ເລື່ອງມີຢູ່ວ່າ: ແລກໆຈະເວົ້າເລື່ອງການໃຊ້ເວລາໃນການເດີນທາງ ວຽງຈັນ – ປາກເຊ ໃຊ້ເວລາ 1 ຊົ່ວໂມງ 30 ນາທີ ໃຊ້ເວລາດົນສົມຄວນ

👉ມື້ທີ່ຂ້ອຍໄປບິນ ວຽງຈັນ – ປາກເຊ ທີ 08/11/2020
ມີສາວຫວຽດນ້ອຍຄົນໜື່ງ ຂື້ນຍົນມາກັບແມ່ ເປັນຄົນສັນຊາດຫວຽດນາມ 🇻🇳

ວິນາທີທີ່ໆລາວຂື້ນຍົນມາຈະໄຫ້ ບໍ່ຍອມຢູ່ກັບໃຜ ແມ້ກະທັ່ງແມ່ຂອງລາວເອງ ແຕ່ຍອມຢູ່ກັບສາວແອ😍 ຮູບທີ່1 ຈະແມ່ນນາງມາແຕ່ ປາກເຊ – ວຽງຈັນ ( ມາຢາມພີ່ນ້ອງເພີ່ນ ) ຂ້ອຍອຸ້ມເອົານາງຈົນນອນຫຼັບໆສະນິດເລີຍ ຈົນກະທັ່ງຍົນໃກ້ຊິລົງຂ້ອຍຈື່ງໄປສົ່ງໃຫ້ແມ່ເພີ່ນ
ຮູບທີ່2 ແມ່ນນາງຂື້ນແຕ່ວຽງຈັນ – ປາກເຊ ທີ 10/11/2020 ( ກັບບ້ານ ເພີ່ນອາໄສຢູ່ປາກເຊ )

ຕອນແລກທີ່ຂື້ນຍົນມາ ນາງຈະບໍ່ໄຫ້ ນັ່ງກັບແມ່ປົກກະຕິ ແຕ່ວິນາທີທີ່ອັດປະຕູຍົນແລ້ວ ໄຫ້ສຽງດັງແຮງ ໄຫ້ຈົນຜູ້ໂດຍສານຫຼຽວມາເບີ່ງໝົດທຸກຄົນ ຂ້ອຍເອງກໍ່ຍ່າງກວດໂດຍສານ ບອກໂດຍສານຫັດສາຍແອວບ່ອນນັ່ງ, ປິດໂທລະສັບມືຖື… ຕາມປົກກະຕິທີ່ບິນທຸກໆມື້

👉 ເວລາຊິສາທິດວິທີນໍາໃຊ້ອຸປະກອນສຸກເສີນ ແລະ ປະຕູທາງອອກສຸກເສີນ ສຽງປະກາດ ແລະ ສຽງໄຫ້ປະປົນກັນໄປ😁

ຫຼັງຈາກນັ້ນ ນັກບິນໃຫ້ສັນຍານ Take off ຫຼື ສັນຍານເອົາຍົນຂື້ນ

ໃນຂະນະນັ້ນເອງ ສາວຫວຽດນ້ອຍໄຫ້ຂື້ນອີກ ເພີ່ນເວົ້າວ່າຢ້ານ ໄຫ້ດັງ ແລະ ແຮງສຸດໆໄປເລີຍ ຂ້ອຍເອງກະບໍ່ຮູ້ຊິເຮັດແນວໃດ ໃນຕອນນັ້ນຍົນກຳລັງເລັ່ງຂື້ນອີກ ກໍ່ມີແຕ່ນັ່ງ ເພື່ອຄວາມປອດໄພຂອງໂຕເອງ ຟັງສຽງສາວຫວຽດນ້ອຍໄຫ້ໄປນໍາ 😙 ຈົນນັກບິນໃຫ້ສັນຍານ Seatbelt off ຂ້ອຍກໍ່ຍ່າງໄປເບີ່ງ ແລ້ວນາງກໍ່ຍັງໄຫ້ບໍ່ເຊົາ ກະເລີຍຍື້ມືໄປອຸ້ມເອົານາງ ປະກົດວ່ານາງຈື່ຂ້ອຍໄດ້ ໄຫ້ແລ້ວມາຫາຂ້ອຍ ຂ້ອຍໄດ້ອຸ້ມເອົານາງ ແລະ ກອດນາງເອົາໄວ້ ຄືໃນຮູບ ນາງກໍ່ຈະກອດແບບແໜ້ນໆ ຢ້ານແຮງ🥰

ອຸ້ມແບບນີ້ ຈົນນາງຫຼັບສະນິດ ຈື່ງນັ່ງໄດ້ ຖ້ານາງບໍ່ຫຼັບສະນິດ ເວລາຂ້ອຍນັ່ງ ນາງຈະໄຫ້ ກະເລີຍຢືນອຸ້ມຈົນນາງຫຼັບສະນິດ ຈື່ງນັ່ງໄດ້ 😍

ນາງຫຼັບສະນິດແລ້ວ ກະເລີຍເອົາໄປສົ່ງໃຫ້ແມ່ເພີ່ນ ຫຼັບຈົນຍົນລົງເລີຍບາດນິ😀 👇

ແລະ ສຸດທ້າຍ ເວລາລົງສູ່ສະໜາມບິນສາກົນປາກເຊ ນາງກໍ່ຕື່ນ ແລ້ວເວລາລົງຍົນ ແມ່ເພີ່ນ ຂອບໃຈເດີ້ ຂອບໃຈຫຼາຍໆ ຂອບໃຈທີ່ຊ່ວຍນ້ອງເດີ້ເອື້ອຍ ນາງສາວຫວຽດນ້ອຍກໍ່ຍີ້ມແລ້ວໂບກມືບາຍໆໃສ່ຂ້ອຍ 😍
👉 ເລື່ອງນີ້ສອນໃຫ້ຮູ້ວ່າ ເປັນສາວແອຢ່າງດຽວບໍ່ໄດ້😁🤭 ເພາະຈະມີເຫດການໃໝ່ໆມາໃຫ້ເຮົາຮັບມືກັບມັນສະເໝີ 😍

ເປັນສາວແອບໍ່ໄດ້ຍາກຢ່າງທີ່ຄິດ ແຕ່ ເປັນແຟນສາວແອຍາກກວ່າ😆🤭 ຍອກໆ 😅

ເລື່ອງລາວໂດຍ

Leave a Reply

Your email address will not be published. Required fields are marked *