ມີຊາຍໜຸ່ມຄົນໜຶ່ງທີ່ຮຽນເກ່ງທີ່ສຸດ
ໄດ້ຮັບທຶນໄປຮຽນຢູ່ຕ່າງປະເທດຕັ້ງແຕ່ອາຍຸຍັງນ້ອຍ
ຈົນຈົບດອກເຕີມາແບບຄວາມຮູ້ສຸດຍອດເລີຍ
ຫຼັງຈາກຮຽນຈົບເລີຍກັບເມືອຢາມບ້ານ

ເຊິ່ງບ້ານຂອງຊາຍໜຸ່ມຢູ່ອີກຟາກໜຶ່ງຂອງທະເລສາບ
ຈຶ່ງຕ້ອງໄດ້ພາຍເຮືອຂ້າມໄປໃຫ້ເຖິງຝັ່ງ
ແຕ່ກ່ອນຈະຂ້າມທະເລນັ້ນ

ກໍມີລູງຄົນໜຶ່ງທີ່ທໍ່ເຮືອປະຈໍາຂ້າມຝັ່ງໄປມາຢູ່ແຖວເຂດນັ້ນ
ເຊິ່ງຈະນັ່ງເຮືອທໍ່ໄປໃຊ້ເວລາປະມານ 1 ຊົ່ວໂມງ

ແລະຈະພາຊາຍໜຸ່ມຄົນນັ້ນຂ້າມນໍ້າໄປໃຫ້ເຖິງແຄມຝັ່ງ…
ແຕ່ກ່ອນຈະອອກຈາກແຄມຝັ່ງຊາຍໜຸ່ມຄົນນັ້ນໄດ້ເກີດຄໍາຖາມຂຶ້ນມາເລີຍຖາມລູງຄົນນັ້ນວ່າ:

-ເຮືອທີ່ຕິດເຄື່ອງຈັກບໍ່ມີບໍ ລູງ ?
“ບໍ່ມີດອກຫຼານ ທີ່ນີ້ມັນບ້ານນອກ ມັນຫ່າງໄກຄວາມຈະເລີນມີແຕ່ໄມ້ພາຍຂ້າມ”

-ໂອ! ລ້າສະໄໝຫຼາຍນໍລູງ ບູຮານຫຼາຍ ບ່ອນຫຼານຢູ່ນັ້ນເຂົາໃຊ້ເຄື່ອງຈັກໝົດແລ້ວລູງ

ລູງຍັງມາທໍ່ເຮືອຢູ່ນີ້ອີກບໍ ໄປສົ່ງຫຼານຢູ່ຝັ່ງນັ້ນ ເອົານໍາເທົ່າໃດລູງ?
“20 ພັນ”
– ok ເອົາໄປເລີຍ!!

ໃນຂະນະທີ່ລູງພາຍເຮືອ ໜຸ່ມນັກຮຽນເມືອງນອກ ກໍເລົ່າເລື່ອງທັນສະໄໝ ຄວາມກ້າວໜ້າ ຄວາມສີວິໄລບ່ອນລາວຢູ່ໃຫ້ລຸງຟັງ

– ບ້ານເຮົາເມື່ອທຽບກັບບ່ອນຫຼານຢູ່ນັ້ນ ບອກໄດ້ໂລດວ່າລ້າສະໄໝຫຼາຍ
ບໍ່ຮູ້ວ່າຄົນບ້ານເຮົາຈະຢູ່ແບບໃດ ?

-ເປັນຫຍັງຄືບໍ່ພັດທະນາ ເປັນຫຍັງບໍ່ເຮັດຕາມເຂົາ ລຽນແບບເຂົາໃຫ້ທັນ ?

ລຸງ..ລຸງ ໃຊ້ຄອມພິວເຕີ ໃຊ້ອິນເຕີເນັດເປັນບໍ ?
“ລຸງບໍ່ຮູ້ດອກ..ໃຊ້ບໍ່ເປັນ”

– ໂອໂຮ..ລຸງບໍ່ຮູ້ເລື່ອງນີ້ບໍ ຊີວິດລຸງຫາຍໄປແລ້ວ 25%
ແລ້ວລຸງຮູ້ແລ້ວບໍວ່າ ເສດຖະກິດຂອງໂລກຕອນນີ້ເປັນຈັ່ງໃດ ?
“ລຸງບໍ່ຮູ້ດອກ”

– ລູງບໍ່ຮູ້ເລື່ອງນີ້ບໍ ຊີວິດລູງຫາຍໄປແລ້ວ 50%
..ລູງ..ລູງຮູ້ນະໂຍບາຍການຄ້າໂລກບໍລູງ ?
ຮູ້ເລື່ອງດາວທຽມບໍລູງ..?

“ລູງບໍ່ຮູ້ດອກຫຼານເອີຍ!..
ຊີວິດຂອງລູງ ລູງຮູ້ຢ່າງດຽວວ່າຈະເຮັດຢ່າງໃດ ຈຶ່ງຈະທໍ່ເຮືອໃຫ້ເຖິງຝັ່ງນັ້ນ

ຖ້າລູງບໍ່ຮູ້ເລື່ອງນີ້ ຊີວິດລູງຫາຍໄປແລ້ວ 75%”
ພໍດີຊ້ວງນັ້ນເກີດລົມພະຍຸພັດມາຢ່າງແຮງ ຄື້ນນ້ຳບັກໃຫຍ່ເລີຍ ທ້ອງຟ້າມືດຄຶ້ມ..

“ນີ້..ຫຼານຮຽນໜັງສືມາຫຼາຍຈົນຈົບດອກເຕີມາຈາກຕ່າງປະເທດ ລູງຢາກຖາມອັນໃດຈັກຢ່າງໜຶ່ງໄດ້ບໍ ?”
– ໄດ້..ລູງຊິຖາມຫຍັງ ລູງ?
” ຫຼານລອຍນ້ຳເປັນບໍ ?”
– ບໍ່ເປັນດອກ..ລູງ
“ຊີວິດຂອງຫຼານກໍາລັງຈະຫາຍໄປ 100%
ແລ້ວຊາຍໜຸ່ມເອີ໋ຍ!”.


ຄວາມຄິດຂອງ​Ceo​ laos​ :
ນີ້ເປັນຊວນຫົວທີ່ເຮົາມັກຈະໄດ້ຍິນມາເລື້ອຍໆ ແຕ່ມັນແຝງກັບຄວາມຈິງຂອງສັງຄົມທີ່ຄົນມັກຈະຄິດວ່າຕົນເອງຖືກແລະດີຢູ່ສະເຫມີ ແລະຫລາຍຄັ້ງເຮົາເອງກໍມັກດູຖູກຄົນອື່ນແບບຮູ້ໂຕຫລືບໍ່ຮູ້ໂຕ
ຈົ່ງລະວັງຄຳເວົ້າຂອງເຮົາ​ ມັນອາດທຳຮ້າຍໃຜບາງຄົນ
ຄົນເຮົາຄວນການເຮັດໂຕໃຫ້ສູງຂື້ນບ່ໍແມ່ນກົດຄົນໃຫ້ຕຳ່ລົງ

Cr: :ນັກທຸລະກິດມືໃຫມ່

Leave a Reply

Your email address will not be published. Required fields are marked *