ໜຶ່ງໃນທີມງານເກັບກູ້ຂອງອົງການເກັບກູ້ລະເບີດແມັກ ແຂວງ ຄໍາມ່ວນທີ່ໄດ້ຮັບທຶນສະໜັບສະໜູນຈາກ ລັດຖະບານອັງກິດໄດ້ກວດພົບລູກບົ່ມໃຫຍ່ຂະໜາດ 500 ປອນ ຫຼື 227kg ອີກ 01 ໜ່ວຍ. ມັນໄດ້ຖືກພົບເຫັນໃນຂະນະທີ່ເຮົາກໍາລັງເກັບກູ້ພື້ນທີ່ປູກຝັງຢູ່ບ້ານ ລັງຄັງ.

ລູກບົ່ມໃຫຍ່ນີ້ເປັນລູກທີ 4 ທີ່ຖືກກວດພົບພາຍໃນເດືອນນີ້!

ລູກບົ່ມໃຫຍ່ໄດ້ຖືກຂຸດຂຶ້ນມາ ເຊິ່ງທີມງານເຮົາເຫັນວ່າມີຄວາມປອດໄພໃນການເຄື່ອນຍ້າຍ ແລະ ຫຼັງຈາກນັ້ນເຮົາກໍ່ໄດ້ເຄື່ອນຍ້າຍມັນໄປຍັງສະຖານທີ່ທໍາລາຍທີ່ທາງການໄດ້ກໍານົດໃຫ້ໄດ້ຢ່າງປອດໄພ.

ຂໍຂອບໃຈລັດຖະບານອົງກິດທີ່ໄດ້ສະໜັບສະໜູນການປະຕິບັດວຽກງານຢູ່ແຂວງຄໍາມ່ວນຕະຫຼອດມາ.

Leave a Reply

Your email address will not be published. Required fields are marked *