ສະຫວັນນະເຂດ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສະຫວັນນະເຂດ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ພະຈິກ 2020 ທີ່ຫ້ອງປະຊຸມ ຫໍວັດທະນະທຳໄກສອນພົມວິຫານ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ສະຫວັນນະເຂດ, ໂດຍເປັນກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນສີສຸລິດ ກໍາມະການກົມການເມືອງສູນກາງພັກ , ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາສະຫາຍພະນັກງານປະຕິວັດອາວຸໂສ, ຜູ້ແທນສົມບູນ 455 ສະຫາຍ, ຍິງ 79 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 29,075 ສະຫາຍ ໃນທົ່ວແຂວງ ແລະ ແຂກຖຶກເຊີນເຂົ້າຮວ່ມ.

ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນທົບທວນ ຫວນຄືນຜົນສໍາເລັດໃນການຈັດ ຕັ້ງປະຕິບັດແນວທາງນະໂຍ ບາຍຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີຜ່ານມາ, ສະຫຼຸບສັງລວມ, ຖອດຖອດບົດຮຽນທີ່ສຳຄັນ ແລະ ຈະໄດ້ພ້ອມກັນຄົ້ນຄ້ວາຕົກລົງຢ່າງເປັນເອກະສັນຮັບຮອງເອົາທິດທາງ, ໜ້າທີ່ສະເພາະໜ້າ (2021-2025), ພ້ອມນີ້ ກອງປະຊຸມ ຈະໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາແຂວງສະຫວັນນະເຂດຕໍ່ໄປ ແລະ ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນຂອງແຂວງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້. ນອກຈາກນີ້ ຈະໄດ້ຮັບຟັງການໂອ້ລົມເພື່ອຊີ້ທິດເຍືອງທາງຈາກ ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ຜູ້ຊີ້ນຳແຂວງສະຫວັນນະເຂດ ຕື່ມອີກ.

ໃນບົດລາຍງານການເມືອງຂອງກອງປະຊຸມທີ່ສະເໜີໂດຍ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງແຂວງສະຫວັນນພເຂດ ໄດ້ຍົກໃຫ້ເຫັນຜ່ານການຊີ້ນໍາ-ນໍາພາ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕະຫລອດໄລຍະ 5 ປີ ຜ່ານມາ ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ, ເສດຖະ ກິດພາຍຂອງແຂວງ ຂະຫຍາຍຕົວໃນຈັງຫວະທີ່ດີ, ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນໂດຍສະເລ່ຍ 8,53%ຕໍ່ປີ, ໃນນີ້ ສະເພາະປີ 2020 GDP ຕໍ່ຫົວຄົນບັນລຸໄດ້ 19,779,360 ລ້ານກີບ ຫຼື ເທົ່າກັບ 2.136 ໂດລາສະຫະລັດ, ທຽບໃສ່ປີ 2015 ເພີ່ມຂຶ້ນ 351 ໂດລາສະຫະລັດ.

ໄດ້ດໍາເນີນຫຼາຍມາດຕະການກະຕຸ້ນເສດຖະກິດ ຕິດພັນກັບການປັບປຸງກໍ່ສ້າງພື້ນຖານໂຄງລ່າງ ເຊັ່ນ: ຄົມມະນາຄົມ, ຊົນລະປະທານ, ໄຟຟ້າ, ໂທລະຄົມມະນາຄົມ ເປັນປັດໄຈພື້ນຖານການພັດທະນາ, ການຜະລິດກະສິກໍາເປັນສິນຄ້າ ໄດ້ຮັບການຊຸກຍູ້ສົ່ງ ເສີມຢ່າງແຂງແຮງ ແລະ ກວ້າງຂວາງ ໂດຍໄດ້ກໍ່ສ້າງ ແລະ ປັບປຸງລະບົບຊົນລະປະ ທານ, ນໍາໃຊ້ເຕັກນິກວິຊາການເຂົ້າໃນການຜະລິດເຮັດໃຫ້ເນື້ອທີ່ນາເພີ່ມຂຶ້ນ, ສະມັດ ຕະພາບການຜະລິດ 7-8 ແສນໂຕນຕໍ່ປີ, ມີເຂົ້າກຸ້ມກິນ ແລະ ຂາຍເປັນສິນຄ້າ, ຂະບວນການຜະລິດເປັນສິນຄ້າ ມີທ່າກ້າວຂະຫຍາຍ ສາມາດສ້າງລາຍຮັບໃຫ້ປະຊາຊົນເພີ່ມຂື້ນ ເຊັ່ນ: ການລ້ຽງສັດໃຫຍ່, ສັດປີກ, ສັດນ້ຳ, ການປູກມັນຕົ້ນ, ຢາງພາລາ, ໄມ້ວິກ, ກ້ວຍ ແລະ ອ້ອຍສະ ໜອງໃຫ້ແກ່ໂຮງງານພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ ໂດຍສະເພາະຜະລິດເຂົ້າສານສົ່ງໄປ ສປ ຈີນ ຫຼາຍກວ່າ 20 ພັນໂຕນຕໍ່ປີ.

