ້, ພວກລູກບໍ່ໄດ້ເຮັດວຽກຫຍັງບໍ, ຖ້າບໍ່ມີວຽກ ກໍພາກັນໄປເກັບກາເຟຊ່ວຍແມ່ແດ່; ໃນເວລານັ້ນ, ນາງ ພວມ ໄດ້ເວົ້າວ່າໄລຍະນີ້, ລູກຄາຮັບຈ້າງຖາງຫຍ້າຢູ່.
ຈາກນັ້ນ, ນາງ ພວມ ກໍເວົ້າໃຫ້ ທ້າວ ໂພໄຊ ວ່າຢູ່ເຮືອນກໍຢູ່ລ້າໆ ວຽກເຮືອນກໍບໍ່ເຮັດຊ່ວຍກັນ.
ເມື່ອໄດ້ຍິນແນວນັ້ນ, ທ້າວ ໂພໄຊ ຈຶ່ງເກີດອາລົມໂມໂຫໃຈຮ້າຍ ແລ້ວລຸກຂຶ້ນຍ່າງໄປຈັບເອົາສາກເຂົ້າເບືອ ມາຕີຫົວເມຍ 2 ບາດ ເຮັດໃຫ້ຫົວແຕກ ແລະ ຕີໃສ່ປາກ 1 ບາດ ເຮັດໃຫ້ແຂ້ວອອກ 2 ເຫຼັ້ມ; ເວລານັ້ນ, ນາງ ເຕີດ ຜູ້ເປັນແມ່ ໄດ້ເຂົ້າໄປຫ້າມ ແລ້ວເອົາແຂນບັງໄວ້.ຜູ້ກ່ຽວ ຈຶ່ງໄດ້ຕີແຂນເບື້ອງຊ້າຍຂອງແມ່ ເຮັດໃຫ້ແຂນແມ່ຫັກ.
ຈາກນັ້ນ, ຜູ້ກ່ຽວກໍກັບໄປຕີໃສ່ກົກຂາແລະ ແຄ່ງ ຂອງ ນາງ ພວມ ອີກ. ພາຍຫຼັງຕີເມຍແລະແມ່ ແລ້ວ, ຜູ້ກ່ຽວ ກໍໄດ້ເອົາຕົວຫຼົບໜີໄປຢູ່ສວນ.
ມາຮອດວັນທີ 11 ສິງຫາ 2020, ກໍຖືກເຈົ້າໜ້າ ທີ່ ປກສ ກັກຕົວມາດຳເນີນຄະດີ.ເຊິ່ງການກະທຳຂອງຜູ້ຖືກຫາ ເປັນການກະທຳຜິດຕໍ່ກົດໝາຍອາ ຍາແຫ່ງ ສປປ ລາວ ທີ່ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.