ຕອນເຊົ້າວັນທີ 20 ພະຈິກ 2020, ທີ່ຫ້ອງຕໍາຫຼວດ ປກສ ນວ ພັທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ມອບລົດຈັກ ເວບ 100 ສີດໍາແດງ ໝາຍເລກທະບຽນ ຍຫ 1708 ກໍາແພງນະຄອນ ທີ່ເກັບກູ້ຄືນໄດ້ໃນວັນທີ 26 ມີຖຸນາ 2020 ຄືນໃຫ້ ທ້າວ ແອ ຊົ່ງ ຢູ່ບ້ານ ໜອງສອງຫ້ອງ ເມືອງໄຊທານີ ນວ ເຈົ້າຂອງລົດ.

.

.

ພັທ ສັງຄົມ ພົມມະລາດ ໄດ້ໃຫ້ຮູ້ວ່າ: ລົດທີ່ນໍາມາມອບໃນຄັ້ງນີ້ ແມ່ນເຈົ້າໜ້າຕໍາຫຼວດຈະລາຈອນ ປະຈໍາປ້ອມຫຼັກ 6 ກັກໄດ້ ໃນວັນທີ 26 ມີຖຸນາ 2020, ໄດ້ພົບເຫັນຊາຍຄົນໜຶ່ງທີ່ຂັບຂີ່ລົດລະເມີດໄຟອໍານາດ; ຈາກນັ້ນ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຈຶ່ງໄດ້ຂໍກວດກາເອກະສານລົດຜູ້ຂັບຂີ່ໄດ້ອ້າງວ່າເອກະສານລົດຢູ່ເຮືອນ ແລະ ຂໍກັບໄປເອົາ ໂດຍຈອດລົດປະໄວ້, ແຕ່ບໍ່ເຫັນມາພົວພັນເອົາ. ເຈົ້າໜ້າທີ່ຈຶ່ງໄດ້ນໍາລົດຄັນດັ່ງກ່າວ ມາໄວ້ຢູ່ຫ້ອງຕໍາຫຼວດເພື່ອລໍຖ້າເຈົ້າຂອງລົດມາພົວພັນເອົາ. ຈົນມາຮອດວັນທີ 07 ກໍລະກົດ 2020, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ເອົາລົດຈັກຄັນດັ່ງກ່າວ ໄປກວດກາທາງດ້ານເຕັກນິກຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຮູ້ວ່າແມ່ນລົດຈັກເດີມຂອງ ທ້າວ ແອ ຊົ່ງ ຢູ່ບ້ານ ໜອງສອງຫ້ອງ ເມືອງໄຊທານີ ນວ

.

ທ້າວ ແອ ຊົ່ງ ໄດ້ໃຫ້ຮູ້ອີກວ່າ ລົດຄັນດັ່ງກ່າວໄດ້ຖືກລັກໄປແຕ່ຕົ້ນປີ 2016 ເຊິ່ງຕົນໄດ້ຂີ່ລົດໄປຈອດຢູ່ແຄມທາງເຂດບ້ານນາລ້ອງ ເມືອງຫາດຊາຍຟອງ ນວ ແລ້ວລົງໄປຫາປາ ຫຼັງຈາກຫາປາແລ້ວປະມານ 1 ຊົ່ວໂມງ ໄດ້ກັບມາເບິ່ງລົດແຕ່ບໍ່ເຫັນ ຈຶ່ງໄດ້ໄປແຈ້ງຄວາມຢູ່ຫ້ອງການບ້ານນາລ້ອງໄວ້; ມາຮອດວັນທີ່ 21 ກັນຍາ 2020, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໄດ້ໂທແຈ້ງໃຫ້ເຂົ້າມາພົວພັນເອົາລົດຄັນດັ່ງກ່າວ ຕົນເອງຮູ້ສຶກດີໃຈຫຼາຍ ແລະ ຂໍຂອບໃຈນໍາເຈົ້າໜ້າທີ່ ທີ່ໄດ້ເອົາໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ສາມາດນໍາເອົາລົດຈັກຄືນມາໄດ້.

ຂ່າວ: ຮທ ເຄືອວັນ, ພາບ:ພີມ

Leave a Reply

Your email address will not be published. Required fields are marked *