ດ້ານໂຍທາທິການ ແລະ ຂົນສົ່ງ: ໄດ້ຮັບການພັດທະນາໃຫ້ມີຄວາມສະດວກ ເສັ້ນທາງເຂົ້າສູ່ບ້ານສາມາດທຽວໄດ້ສອງລະດູກວມເອົາ ຫຼາຍກວ່າ 80%, ບັນດາໂຄງການບູລິມະສິດທີ່ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ ໄດ້ຮັບການຈັດຕັ້ງປະຕິບັດເປັນກ້າວໆ ເຊັ່ນ: ໂຄງການກໍ່ສ້າງເສັ້ນທາງໄກສອນ ພົມວິຫານ, ໂຄງການກໍ່ສ້າງເສັ້ນທາງເມືອງພີນ, ໂຄງການກໍ່ສ້າງເສັ້ນທາງຟ້າງຸ່ມ, ໂຄງການກໍ່ສ້າງເສັ້ນທາງບ້ານແດນສະຫວັນເມືອງເຊໂນ, ໂຄງການກໍ່ສ້າງຮ່ອງລະບາຍນໍ້າຫ້ວຍລົງກົງ, ໂຄງການກໍ່ ສ້າງສະໜາມຂີ້ເຫຍື້ອ ແລະ ໂຄງການກໍ່ສ້າງຕະຝັ່ງເຈື່ອນ ນະຄອນໄກສອນພົມວິຫານ ຊ່ວງທີ1, ເຊີ່ງມາຮອດປັດຈຸບັນ ປະຕິບັດໄດ້ 98,8%.

ດ້ານພະລັງງານ ແລະ ບໍ່ແຮ່: ຂະຫຍາຍຕາຂ່າຍໄຟຟ້າລົງສູ່ບ້ານ, ຈຸດສຸມ ແລະ ກຸ່ມບ້ານພັດທະນາ, ເຮັດໃຫ້ບ້ານໄດ້ຊົມໃຊ້ໄຟຟ້າເພີ່ມຂື້ນ ກວມເອົາ 94% ຂອງບ້ານທົ່ວແຂວງ ແລະ ຄອບຄົວ ກວມ 97% ຂອງຄອບຄົວທົ່ວແຂວງ. ໄດ້ສະໜອງກະແສໄຟຟ້າໃຫ້ແກ່ໂຮງງານອຸດສາຫະກໍາ ເພື່ອຮັບປະກັນໃຫ້ແກ່ການຜະລິດ ແລະ ປຸງແຕ່ງ ໄດ້ຢ່າງສະດວກ. ສໍາຫຼວດ ແລະ ຂຸດຄົ້ນແຮ່ທາດ ໄດ້ໃນມູນຄ່າ 9.157,05 ຕື້ກີບ, ສະເລ່ຍ 1.831,41 ຕື້ກີບຕໍ່ປີ, ຈຳໜ່າຍພາຍໃນ ໄດ້ 11,28 ຕື້ກີບຕໍ່ປີ ແລະ ຈຳໜ່າຍຕ່າງປະເທດ ໄດ້ 2.007,02 ລ້ານໂດລາ, ສະເລ່ຍ 401,40 ລ້ານໂດລາຕໍ່ປີ.

