ວັນທີ 20 ພະຈິກ ຜ່ານມາ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ຕັດສິນ ຕັດອິດສະຫຼະພາບ ທ້າວ ກົດ ອາຍຸ 22 ປີ ຢູ່ບ້ານຫ້ວຍຫົກ ເມືອງແລະແຂວງຫຼວງນ້ໍາທາ 5 ປີ ປັບໃໝ10 ລ້ານກີບ ສະຖານຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ.

ທ້າວ ກົດ ຖືກເຈົ້າໜ້າທີ່ ປກສ ເມືອງນາໝໍ້ ແຂວງອຸດົມໄຊ ກັກຕົວໃນວັນທີ 2 ມິຖຸນາ 2020 ພ້ອມຂອງກາງ ຢາບ້າ 133 ເມັດ ຢູ່ເສັ້ນທາງເຂດບ້ານວັງອ່າງ ເມືອງນາໝໍ້,ໂດຍຈຳເລີຍໄດ້ນໍາໃຊ້ລົດ ຈັກWAVE ສີຟ້າດໍາ ບໍ່ມີປ້າຍທະບຽນ ເປັນພາຫະ ນະສົ່ງຢາບ້າ, ແຕ່ຖືກເຈົ້າໜ້າທີ່ ຈັບໄດ້ພ້ອມຢາບ້າຈໍານວນດັ່ງກ່າວໄປດຳເນີນຄະດີຕາມກົດໝາຍ.

Leave a Reply

Your email address will not be published. Required fields are marked *