ຫນອງຂຽວ ເມືອງງອຍເກົ່າ ແຂວງຫຼວງພະບາງ
ຫນອງຂຽວຕັ້ງຢູ່ແຄມແມ່ນ້ໍາອູ ຂຶ້ນກັບເມືອງງອຍ ຖືກອ້ອມຮອບດ້ວຍພູຜາຫີນປູນອັນງົດງາມ ແລະສູງຊັນບວກກັບປາ ່ມ້ຂຽວອມທຸ່ມ ກາຍເປັນທິວທັດທໍາມະຊາດທີ່ງົດງາມ ແລະ ຫນ້າປະທັບໃຈຫລາຍ ຢູ່ບໍລິເວນຫນອງຂຽວຍັງມີຂົວເກົ່າ ຂ້າມນ້າວ ທີ່ຖືກສ້າງຂຶ້ນໃນປີ ຄສ 1973, ຮ້ານອາຫານ ແລະ ເຮືອນພັກຈໍານວນຫນຶ່ງເຊິ່ງມີໄຟຟ້າ ແລະ ນໍາເຂົ້າເຖິງຢູ່ບາງບ່ອນ.

ເຖິງແມ່ນວ່າ ຫນອງຂຽວຈະໄດ້ຮັບການພັດທະນາໃຫ້ມີຄວາມສະດວກສະບາຍ ແຕ່ກໍ່ຍັງຄົງຄວາມເປັນທໍາມະຊາດແບບດັ້ງເດີມໂວ້ ແລະມີຄວາມງຽບສະ ຫງົບເຫມາະສົມແກ່ການພັກຜ່ອນຢ່ອນໃຈທີ່ສຸດ ເມື່ອທ່ານເດີນທາງຕໍ່ອອກຈາກຫນອງຂຽວໂດຍທາງເຮືອຂຶ້ນໄປຕາມລານອປະມານ 1 ຊົ່ວໂມງ 30 ນາທີ

ທ່ານຈະໄປເຖິງເມືອງງອຍເກົ່າ ເຊິ່ງເປັນສະຖານທີ່ພັກຜ່ອນຢ່ອນໃຈສາລັບນັກທ່ອງທ່ຽວທີ່ພາກັນຫນີຈາກຄວາມແອ ອັດ ແລະ ມົນລະພິດຂອງຕົວເມືອງທີ່ສີວິໄລທັງໃກ້ ແລະ ໄກ. ພິເສດຢູ່ເມືອງງອຍເກົ່າຍັງມີກຸ້ງໃຫຍ່ທາມະຊາດໃຫ້ທ່ານໄດ້ສາຜັດຄວາມ ແຊບຊ້ອຍທີ່ຫລົງລືມຍາກ ໃນໂລຍະລະດູຝົນ ໂດຍສະເພາະແມ່ນໃນເດືອນມິຖຸນາ ຫາ ເດືອນສິງຫາ.

ຂອບໃຈພາບງາມໆໂດຍ: No Thongthimahaxay & Chintana bounthalusay.

ບົດເລື່ອງ: ຄົນເດີນທາງ WalkerTrail

.

.

.

.

.

.

.