ດ້ານສາທາລະນະສຸກ: ບັນລຸໄດ້ແລ້ວ 8 ຄາດໝາຍ ເປັນຕົ້ນ: ອັດຕາການຕາຍຂອງເດັກອາຍຸລຸ່ມ 1 ປີ ປະຕິບັດໄດ້ 8,6/1.000 ເດັກເກີດມີຊີວິດ (ຄາດໝາຍໃຫ້ຢູ່ໃນລະດັບ 80/1.000); ອັດຕາການຕາຍຂອງແມ່ ປະຕິບັດໄດ້ 36,8/100.000 (ຄາດໝາຍໃຫ້ຢູ່ໃນລະດັບ 80/100.000); ອັດຕາການຕາຍຂອງເດັກລຸ່ມ 5 ປີ ປະຕິບັດໄດ້ 10/1.000 ເດັກເກີດມີຊີວິດ (ຄາດໝາຍໃຫ້ຢູ່ໃນລະດັບ 20/1.000); ອັດຕາສ່ວນເດັກນ້ອຍລຸ່ມ 5 ປີ ທີ່ມີນ້ຳໜັກຕ່ຳກວ່າມາດຕະຖານ ປະຕິບັດໄດ້ 10/1.000 (ຄາດໝາຍໃຫ້ຢູ່ໃນລະດັບ ແມ່ນ 20/1.000), ອັດຕາເດັກຕໍ່າກວ່າ 5 ປີ ມີລວງສູງບໍ່ໄດ້ຫຼຸດມາດຖານ ປະຕິບັດໄດ້ 7,1% (ຄາດໝາຍໃຫ້ຢູ່ໃນລະດັບ 28%); ອັດຕາເດັກຕໍ່າກວ່າ 5 ປີ ຂາດສານອາຫານປະເພດນ້ຳໜັກຕ່ຳກວ່າມາດຕະຖານ ປະຕິບັດໄດ້ 6,6% (ຄາດໝາຍໃຫ້ຢູ່ໃນລະດັບ 15%), ອັດຕາການຊົມໃຊ້ວິດຖ່າຍຄອບຄົວ ປະຕິບັດໄດ້ 75,2% (ຄາດໝາຍ ໃຫ້ໄດ້ 75%), ອັດຕາປົກຄຸມກອງທຶນປະກັນສຸຂະພາບ ປະຕິບັດໄດ້ 100% (ຄາດໝາຍ ໃຫ້ໄດ້ 96%) ແລະ ຍົກອັດຕາການປົກຄຸມການປິ່ນປົວຄົນເຈັບວັນນະໂລກດ້ວຍ DOTS ຄົບ ປະຕິບັດໄດ້ 99,4% (ຄາດໝາຍ ໃຫ້ໄດ້ 95%).

ດ້ານວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກ 3 ສ້າງ: ໄດ້ເລັ່ງໃສ່ຈັດຕັ້ງຜັນຂະຫຍາຍມະຕິ ມະຕິ 25/ກມສພ, ດຳລັດ309/ນຍ ແລະ 348/ລບ ໂດຍໄດ້ຫັນວຽກງານພັດທະນາຊົນນະບົດ ຕິດພັນກັບຂະບວນການຮັກຊາດ-ພັດທະນາ ເຂົ້າສູ່ລວງເລີກ, ມີການປະກອບສ່ວນຈາກທຸກພາກສ່ວນຢ່າງກວ້າງຂວາງເຮັດໃຫ້ຄອບຄົວພົ້ນທຸກ ເພີ່ມຂື້ນ 3,4%, ກວມ 95,85% ຂອງຄອບຄົວທົ່ວແຂວງ ແລະ ບ້ານພົ້ນທຸກ ເພີ່ມຂື້ນ 7,3%, ກວມເອົາ 90,82% ຂອງບ້ານທົ່ວແຂວງ.

ນອກຈາກນີ້ ສະຫາຍ ສັນຕິພາບ ພົມວິຫານ ຍັງໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນໃນຫລາຍດ້ານ, ລວມເຖິງບັນດາຈຸດອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ, ລວມເຖິງບັນດາທິດທາງໜ້າທີ່ຈຸດສຸມ, ທິດທາງລະອຽດແຕ່ລະດ້ານ 5 ປີຕໍ່ໜ້າ (2021-2025) ຕື່ມອີກ.
ສໍາລັບກອງປະຊະໃຫຍ່ຜູ້ແທນອົງຄະນະພັກ ແຂວງສະຫວັນນະເຂດ ຄັ້ງທີ IX ຈະດໍາເນີນເປັນເວລາສອງວັນຈີ່ງຈະສໍາເລັດ.

ຂ່າວ; ພາບ: ຈັນທະວອນ ຄຳພິລາວົງ

Leave a Reply

Your email address will not be published. Required fields are marked *