ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງການເງິນຄັ້ງທີ III ໄດ້ປິດລົງຢ່າງເປັນທາງການ ໃນວັນທີ 20 ພະຈິກຜ່ານມາ ທີ່ກະຊວງການເງິນ, ພາຍ ຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສົມດີ ດວງດີ ກໍາມະການສູນກາງພັກ ຮອງນາ ຍົກລັດຖະມົນຕີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 191 ສະຫາຍ, ຍິງ 53 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກສົມບູນທັງໝົດ 644 ສະຫາຍ, ຍິງ 191 ສະຫາຍ ທົ່ວອົງຄະນະພັກກະຊວງການເງິນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດລາຍງານການເມືອງ, ແຜນພັດທະ ນາຂະແໜງການເງິນໄລຍະ 5 ປີ (2021-2025), ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານກະຊວງ, ໄດ້ພ້ອມກັນຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ໃນໄລຍະ 5 ປີ ຜ່ານມາ,
ພ້ອມນັ້ນ ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາ ທິດທາງແຜນການ 5 ປີໃນຕໍ່ ໜ້າ ນັບແຕ່ປີ 2021-2025; ໄດ້ຮັບການລາຍງານ ແລະ ການປະກອບ ຄໍາເຫັນຈາກຜູ້ຕາງໜ້າຫຼາຍພາກສ່ວນຊຶ່ງລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງ, ແຜນພັດທະນາການເງິນ ແລະ ບົດສໍາຫຼວດການ ນໍາພາລວມຂອງອົງຄະນະພັກກະຊວງ ການເງິນ;
ພ້ອມນີ້ຜູ້ແທນກອງປະຊຸມກໍໄດ້ພ້ອມກັນປ່ອນບັດເລືອກເອົາຄະນະບໍລິຫານງານພັກກະຊວງ ຊຸດໃໝ່ (ຊຸດທີ III) ຊຶ່ງມີຜູ້ຮັບສະໝັກເລືອກຕັ້ງຈໍານວນ 20 ສະຫາຍ, ຍິງ 3 ສະຫາຍ, ໃນນີ້ ເລືອກເອົາ 17 ສະຫາຍ ຍິງ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນ ເລືອກເອົາ ສະຫາຍ ບຸນໂຈມ ອຸບົນປະເສີດ ເປັນເລຂາຄະນະ ພັກກະຊວງການເງິນ; ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ເປັນ ຮອງເລຂາຄະນະພັກ; ສະ ຫາຍ ພູທະນູເພັດ ໄຊສົມບັດເປັນປະທານກວດກາພັກ; ສະ ຫາຍ ອຸບັນ ສຸພິດາ ແລະ ສະ ຫາຍ ວິລະໄພ ອຸບົນປະເສີດ ເປັນຮອງປະທານກວດກາພັກ.

ກອງປະຊຸມໄດ້ຮັບຟັງ ການໂອ້ລົມຈາກ ສະຫາຍ ພັນຄໍາ ວິພາວັນ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາຊີ້ນໍາຂອງຄະນະ ພັກຊຸດເກົ່າທີ່ໄດ້ນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານລັດຖະກອນຂະແໜງການເງິນ ປະຕິບັດໜ້າທີ່ການເມືອງຂອງ ຕົນ ແລະ ຍາດມາໄດ້ຜົນສໍາເລັດ ຫຼາຍດ້ານ ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກຕໍ່ດ້ານອ່ອນ, ຂໍ້ຄົງຄ້າງບາງດ້ານທີ່ຈະຕ້ອງໄດ້ສືບຕໍ່ນໍາໄປປັບປຸງແກ້ໄຂໃນຕໍ່ໜ້າໂດຍສະເພາະ ບັນຫາຄວາມຫຍຸ້ງຍາກທາງດ້ານການເງິນ, ງົບປະມານ ແລະ ໜີ້ສິນ ຊຶ່ງສະຫາຍໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຕ້ອງສືບຕໍ່ນໍາພາປັບປຸງ, ແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງ ແລະ ບັນຫາສໍາຄັນໃນສະພາບທີ່ປະເທດເຮົາຍັງມີຄວາມຫຍຸ້ງຍາກ ບັນດາສະ ຫາຍ ຕ້ອງໄດ້ເອົາໃຈໃສ່ຕື່ມບາງບັນຫາຕົ້ນຕໍລຸ່ມນີ້:
- ການ ປະ ຕິບັດ ໜ້າທີ່ບຸລິມະສິດຕົ້ນຕໍຂອງຂະແໜງການເງິນ ໃນ 5 ປີຕໍ່ໜ້າ ຕ້ອງກອບກູ້ສະພາບເສດຖະກິດ-ການເງິນ ທີ່ກໍາລັງຈະຕົກເຂົ້າສູ່ວິກິດການໃຫ້ກັບຄືນມາສູ່ສະພາບປົກກະຕິ ຫຼື ເບົາບາງລົງ, ການຄຸ້ມຄອງລາຍຮັບ-ລາຍຈ່າຍ ແລະ ຫຼຸດການຂາດດຸນງົບ ປະມານ, ການຫຼຸດຍອດໜີ້ສິນ
- ຕ້ອງມີວິໄສທັດ ແລະ ທັດສະນະໃໝ່ໃນການແກ້ໄຂບັນຫາຄື: ຕ້ອງໄດ້ກ້າຕັດສິນໃຈ ແລະ ເດັດ ດ່ຽວຜ່ານຜ່າສະຖານະການໃນປັດຈຸບັນໄປໃຫ້ໄດ້;
- ຕ້ອງກໍາ ແໜ້ນແນວທາງນະໂຍບາຍທາງດ້ານເສດຖະກິດ-ການ ເງິນຂອງພັກ ແລະ ລະບຽບກົດໝາຍຂອງລັດ, ສາມາດນໍາເອົາແນວທາງນະໂຍບາຍດັ່ງ ກ່າວໄປຈັດຕັ້ງ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໄດ້ ຢ່າງແທ້ຈິງ;
- ປັບປຸງແກ້ໄຂພາບພົດ ແລະ ຫາງສຽງທາງລົບ ຫຼື ບໍ່ຈົບງາມຂອງຂະແໜງການເງິນ;
- ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີພາຍໃນພັກ ແລະ ລະຫວ່າງ ຄະນະພັກແຕ່ລະຂັ້ນ ກັບສະມາຊິກພັກ-ພະນັກງານ ຕະຫຼອດຮອດພະນັກງານບໍານານ, ຢຶດໜັ້ນອຸດົມການຂອງພັກຢ່າງສະເໝີຕົ້ນ ສະເໝີປາຍ, ປົວ ແປງພັກໃຫ້ປອດໃສເຂັ້ມແຂງໜັກແໜ້ນ, ສ້າງສະມາຊິກພັກໃຫ້ຮັບໃຊ້ຊາດ ແລະ ປະຊາຊົນຮັກແພງກັນຢ່າງຈິງໃຈ, ເບິ່ງແຍງຊ່ວຍເຫຼືອກັນ ເພື່ອພ້ອມກັນກ້າວໜ້າ; ສັດຈະທໍາ ຊື່ກົງ ບໍ່ຖືຈິດໃຈໂຕເອງເປັນຫຼັກ ບໍ່ເຮັດສິ່ງຊົ່ວຮ້າຍ ບໍ່ເຊື່ອງອໍາຕໍ່ພັກ; ຍຸຕິທໍາ ແມ່ນບໍ່ໂລບໂລພາ, ບໍ່ລໍາອຽງ, ສົ່ງເສີມຜູ້ດີ; ວິລິຍະທໍາ ມີຄວາມກ້າຫານ, ກ້າຄິດກ້າເຮັດໃນສິ່ງທີ່ຖືກຕ້ອງ ແລະ ກ້າຮັບຜິດຊອບ; ສຸດຈະລິດຍະທໍາ ແມ່ນບໍ່ໂລພາ ຢາກໄດ້ຊື່ສຽງຕໍາແໜ່ງ ບໍ່ໂລພາຫາຊັບສິນເງິນຄໍາ ເປັນຄົນມີຈິດໃຈຂາວສະອາດ.
- ສະຫາຍ ພັນຄຳ ວິພາວັນ ຍັງສະແດງຄວາມເຊື່ອໝັ້ນຕໍ່ຄະນະບໍລິຫານງານ ຊຸດໃໝ່ທີ່ຈະສືບຕໍ່ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ III ຂອງຄະນະບໍລິຫານງານພັກ ກະຊວງການເງິນ ໃຫ້ຍາດໄດ້ຜົນງານ ແລະ ມີຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ.