ມາດຕາ156 ການກະທໍາທີ່ເປັນອັນຕະລາຍຕໍ່ຄວາມປອດໄພຂອງເຮືອ, ເຮືອບິນ, ກຳປັ່ນ, ລົດໄຟ, ລົດ, ສະໜາມບິນ, ທ່າກຳປັ່ນ, ສະຖານີລົດໄຟ ຫຼື ສະຖານີລົດ

ພາບປະກອບ

ບຸກຄົນໃດຫາກມີການກະທໍາທີ່ເປັນການລະເມີດລະບຽບ ແລະ ເປັນອັນຕະລາຍຕໍ່ຄວາມປອດໄພຂອງເຮືອ, ເຮືອບິນ, ກຳປັ່ນ, ລົດໄຟ, ລົດ, ສະໜາມບິນ, ທ່າກຳປັ່ນ, ສະຖານີລົດໄຟ ຫຼື ສະຖານີລົດ ຊື່ງໄດ້ສ້າງຄວາມເສຍຫາຍຫຼາຍ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກປັບໃໝ ແຕ່ 5,000,000 ກີບ ຫາ 20,000,000 ກີບ.

No photo description available.

ໃນກໍລະນີທີ່ການກະທໍາຜິດນັ້ນ ຫາກໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດ ອິດສະຫຼະພາບແຕ່ ສິບປີ ຫາ ຊາວປີ ແລະ ຈະຖືກປັບໃໝແຕ່ 15,000,000 ກີບ ຫາ 50,000,000 ກີບ ຫຼື ຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝ່ແຕ່ 50,000,000 ກີບ ຫາ 150,000,000 ກີບ

ພາບປະກອບ

Leave a Reply

Your email address will not be published. Required fields are marked *