ຄະນະກໍາມະການເລືອກຕັ້ງລະດັບຊາດໄດ້ກໍານົດເອົາວັນອາທິດ ວັນທີ 21 ກຸມພາປີ 2021 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ 2 ຢ່າງເປັນທາງການ ໂດຍມີຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ 9 ຈໍານວນ 224 ທ່ານ, ເລືອກເອົາ 164 ທ່ານ, ສ່ວນຜູ້ຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ 2 ມີ 789 ທ່ານ, ເລືອກເອົາ 492 ທ່ານ.

ທ່ານ ສົມພູ ດວງສະຫວັນ, ຄະນະປະຈຳສະພາແຫ່ງຊາດ, ກໍາມະການອະນຸກຳມະການເລຂານຸການ, ໂຄສົກຄະນະກຳມະການເລືອກຕັ້ງລະດັບຊາດ ແຈ້ງໃຫ້ຮູ້ໃນໂອກາດຖະແຫລງຂ່າວກ່ຽວກັບການປະ ກາດວັນເລືອກຕັ້ງ,ຈຳນວນຜູ້ສະໝັກຮັບເລືອກຕັ້ງ ແລະ ຈຳນວນສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 2 ຈັດຂື້ນໃນມື້ວານນີ້, ທີ່ຫໍສະພາແຫ່ງຊາດຫລັກ 6 ນະ ຄອນຫລວງວຽງຈັນວ່າ:

ມາຮອດປັດຈຸບັນປະທານປະເທດໄດ້ອອກລັດຖະດໍາລັດສະບັບເລກທີ 187 ວ່າດ້ວຍການປະກາດເອົາ ວັນອາທິດ ກົງກັບວັນທີ 21 ກຸມພາ 2021 ເປັນວັນເລືອກຕັ້ງສະມາຊິກສະ ພາແຫ່ງຊາດຊຸດທີ 9 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 2 ໃນທົ່ວປະເທດຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ, ພ້ອມທັງປະກາດຈໍານວນຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 2 ຢ່າງເປັນທາງການ ໂດຍອີງຕາມປະຕິບັດຕາມຫຼັກການດັ່ງນີ້:

  • 1. ຮັບປະກັນການເຮັດວຽກເປັນໝູ່ຄະນະ;
  • 2. ອີງໃສ່ທີ່ຕັ້ງ, ຄວາມສຳຄັນ, ຄວາມຈຳເປັນ ແລະ ຈຸດພິເສດທາງດ້ານການເມືອງ, ການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ-ສັງຄົມຂອງແຕ່ລະແຂວງ, ນະ ຄອນຫຼວງ, ເມືອງ, ເທດສະບານ ແລະ ນະຄອນ;
  • 3. ການກຳນົດຈຳນວນ ສສຊ ແມ່ນເອົາຈຳນວນພົນລະເມືອງເປັນຫົວໜ່ວຍຄິດໄລ່ ຄື ແຂວງທີ່ມີພົນລະເມືອງສອງຮ້ອຍຫ້າສິບພັນຄົນລົງມາ ໃຫ້ມີ ສສຊ ຫົກຄົນ, ແຂວງທີ່ມີພົນລະເມືອງເກີນ ສອງຮ້ອຍຫ້າສິບພັນຄົນຂຶ້ນໄປ ໃຫ້ເພິ່ມສສຊ ໜຶ່ງຄົນ ຕໍ່ພົນລະເມືອງຫ້າສິບພັນຄົນ, ແຕ່ສູງສຸດບໍ່ໃຫ້ເກີນຊາວຄົນ;
  • 4. ການກຳນົດຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາ ແມ່ນມີເພດ, ເຜົ່າ, ໄວອາຍຸ, ຜູ້ເກົ່າ ແລະ ໃໝ່, ຈາກຫຼາຍສາຂາອາຊີບ ທັງພາກລັດ ແລະ ເອກະຊົນ ເປັນຕົວແທນຂອງບັນດາຊັ້ນຄົນ.

ສໍາລັບຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງແຕ່ລະແຂວງແລະນະຄອນຫຼວງມີດັ່ງນີ້:

1. ນະຄອນຫຼວງວຽງຈັນ:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີຈໍານວນ 23 ທ່ານ, ເລືອກເອົາ 18 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ມີຈໍານວນ 49 ທ່ານ, ເລືອກເອົາ 31 ທ່ານ.

2. ແຂວງ ຜົ້ງສາລີ:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ມີຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 38 ທ່ານ, ເລືອກເອົາ 24 ທ່ານ.

3. ແຂວງຫຼວງນໍ້າທາ:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 3 ແຂວງ ຫຼວງນໍ້າທາ ມີຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 31 ທ່ານ, ເລືອກເອົາ 21 ທ່ານ.

4. ແຂວງ ອຸດົມໄຊ:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງ ອຸດົມໄຊ ມີຈໍານວນ 10 ທ່ານ, ເລືອກເອົາ 7 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 39 ທ່ານ, ເລືອກເອົາ 25 ທ່ານ.

5. ແຂວງ ບໍ່ແກ້ວ:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ມີຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 31 ທ່ານ, ເລືອກເອົາ 21 ທ່ານ.

6. ແຂວງ ຫຼວງພະບາງ:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6 ແຂວງ ຫຼວງພະບາງ ມີຈໍານວນ 13 ທ່ານ, ເລືອກເອົາ 10 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 57 ທ່ານ, ເລືອກເອົາ 33 ທ່ານ.

7. ແຂວງ ໄຊຍະບູລີ:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງ ໄຊຍະບູລີ ມີຈໍານວນ 12 ທ່ານ, ເລືອກເອົາ 9 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 54 ທ່ານ, ເລືອກເອົາ 32 ທ່ານ.

8. ແຂວງ ຫົວພັນ:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 8 ແຂວງ ຫົວພັນ ມີຈໍານວນ 10 ທ່ານ, ເລືອກເອົາ 7 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 49 ທ່ານ, ເລືອກເອົາ 29 ທ່ານ.

9. ແຂວງ ຊຽງຂວາງ:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 9ແຂວງ ຊຽງຂວາງ ມີຈໍານວນ 10 ທ່ານ, ເລືອກເອົາ 7 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 39 ທ່ານ, ເລືອກເອົາ 25 ທ່ານ.

10. ແຂວງ ວຽງຈັນ:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 10ແຂວງວຽງຈັນ ມີຈໍານວນ 13 ທ່ານ, ເລືອກເອົາ 10 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 53 ທ່ານ, ເລືອກເອົາ 31 ທ່ານ.

11. ແຂວງ ບໍລິຄໍາໄຊ:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11ແຂວງ ບໍລິຄໍາໄຊ ມີຈໍານວນ 10 ທ່ານ, ເລືອກເອົາ 7 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 39 ທ່ານ, ເລືອກເອົາ 25 ທ່ານ.

12. ແຂວງ ຄໍາມ່ວນ:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12ແຂວງຄໍາມ່ວນ ມີຈໍານວນ 12 ທ່ານ, ເລືອກເອົາ 9 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 50 ທ່ານ, ເລືອກເອົາ 30 ທ່ານ.

13. ແຂວງ ສະຫວັນນະເຂດ:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13ແຂວງ ສະຫວັນນະເຂດ ມີຈໍານວນ 25 ທ່ານ, ເລືອກເອົາ 20 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 69 ທ່ານ, ເລືອກເອົາ 39 ທ່ານ.

14. ແຂວງ ສາລະວັນ:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14ແຂວງ ສາລະວັນ ມີຈໍານວນ 12 ທ່ານ, ເລືອກເອົາ 9 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 44 ທ່ານ, ເລືອກເອົາ 28 ທ່ານ.

15. ແຂວງ ຈໍາປາສັກ:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15ແຂວງຈໍາປາສັກ ມີຈໍານວນ 20 ທ່ານ, ເລືອກເອົາ 15 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 55 ທ່ານ, ເລືອກເອົາ 35 ທ່ານ.

16. ແຂວງ ເຊກອງ:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 16ແຂວງເຊກອງ ມີຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 30 ທ່ານ, ເລືອກເອົາ 21 ທ່ານ.

17. ແຂວງ ອັດຕະປື:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17ແຂວງ ອັດຕະປື ມີຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 31 ທ່ານ, ເລືອກເອົາ 21ທ່ານ.

18. ແຂວງ ໄຊສົມບູນ:

  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18ແຂວງ ໄຊສົມບູນ ມີຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ.
  • – ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 31 ທ່ານ, ເລືອກເອົາ 21 ທ່ານ

ສ່ວນລາຍຊື່ຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 9 ຢ່າງເປັນທາງການຂອງແຕ່ລະເຂດເລືອກຕັ້ງໃນທົ່ວປະເທດ ແລະ ຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງ ແລະ ບັນຫາກ່ຽວ ຂ້ອງອື່ນໆທີ່ຈຳເປັນໃຫ້ແກ່ການກະກຽມການເລືອກຕັ້ງ, ຄະນະກຳມະການເລືອກຕັ້ງລະດັບຊາດຈະຖະ ແຫຼງຂ່າວໃຫ້ສັງຄົມໄດ້ຮັບຊາບໃນໂອກາດຕໍ່ໄປ.

Leave a Reply

Your email address will not be published. Required fields are marked *