ກອງປະຊຸມໃຫຍ່ຜູ້ແທນສົງ ສະໄໝທີ VIII ຂອງອົງການພຸດທະສາສະໜາສັມພັນລາວ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນຕອນເຊົ້າຂອງວັນທີ 18 ພະຈິກ 2020 ທີ່ຜ່ານມາ ຢູ່ທີ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການໃຫ້ຄວາມເມດຕາເຂົ້າຮ່ວມຂອງ ຍາທ່ານ ຄຳປານ ສຸພັນໂທ ຮອງປະທານຄະນະອົງການພຸດທະສາສະໜາສັມພັນລາວ ແຂວງສະຫວັນນະເຂດ, ບັນດາພຣະມະຫາເຖຣານຸເຖຣະ ແຂກ ແລະ ຜູ້ແທນກອງປະຊຸມ, ພາຍນອກ ມີທ່ານ ປະສົງສິນ ຈະເລີນສຸກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງອຸທຸມພອນ, ມີບັນດາທ່ານ ໃນຄະນະບໍລິຫານງານພັກເມືອງ, ຫົວໜ້າຫ້ອງການ, ຄະນະຫ້ອງການ, ນາຍບ້ານ ພ້ອມດ້ວຍອົງການຈັດຕັ້ງແນວໂຮມບ້ານພາຍໃນເມືອງເຂົ້າຮ່ວມ. ໃນກອງປະຊຸມ ຍາທ່ານ ກ້ອນ ໂພທິລາດ ປະທານ ອພສ ເມືອງ ແລະ ພຣະອາຈານ ຈັນທາ ອັກຄະຈິຕໂຕ ຮອງປະທານ ອພສ ເມືອງ ກໍ່ໄດ້ຜັດປ່ຽນກັນຜ່ານບົດລາຍງານ ສະຫຼຸບການເຄື່ອນໄຫວຜົນງານ 5 ປີທີ່ຜ່ານມາ ແລະ ທິດທາງແຜນການໄລຍະ 5 ປີຕໍ່ໜ້າ ພ້ອມທັງຜ່ານບົດສຳຫຼວດ ແລະ ກ່າວລາໜ້າທີ່.

.

ໃນ 5 ປີທີ່ຜ່ານມາ ອົງການພຸດ ທະສາສຫນາສັມພັນລາວ ເມືອງອຸທຸມພອນ ໄດ້ມີການເຄື່ອນໄຫວວຽກງານຢ່າງຕັ້ງຫນ້າເອົາໃຈໃສ່ ກໍ່ຄືການປັບປຸງ ກໍ່ສ້າງການປົກຄອງສົງໃຫ້ມີລະບຽບແບບແຜນ ແລະ ວິທີການເຮັດວຽກໃຫ້ດີຂຶ້ນປະຕິບັດຕາມພາລະບົດບາດຫນ້າທີ່ ຂອງຕົນ ພ້ອມກັນນັ້ນ ຍັງໄດ້ສົມທົບກັບອໍານາດການປົກຄອງບ້ານ – ເມືອງ ແກ້ໄຂບັນຫາພຣະສົງ – ສາມະເນນ ທີ່ປະພຶດຕົນບໍ່ສອດຄ່ອງກັບສະມະນະເພດ ມີການປະພຶດຜິດຕໍ່ພຣະທັມວິນັຍ ແລະ ບັນຫາ ກໍລະນີຂໍ້ຂັດແຍ່ງ ລະ ຫວ່າງການຈັດຕັ້ງກັບພຣະສົງ.

ນອກນັ້ນ ອົງການພຸດທະສາສຫນາສັມພັນລາວເມືອງຍັງໄດ້ສົບທົບກັບພາກສ່ວນທີ່ກ່ຽວຂ້ອງໃນການລົງເຜີຍແຜ່ກົດລະບຽບການຄຸ້ມຄອງ ແລະ ການສົ່ງເສີມພຣະພຸດທະສາສຫນາ. ເຊິ່ງທົ່ວເມືອງມີພຣະ ສົງ 230 ອົງ, ມີສາມະເນນ 120 ອົງ, ພໍ່ຂາວບໍ່ມີ, ມີແມ່ຂາວ 08 ຕົນ, ສັງກາຣີ 02 ຄົນ, ມີວັດທັງໝົດ 91 ແຫ່ງ, ທີ່ ພັກສົງ 2 ແຫ່ງ, ວັດຮ້າງ 4 ແຫ່ງ, ແບ່ງອອກເປັນ 7 ເຂດຄື: 1.ເຂດເທດສະບານເມືອງ, 2.ເຂດດົງນ້ອຍ, 3.ເຂດໂນນວິໄລ, 4.ເຂດບ້ານນາ, 5.ເຂດສົມພັດວິໄລ, 6.ເຂດໂພນຕູມ ແລະ 7.ເຂດດົງໃນ. ໃນ 5 ປີທີ່ຜ່ານມາ ມີພຣະສົງ – ສາມະເນນບວດ 56 ອົງ, ມີພຣະສົງ – ສາມະເນນລາສິກຂາ 13 ອົງ, ມີພຣະສົ່ງ – ສາມະເນນມໍຣະ ນະພາບ 12 ອົງ, ມີແມ່ຂາວມໍຣະນະພາບ 1 ຕົນ, ໃນນັ້ນ ມີຄະນະ ອພສ ເມືອງມໍຣະນະພາບ 3 ອົງເຊິ່ງເປັນອະ ດີດປະທານທີ່ເປິກສາຂອງຄະນະ ອພສ ເມືອງ. ຈາກນັ້ນ ພຣະອາຈານ ບຸນຍາລັດ ຫົວໜ້າຫ້ອງການ ອພສ ແຂວງ ກໍ່ໄດ້ຜ່ານຂໍ້ຕົກລົງ ຂອງອົງການພຸດທະສາສໜາສັມພັນລາວ ແຂວງສະຫວັນນະເຂດ ສະບັບເລກທີ 181/ອພສ.ສຂ ລົງວັນທີ 18 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງ ແລະ ຮັບຮອງເອົາຄະນະບໍລິຫານງານ ອົງການພຸດທະສາສໜາ ສັມພັນລາວ ເມືອງອຸທຸມພອນ ສະໄໝທີ VIII ໂດຍອີງຕາມ ທັມມະນູນສົງ ສະບັບປັບປຸງ ປີພຣະພຸດທະສັງກາດ 2561 ສະບັບເລທີ 37/ນຍ ລົງວັນທີ 15 ກຸມພາ 2019 ໝວດທີ 7 ມາດຕາ 51 ວ່າດ້ວຍກອງປະຊຸມໃຫຍ່ ແລະ ອີງຕາມ ຜົນຂອງກອງປະຊຸມທາບທາມຄະນະບໍລິຫານງານ ອພສ ເມືອງອຸທຸມພອນ ໃນຄັ້ງວັນທີ 14 ສິງຫາ 2020 ເຈົ້າຄະນະແຂວງສະຫວັນນະເຂດ ຈຶ່ງຕົກລົງ ມາດຕາ1 ແຕ່ງຕັ້ງເຈົ້າຄະນະເມືອງ ແລະ ຄະນະທີ່ປຶກສາ ອົງການພຸດ ທະສາສໜາສັມພັນລາວ ເມືອງອຸທຸມພອນ ປະກອບມີ: ຍາທ່ານ ຂຸນລູ ສົມບັດພູມີ ເປັນປະທານທີ່ປຶກສາ, ຍາທ່ານ ສີທາ ສຸດທິກາລາ ເປັນຮອງປະທານ ແລະ ຍາທ່ານ ທອງອິນ ເປັນຄະນະ. ມາດຕາ2 ແຕ່ງຕັ້ງຄະນະບໍລິຫານງານ ອພສ ເມືອງ ປະກອບມີ: ຍາທ່ານ ກ້ອນ ໂພທິລາດ ເປັນຫົວໜ້າ, ພຣະອາຈານ ສົມດີ ສຸທັມໂມ, ພຣະອາຈານ ຈັນທາ ອັກຄະຈິຕໂຕ ແລະ ພຣະອາຈານ ປທ.ເອກະລາດ ພຸດທະວົງ ເປັນຮອງ ສ່ວນພຣະເຖຣາອີກ 11 ອົງ ເປັນກຳມະການ.

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງຄຳໂອວາດຈາກ ຍາທ່ານ ຄຳປານ ສຸພັນໂທ ຮອງປະທານຄະນະອົງການພຸດທະສາສໜາສັມພັນລາວ ແຂວງສະຫວັນນະເຂດ ນຳອີກດ້ວຍ.

ນັກຂ່າວເມືອງອຸທຸມພອນພອນປະເສີດ ແຜນພັກດີ

Leave a Reply

Your email address will not be published. Required fields are marked *