ເມືອງນອງ: ເພື່ອເຮັດໃຫ້ການໄປມາຫາສູ່ລະຫວ່າງບ້ານແກ້ງລີ້ນຫາຄຸ້ມຫຼອຍໂຄກທີ່ຂື້ນກັບບ້ານແກ້ງລີ້ນໃຫ້ສະດວກຂື້ນຕື່ມດັ່ງນັ້ນໃນຕອນສວຍຂອງວັນທີ 21 ພະຈິກ 2020 ນີ້ທີ່ຫ້ວຍລະນີງ ທ່ານ ສີວິໄລ ສໍເຊລະນອງ ຫົວໜ້າຈຸດສຸມແກ້ງລີ້ນພ້ອມດ້ວຍອຳນາດການປົກຄອງພໍ່ແມ່ປະຊາຊົນບ້ານແກ້ງລີ້ນ ແລະ ບ້ານຜູ້ໄທ ເມືອງນອງ ແຂວງສະຫວັນນະເຂດ ໄດ້ພ້ອມແຮງກັນສ້າງຂົວໄມ້ລຽນລຳຂ້າມຫ້ວຍລະນີງທີ່ຖືກນ້ຳໜ້າເຂື່ອນເຊລະນອງ 1 ຍື່ງຂື້ນຖ້ວມແຕ່ຕົ້ນເດືອນຕຸລາ 2020

ເນື່ອງຈາກບໍ່ບົກລົງເລີຍ ເຮັດໃຫ້ຜູ້ທີ່ສັນຈອນທາງເຂດນັ້ນພົບຄວາມລຳບາກໂດຍສະເພາະແມ່ນນ້ອງນັກຮຽນ ມຕ ແກ້ງລີ້ນທີ່ທຽວໄປໂຮງຮຽນຕ້ອງໄດ້ເສຍເງິນຄ່າຂີ່ເຮືອແພທີ່ປະຊາຊົນສ້າງຂື້ນເອງແລ້ວເກັບຄ່າຂ້າມ,

ເມື່ອເຫັນໄດ້ຄວາມຍຸ້ງຍາກດັ່ງກ່າວຫົວໜ້າຈຸດສຸມແກ້ງລີ້ນອຳນາດການປົກຄອງບ້ານແກ້ງລີ້ນແລະບ້ານຜູ້ໄທຈຶ່ງຕັດສິນໃຈລະດົມພໍ່ແມ່ປະຊາຊົນເຮັດຂົວແກ້ໄຂສຸກເສີນໄປກ່ອນ ພ້ອມທັງສ້າງຜົນງານຄຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ

ັງໝົດ 80 ກວ່າຄົນໂດຍການໄປຕັດເອົາໄມ້ກົມຂະໜາດເສັ້ນຜ່າກາງ 30-35 ຊມ ມາເຮັດຄານຂົວແລ້ວເອົາໄມ້ນ້ອຍມາປູຕາມຄານຂົວດັ່ງກ່າວທີ່ມີຄວາມຍາວ 14 ມ ປາຍ,ກວ້າງ 2,4 ມ ສາມາດຂີ່ລົດຈັກແລະລົດໄຖນາເດີນຕາມຂ້າມໄດ້.

Leave a Reply

Your email address will not be published. Required fields are marked *