ວັນທີ 24 ພະຈິກ 2020 ທ່ານ ສິນນາວາ ສຸພານຸວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະວິຊາການກົມຄຸ້ມຄອງພະລັງງານ ໄດ້ເຄື່ອນ ໄຫວຕິດຕາມ ແລະ ກວດກາໜ້າວຽກດ້ານເຕັກນິກຂອງເຂື່ອນໄຟຟ້າດອນສະໂຮງ ຢູ່ເມືອງໂຂງ, ແຂວງຈຳປາສັກ ພາຍຫລັງທີ່ເຂື່ອນແຫ່ງນີ້ ເລີ່ມເປີດການຜະລິດກະແສໄຟ ຟ້າຢ່າງເປັນທາງການໃນວັນທີ 4 ພະຈິກ 2020 ເປັນຕົ້ນມາ.

ໃນໂອກາດນີ້, ທ່ານ ສິນນາວາ ສຸພານຸວົງ ແລະ ຄະນະ ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກ ທ່ານ ສົມພອນ ພົມມະນີວົງ, ຫົວໜ້າໜ່ວຍງານສິ່ງແວດລ້ອມຂອງໂຄງການດັ່ງກ່າວໃນຫລາຍໜ້າວຽກ ເປັນຕົ້ນ: ການຍົກຍ້າຍຈັດສັນປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ເຊີ່ງລວມມີທັງໝົດ 3 ບ້ານ ຈໍານວນ 14 ຄອບ ຄົວ ຄື: ບ້ານຫົວສະດໍາ 1 ຄອບຄົວ, ຫາງສະດໍາ 1 ຄອບຄົວ ແລະ ບ້ານດອນສະໂຮງ 12 ຄອບຄົວ ໂດຍໄດ້ຍົກຍ້າຍໄປຢູ່ເຂດທີ່ໂຄງການຈັດສັນໄວ້ໃຫ້, ພ້ອມທັງໄດ້ຈັດສັນເນື້ອທີ່ດິນ, ປຸກສ້າງເຮືອນ, ຈ່າຍຄ່າຊົດເຊີຍຜົນເສຍຫາຍດ້ານຕ່າງຯ, ກໍ່ສ້າງສິ່ງອໍານວຍຄວາມສະດວກ ເຊັ່ນ: ສ້າງເສັ້ນທາງເຂົ້າຫາບ້ານ, ໄຟຟ້າ, ນໍ້າໃຊ້ ແລະ ອື່ນຯ.

ນອກຈາກນີ້ ຍັງມີເນື້ອທີ່ທໍາການຜະລິດຂອງປະຊາຊົນຈໍານວນໜຶ່ງທີ່ຖືກຜົນກະ ທົບເຊີ່ງທາງໂຄງການໄດ້ຊົດເຊີຍຢ່າງເໝາະສົມ ແລະສຳ ເລັດແລ້ວ, ພ້ອມນີ້ ຍັງໄດ້ຮັບຟັງກ່ຽວກັບການບໍລິຫານຈັດ ການທາງຂຶ້ນ-ລົງຂອງປາ, ແບ່ງເຂດອະນຸລັກ ແລະ ຂະຫຍາຍປະຊາກອນປາໃນເຂດໃກ້ເຂື່ອນ, ລວມເຖີງການຊ່ວຍເຫລືອສັງຄົມ ກໍຄື ການຈັດກິດຈະກໍາຕ່າງຯ ເພື່ອສົ່ງ ເສີມ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາ ຊົນໃນເຂດໃກ້ຄຽງໂຄງການ ເພື່ອເຮັດໃຫ້ເຂົາເຈົ້າມີຊີວິດການເປັນຢູ່ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ.

ຫລັງຈາກນັ້ນ ທ່ານ ແລະ ຄະນະ ໄດ້ໄປກວດກາຕົວຈິງການຜະລິດພະລັງງານໄຟຟ້າ ແລະ ການຄຸ້ມຄອງລະບົບບໍລິຫານຈັດການເຂື່ອນຂອງຊ່ຽວຊານ ແລະ ພະ ນັກງານວິຊາການທີ່ກ່ຽວຂ້ອງ, ພ້ອມນີ້ ໄດ້ໄປເບິ່ງຕົວຈິງຊີວິດການເປັນຢູ່ຂອງປະຊາຊົນຈໍານວນ 14 ຄອບຄົວທີ່ໄດ້ຮັບການຍົກຍ້າຍໄປຢູ່ບ່ອນຈັດສັນໃໝ່ພາຍໃນບ້ານດອນສະໂຮງ. ນອກຈາກນີ້ ໄດ້ໄປກວດກາເບິ່ງສະຖານີໄຟຟ້າບ້ານຫາດ ເຊີ່ງເປັນສະ ຖານີໄຟຟ້າແຮງສູງ 500 ກິໂລໂວນ ພາຍຫລັງສໍາເລັດການກໍ່ສ້າງສະຖານີ ແລະ ສາຍສົ່ງເພື່ອສົ່ງຂາຍໄຟ ຟ້າໃຫ້ແກ່ກໍາປູເຈຍ ພາຍຫລັງມີພິທີເປີດນໍາໃຊ້ເມື່ອບໍ່ດົນມານີ້.

ເຂື່ອນໄຟຟ້າດອນສະໂຮງ ປະກອບມີ 4 ເຄື່ອງຈັກ, ມີກຳລັງການຕິດຕັ້ງ 260 MW, ສາມາດຜະລິດພະລັງງານໄດ້ 2.028 GWh/ປີ ໂດຍໄດ້ດຳເນີນການທົດລອງແລ່ນເຄື່ອງຈັກປັ່ນໄຟຟ້າໃນວັນທີ 11 ຕຸລາ 2019 ຫລັງຈາກນັ້ນ ໄດ້ມີພິທີເປີດການຜະລິດໄຟຟ້າຢ່າງເປັນທາງການໃນ ວັນທີ 4 ພະຈິກ 2020 ເຊີ່ງພະລັງງານເກືອບທັງໝົດ ແມ່ນສົ່ງຂາຍໃຫ້ປະເທດກຳປູເຈຍ ໂດຍຜ່ານ ລັດວິສາຫະກິດໄຟຟ້າລາວ.

ເຂື່ອນດັ່ງກ່າວ ຕັ້ງຢູ່ຫ້ວຍສະໂຮງທີ່ຢູ່ລະຫວ່າງ ດອນສະດຳ ແລະ ດອນສະໂຮງ ເມືອງໂຂງ, ແຂວງຈຳປາສັກ, ຫ່າງຈາກນະຄອນປາກເຊ ໄປທາງໃຕ້ປະມານ 160 km, ເປັນເຂື່ອນແບບຝາຍນໍ້າລົ້ນທີ່ບໍ່ມີການເກັບກັກນ້ຳໂດຍແມ່ນບໍລິສັດ Mega First Corporation Berhad Consortium ຈາກປະເທດມາເລເຊຍ ເປັນຜູ້ໄດ້ຮັບສິດໃນການພັດທະນາ. ລວມມູນຄ່າການລົງທຶນທັງໝົດ 520.000.000 ໂດລາສະຫະລັດ, ໃນນັ້ນ ບໍລິສັດດັ່ງກ່າວ, ຖືຮຸ້ນ 80% ແລະ ລັດວິສາຫະກິດໄຟຟ້າລາວ ຖືຮຸ້ນ 20%, ມີອາຍຸສຳປະທານ 25 ປີ.

ໂດຍ: ມົດແດງນ້ອຍ

Leave a Reply

Your email address will not be published. Required fields are marked *